ເຂື່ອນໄຟຟ້ານໍ້າອູ 5 ຈະລົງມືແລ້ວ

ໂຄງການ ເຂື່ອນ ຜລິດກະແສ ໄຟຟ້າ ນໍ້າອູ 5 ໄດ້ໂຍກຍ້າຍ ຊາວບ້ານ ບາງສ່ວນ ອອກແລ້ວ.

ຮູປຖ່າຍ ນໍ້າອູ ປະມານ 25 ກິໂລແມັດ ທາງພາກເໜືອ ແຂວງ ຫຼວງພຣະບາງ (ສາຍນໍ້າອູ ໄຫລລົງສູ່ ແມ່ນໍ້າຂອງ ໃນພາກສ່ວນ ຂອງລາວ)
ຮູປຖ່າຍ ນໍ້າອູ ປະມານ 25 ກິໂລແມັດ ທາງພາກເໜືອ ແຂວງ ຫຼວງພຣະບາງ (ສາຍນໍ້າອູ ໄຫລລົງສູ່ ແມ່ນໍ້າຂອງ ໃນພາກສ່ວນ ຂອງລາວ) (Wikimedia/flicker-share)

0:00 / 0:00

ໃນປັດຈຸບັນ ເຂື່ອນຜລິດໄຟຟ້າ ນໍ້າອູ 5 ຢູ່ແຂວງ ຜົ້ງສາລີ ກໍາລັງເລີ່ມ ການກໍ່ສ້າງ ຈື່ງໄດ້ໂຍກຍ້າຍ ປະຊາຊົນ ໃນເຂດໃກ້ຄຽງ ຈໍານວນນື່ງ ອອກຈາກ ບໍຣິເວນ ການກໍ່ສ້າງແລ້ວ. ເຈົ້າໜ້າທີ່ ກະຊວງ ພະລັງງານ ແລະບໍ່ແຮ່ ໄດ້ກ່າວວ່າ:

"ນໍ້າອູ 5 ດຽວນີ້ເຂົາເຈົ້າ ກໍາລັງກໍ່ສ້າງ ພວກປະຊາຊົນ ຫັ້ນ ເຂົາເຈົ້າເອົາ ປະຊາຊົນ ຫັ້ນຍ້າຍໄປໄວ້ ຊົ່ວຄາວກ່ອນ ເຂົາຈະຕັ້ງເຮືອນໃຫ້ ຖາວອນນະ ຊ່ວງນີ້ ຊົ່ວຄາວ ຢູ່ບ່ອນຂອບເຂດ ການກໍ່ສ້າງ".

ທ່ານແຈ້ງໃຫ້ຮູ້ ອີກວ່າ ຊາວບ້ານ ທີ່ຖືກຍ້າຍໄປນັ້ນ ແມ່ນໃຫ້ໄປຢູ່ບ້ານ ຄານນາກ ບ່ອນທີ່ທາງການໄດ້ ປຸກທີ່ຢູ່ ແບບຊົ່ວຄາວ ໃຫ້ກ່ອນ ແລະຂັ້ນຕໍ່ໄປ ກໍຈະປຸກເຮືອນ ແບບຖາວອນໃຫ້ຢູ່. ໂຄງການ ເຂື່ອນນໍ້າອູ 5 ຕັ້ງຢູ່ ເມືອງສັມພັນ ເປັນນື່ງໃນຈໍານວນ 3 ໂຄງການທໍາອິດ ທີ່ຈະສ້າງໃສ່ນໍ້າອູ ອັນມີໂຄງການ ນໍ້າອູ-5 ແລະ ນໍ້າອູ-6 ຢູ່ແຂວງ ຜົ້ງສາລີ ແລະ ນໍ້າອູ-2 ຈະຢູ່ແຂວງ ຫລວງພະບາງ. ທັງ 3 ເຂື່ອນ ຈະສາມາດຜລິດ ກະແສໄຟຟ້າໄດ້ 540 MW. ບໍຣິສັດ Syno-hydro ຈາກປະເທດຈີນ ເປັນຜູ້ໄດ້ຮັບ ສັມປະທານ.

ສໍາລັບເຂື່ອນນໍ້າອູ-6 ເຈົ້າໜ້າທີ່ບອກວ່າ ກໍາລັງສືກສາ ແລະ ອອກແບບຢູ່. ຂໍ້ມູນ ຂອງກົມພະລັງງານ ແຈ້ງວ່າ ຣັຖບານ ໄດ້ເຊັນສັນຍາ ໃຫ້ບໍຣິສັດ Syno-hydro ສືກສາ ຄວາມເປັນໄປໄດ້ ໃນໂຄງການ ສ້າງເຂື່ອນໃສ່ນໍ້າອູ ທັງໝົດ 7 ແຫ່ງ ຊື່ງຈະສາມາດ ຜລິດໄຟຟ້າໄດ້ 1,100 MW. ໄຟຟ້າທີ່ຜລິດໄດ້ ຈະຂາຍໃຫ້ ປະເທດໄທ ຫລືຈີນ ແລະ ຈະໃຊ້ ພາຍໃນປະເທດ.