ສນາມບິນວັດໄຕ ຈະເລີ້ມຂຍາຍທ້າຍປີ
2011.06.30

ກົດຟັງສຽງ
ເຈົ້າຫນ້າທີ່ ກ່ຽວຂ້ອງ ສປປລາວ ທ່ານນື່ງ ເວົ້າວ່າ ທາງການລາວ ຈະເລີ້ມ ລົງມື ຂຍາຍ ສນາມບິນ ວັດໃຕ ໃນທ້າຍ ປີນີ້ິ ເພື່ອໃຫ້ທັນ ກັບກອງ ປະຊຸມ ສຸດຍອດ ເອເຊັຽ-ຢູໂຣບ ຄັ້ງ ທີ່ 9 ທີ່ລາວ ເປັນເຈົ້າພາບ ໃນເດືອນ ພືສຈິກາ ປີຫນ້າ. ດັ່ງທ່ານ ຢາງກົວ ລໍປາງກາ ຫົວຫນ້າ ກົມການບິນ ພົລເຮືອນ ສປປລາວ ກ່າວວ່າ:
"ມັນມີແຕ່ ຂຍາຍລານຈອດ ເຮືອບີນ ເທົ່ານັ້ນ ຕົ້ນຕໍ ປະມານ ເດືອນຢຸດຝົນ ປະມານເດືອນ 12 ນີ້ແຫລະ ແຜນຣະອຽດ ບໍ່ໄດ້ເວົ້າວ່າ ມີຈັກເຮັກຕາ ມັນຈະເວົ້າ ເປັນຂນາດ ແຕ່ລະຈຸດໆໄປ".
ທ່ານກ່າວ ຕໍ່ໄປວ່າ ໂຄງການຂຍາຍ ລານຈອດ ເຄື່ອງບິນ ດັ່ງກ່າວ ກໍເພື່ອໃຫ້ ສາມາດ ຮອງຮັບ ເຮືອບີນ ໂບອີງ 747 ໄດ້ ໃນຈຳນວນ 15 ລຳ ຢ່າງຕ່ຳ ໃນແຜນການ ບໍ່ໄດ້ຣະບຸວ່າ ຈະຂຍາຍຈັກ ເຮັກຕາ ມີແຕ່ວ່າ ຈະຂຍາຍ ເປັນຈຸດໆໄປ ຕາມຄວາມ ເຫມາະສົມ.
ສຳລັບ ງົບປະມານ ທີ່ຈະໃຊ້ ໃນແຜນການ ດ່ັງກ່າວ ນັ້ນ ສປປລາວ ໄດ້ຮັບ ການສນັບ ສນູນ ສ່ວນນື່ງ ຈາກ ປະເທດຍີ່ປຸ່ນ ແລະ ອີກສ່ວນນື່ງ ແມ່ນເງີນກູ້ ຈາກ ປະເທດຈີນ ແລະ ໃນປັດຈຸບັນ ຣັຖບານລາວ ກໍ່ໄດ້ຮັບເງີນ ຊ່ອຍເຫລືອ ດັ່ງກ່າວ ແລ້ວ. ໂຄງການ ດ່ັງກ່າວ ກໍ່ຈະດຳເນີນ ການກໍ່ສ້າງ ໂດຍບໍຣິສັດ ຍີ່ປຸ່ນ ແລະ ຈີນ ຮ່ວມກັນ.
ໃນກອງປະຊຸມ ສຸດຍອດ ເອເຊັຽ ຢູໂຣບ ທີ່ລາວ ເປັນເຈົ້າພາບ ຈະມີ ຜູ້ນຳຄົນ ສຳຄັນ ຣະດັບໂລກ ຫລາຍທ່ານ ມາຮ່ວມ ແລະ ສປປລາວ ກໍ່ຈະ ປະຕິບັດ ຫນ້າທີ່ ໃຫ້ດີທີ່ສຸດ ໃນການຕ້ອນຮັບ ແຂກ ຕ່າງປະເທດ ເພື່ອຍົກ ຣະດັບ ສປປລາວ ໃຫ້ຢູ່ໃນ ເວທີ ສາກົນ ຈາກ ກອງປະຊຸມ ຄັ້ງນີ້.