ຊາວບ້ານເຂດທ່ອງທ່ຽວຫຼີ່ຜີ ຍັງມີບັນຫາ

ຊາວບ້ານ ບໍ່ຄ່ອຍພໍໃຈ ນໍາໂຄງການ ທ່ອງທ່ຽວ ນໍ້າຕົກຫລີ່ຜີ.
ມະນີຈັນ
2012.09.12

ການເອົາທີ່ດິນ ຂອງຊາວບ້ານ ເຂົ້າໃຊ້ ໃນໂຄງການ ພັທນາ ສະຖານທີ່ ທ່ອງທ່ຽວ ນໍ້າຕົກຫລີ່ີີຜີ ແຂວງ ຈໍາປາສັກ ສ້າງຄວາມບໍ່ພໍໃຈ ໃຫ້ປະຊາຊົນ ໃນທ້ອງຖີ່ນ ຍ້ອນການຊົດເຊີຍ ບໍ່ເໝາະສົມ ຕາມຄໍາເວົ້າ ຂອງຊາວບ້ານຜູ້ນຶ່ງ ໃນແຖບນັ້ນ ທີ່ບໍ່ປະສົງ ອອກຊື່:

"ໂຄງການ ມາສໍາປະທານ ເຮັດການທ່ອງທ່ຽວ ຢູ່ໃນຫລີ່ີີຜີ ບາດນີ້ ກໍມີການເອົາ ດິນຊາວບ້ານ ສ່ວນນຶ່ງເນາະ ໃຫ້ຊາວບ້ານ ທີ່ເຄີຍ ຂາຍເຄື່ອງຢູ່ ໃນກໍໃຫ້ອອກ ມາຂາຍ ເຄື່ອງຢູ່ນອກ ແລະ ກໍຄ່າຊົດເຊີຍ ກໍໄດ້ຮ້ານນຶ່ງ ຕໍ່ສອງແສນກີບ ຊາວບ້ານກໍ ບໍ່ຄ່ອຍພໍໃຈ ປານໃດ".

ຊາວບ້ານຜູ້ນີ້ ເວົ້າຕື່ມວ່າ ຫລັງຈາກມີ ບໍຣິສັດ ເຂົ້າມາເຮັດ ໂຄງການພັທນາ ຊາວບ້ານສ່ວນນຶ່ງ ຈໍາຕ້ອງໄດ້ ຍ້າຍອອກໄປ ຈາກພື້ນທີ່ ຂອງຕົນ ມີການຈັດ ຣະບົບ ຮ້ານຄ້າ ຂາຍເຄື່ອງສໍາລັບ ນັກທ່ອງທ່ຽວ ຂື້ນໃໝ່. ຮ້ານທີ່ເຄີຍເປີດຂາຍ ຢູ່ໃນພື້ນທີ່ນັ້ນ ຕ້ອງຍ້າຍອອກ ໄປທາງນອກ ຈື່ງສ້າງ ຄວາມລໍາບາກ ໃຫ້ພໍ່ຄ້າແມ່ຄ້າ ຂາຍເຄື່ອງບໍ່ໄດ້ ຣາຍໄດ້ໜ້ອຍລົງ. ເວົ້າເຖີງເງິນຄ່າ ຊົດເຊີຍ ທີ່ໂຄງການ ຈ່າຍໃຫ້ນັ້ນ ກໍໜ້ອຍ ບໍ່ສົມເຫດ ສົມຜົນ.

ໂຄງການພັທນາ ແຫລ່ງທ່ອງທ່ຽວ ນໍ້າຕົກຫລີ່ີີຜີ ແມ່ນບໍຣິສັດ ຍິ່ງໂຊກໄຊ ຊຶ່ງເປັນຜູ້ ຮັບຜິດຊອບ ຮວມທັງແຫລ່ງ ທ່ອງທ່ຽວ ນໍ້າຕົກ ຄອນພະເພັງ ແລະ ແຫລ່ງທ່ອງທ່ຽວ ວັດພູ ເປັນຕົ້ນ. ບໍຣິສັດ ຍີ່ງໂຊກໄຊ ຍັງມີບັນຫາ ກັບຊາວບ້ານ ທ້ອງຖິ່ນ ເຣື່ອງການ ເກັບຄ່າຜ່ານທາງ ໄປຫາຢູ່ຫາກິນ ຂອງຊາວບ້ານ ອີກດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.