ຊາວຫຼວງນໍ້າທາຍັງມີ ບັນຫາຫຼັງຈາກຍ້າຍທີ່

ຊາວລາວ ແຂວງ ຫລວງນໍ້າທາ ທີ່ໄດ້ຮັບ ເງິນຄ່າ ສັມປະທານ ທີ່ດິນແລ້ວ ແຕ່ກໍບໍ່ພໍ ໃຊ້ຈ່າຍ ແລະ ຍັງຕ້ອງກາຣ ທີ່ດິນ ເພື່ອທຳມາ ຫາກິນ ຢູ່ຕໍ່ໄປ.
ຫວາດ ສີມູນ
2012.03.27
F-Luangnamtha-life ຊີວິດຂອງ ຊາວຫຼວງນໍ້າທາ ໃນຕົວເມືອງ ມີຕລາດ ຄົນກາງຄືນ
RFA/Chansina

ກົດຟັງສຽງ

ຣາສດອນ ແຂວງ ຫລວງນໍ້າທາ ຫລາຍໆຄົນ ທີ່ໄດ້ຮັບເງິນ ຈາກຄ່າ ສັມປະທານ ທີ່ດິນ ຫລື ໃຫ້ນັກລົງທຶນ ເຂົ້າມາເຊົ່າ ທີ່ດິນ ຂອງຕົນນັ້ນ ພາຍຫລັງ ທີ່ໄດ້ຮັບເງິນ ແຕ່ລະເທື່ອ ໃນແຕ່ລະປີ ສ່ວນຫຼາຍ ຈະມີບັນຫາ ເພາະເງິນ ທີ່ໄດ້ມາ ບໍ່ພຽງພໍ ສຳລັບໃຊ້ຈ່າຍ ຈຶ່ງຕ້ອງໄດ້ ຊອກຫາ ພື້ນທີ່ ເຖີງຂັ້ນທີ່ ຈໍາເປັນໄປ ລັກຖາກຖາງປ່າ ເພື່ອປູກຝັງ ໃນເຂຕປ່າ ທີ່ຫວງຫ້າມ. ເຈົ້າໜ້າທີ່ ຊົລປະທານ ແຜນກກະສິກັມ ແລະ ປ່າໄມ້ ປະຈຳແຂວງ ເວົ້າວ່າ:

"ກໍມີບັນຫາ ນ້ອຍໜຶ່ງ ຫັ້ນແຫລະ ບໍ່ມີພື້ນທີ່ ນັ້ນແຫລະ ຂະເຈົ້າກໍມີ ແຕ່ເອົາຄ່າ ສັມປະທານ ຄ່າເຊົ່າ ຊື້ເຂົ້າ ຊື້ອາຫາຣ ຈຳນວນໜຶ່ງ ກໍບໍ່ພໍກິນ ຂະເຈົ້າກໍກັບໄປ ບຸກຣຸກປ່າ ຄືເກົ່າ ນີ້ກໍເປັນ ຜົລກະທົບ ກັບຄືນມາ ຢູ່ເນັ້ຽ ຣັຖບາລ ກໍກຳລັງ ແກ້ໄຂບັນຫາ ນີ້ຢູ່".

ພ້ອມດຽວກັນນີ້ ທ່ານກໍວ່າ ໃນປັຈຈຸບັນ ເຂຕພື້ນທີ່ ຊົລປະທານ ຫລາຍແຫ່ງ ຢູ່ພາຍໃນ ແຂວງ ກໍມີບັນຫາ ເພາະປະຊາຊົນ ລັກເຂົ້າມາ ເຮັດກາຣກປູກຝັງ ເພາະພື້ນທີ່ເກົ່າ ຂອງເຂົາເຈົ້າ ກໍໃຫ້ພວກ ນັກລົງທຶນ ເຊົ່າໄປແລ້ວ ແລະ ຍັງມີຫລາຍໆຄົນ ທີ່ເກີດມີ ບັນຫາ ຈາກກາຣນຳເອົາ ເງິນທີ່ໄດ້ມານັ້ນ ໄປໃຊ້ຈ່າຍ ຢ່າງຟຸມເຟືອຍ ແບບທີ່ບໍ່ມີ ກາຣວາງແຜນ ໂດຽທີ່ບໍ່ ຄຳນຶງເຖີງ ຜົລເສັຽຫາຍ.
  ເຈົ້າໜ້າທີ່ລາວດັ່ງກ່າວໄດ້ແຈ້ງເພີ່ມວ່າ ສໍາຫລັບຄ່າເຊົ່າພື້ນທີ່ ຫລືຄ່າສັມປະທານທີ່ດິນ ຢູ່ແຂວງຫລວງນໍ້າທາ ດັ່ງທີ່ມີກາຣປະຕິບັຕກັນມານັ້ນ ຈະຕົກເປັນປະມານ ລ້ານກວ່າກີບ ຕໍ່ໜຶ່ງເຮັກຕ໊າຣ ຕໍ່ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Mar 27, 2012 08:16 AM

ຄນະພັກແລະຣັຖທຸກລະດັບຂັ້ນ ມີແຕ່ສ້າງກັມບໍ່ດີໃຫ້ ປຊຊລ.ສນັ້ນຂໍບອກວ່າ:ຈົ່ງຢ່າດີແຕ່ເປັນຄົນ ແຕ່ຈົ່ງເປັນຄົນທີ່ດີ.ຢ່າດີແຕ່ໃຊ້ທິສດີ ແຕ່ຈົ່ງໃຊ້ທິສດີໃຫ້ດີ.ຢ່າດີແຕ່ນຳພາ ແຕ່ຕ້ອງນຳພາທີ່ດີ.ຢ່າດີແຕ່ຄຸ່ມຄອງ ແຕ່ຄຸ່ມຄອງໃຫ້ດີ.ບາບກັມ ແລະການໃຫ້ຜົລ ມີຈິງບໍ່ໄວກໍຊ້າ,ຈົ່ງລໍຖ້າຄວາມຈິງ.