ຊາວຫຼວງພຣະບາງທີ່ເສັຽ ດິນໃຫ້ສນາມກ໋ອຟ

ຊິວີດການເປັນຢູ່ ຂອງຊາວບ້ານ ຜູ້ທີ່ຖືກ ໂຍກຍ້າຍ ຈາກພື້ນທີ່ ສນາມກ໋ອຟ ທີ່ແຂວງ ຫລວງພຣະບາງ ໄດ້ຮັບຄວາມ ເດືອດຮ້ອນ.
ສິດນີ
2012.05.10
F-LP-Golf-course ເດີ່ນຕີກ໋ອຟ ທີ່ແຂວງ ຫຼວງພຣະບາງ ທີ່ຊາວບ້ານຕ້ອງໄດ້ ໂຍກຍ້າຍອອກໃຫ້
france-24

ກົດຟັງສຽງ

ຖ້າຈະຖາມນາຍ ແສງເພັດ ຊາວບ້ານ ຜູ້ທີ່ອາສັຍ ຢູ່ໃກ້ສນາມກ໋ອຟ ທີ່ຫລວງພຣະບາງ ວ່າບາວຄິດຢ່າງໃດ ກ່ຽວກັບ ສນາມກ໋ອຟ ລາວຈະຕອບ ຢ່າງບໍ່ທັນຄິດ ເລີຍວ່າ ກ໋ອຟ ເອົາມາເຮັດຫຍັງ ລາວຕ້ອງການ ຊິວິດທີ່ດີກໍພໍ ລາວເອື່ອຍໂຕໃສ່ ຕູບໄມ້ໄຜ່ຂອງລາວ ແລ້ວຕອບແບບ ສັ້ນໆວ່າ ກ໋ອຟ ບໍ່ຕ້ອງການ.

ເປັນເວລາຫລາຍປີ ທີ່ນາຍແສງເພັດ ໄດ້ປູກຕົ້ນໄມ້ສັກ ແລະ ເຮັດສວນໃນພື້ນທີ່ ແຫ່ງນັ້ນ ເພາະເປັນດິນຂອງລາວ ເປັນພື້ນທີ່ໆສວຍງາມ ດ້ວຍທັມມະຊາດ ນານາຊນິດ ບໍ່ຫ່າງຈາກ ນະຄອນ ຫລວງ ພຣະບາງ ພໍປານໃດ ແລະ ກໍຕິດກັບ ແມ່ນ້ຳຂອງ.

ບ້ານເຮືອນ ແລະ ຊິວີດການເປັນຢູ່ ຂອງຄອບຄົວຂອງລາວ ແລະ ເພື່ອນບ້ານ ຫລາຍຮ້ອຍຄົນ ຖືກໃຫ້ໂຍກຍ້າຍ ຈາກພື້ນທີ່ດ່ັງກ່າວ ເພື່ອພັທນາໃຫ້ເປັນ ສນາມກ໋ອຟ ໃນໂຄງການພັທນາ ຂອງຣັຖບານ ທີ່ຢາກໃຫ້ ປະເທດຊາດ ມີຄວາມຈະເຣີນ ກ້າວຫນ້າ ໃນເອເຊັຽ ແລະ ປະເທດ ສັງຄົມນິຍົມ ສປປລາວ ກໍຕ້ອງການ ສນາມກ໋ອຟ ເພື່ອພັກຜ່ອນຢ່ອນໃຈ ຂອງກຸ່ມຜູ້ນຳ.

ໃນປັດຈຸບັນ ນາຍແສງເພັດ ພ້ອມພັລຍາ ແລະລູກສາວ ລູກເຂີຍຂອງລາວ ພ້ອມທັງ ຫມານ້ອຍໂຕນື່ງ ອາສັຍຢູ່ໃນຕູບ ໃກ້ກັບສນາມກ໋ອຟ ຊື່ງແຕ່ກ່ອນ ເປັນພື້ນທີ່ ຂອງລາວ ທີ່ຖືກກີດກັ້ນ ດ້ວຍຮົ້ວສູງ ຫ້າມເຂົ້າ ເຮືອນໄມ້ໄຜ່ ທີ່ລາວຢູ່ອາສັຍ ໃນປັດຈຸບັນ ແມ່ນຢູ່ຂ້າງຖນົນ ທີ່ເຕັມໄປດ້ວຍຂີ້ຝຸ່ນ ແລະ ບໍ່ມີນ້ຳສະອາດໃຊ້ ປະຊາຊົນບໍ່ມີ ທາງເລືອກ ຈື່ງມີແຕ່ຍອມຮັບ ໃນຊະຕາກັມ ຂອງຕົນ ໃນການໂຍກຍ້າຍ.

ນາຍແສງເພັດເວົ້າວ່າ ຊິວິດຂອງລາວ ແລະ ຊາວບ້ານຜູ້ທີ່ຖືກ ໂຍກຍ້າຍ ກໍມີຄວາມລຳບາກ ໃນເວລານີ້ ເນື່ອງຈາກລາວ ລາວບໍ່ມີວຽກເຮັດ ລາວຕ້ອງໄດ້ຊື້ເຂົ້າ ແລະ ອາຫານມາລ້ຽງຄອບ ຄົວຂອງລາວ ເພາະບໍ່ມີພື້ນທີ່ ທຳມາ ຫາກີນ ແລະ ຫມູ່ບ້ານຫລາຍຄົນ ກໍຍ້າຍຫນີໄປ ຢູ່ບ່ອນໃຫມ່ ແຕ່ກ່ອນລາວ ເຄີຍເຮັດສວນ ສຳລັບລ້ຽງ ຄອບຄົວ ແຕ່ດຽວນີ້ ລຳບາກຫລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.