ຊາວບ້ານທີ່ຍ້າຍຈາກເຂື່ອນ ວ່າຕົນຖືກນາບຂູ່

ຊາວບ້ານ ຜູ້ທີ່ຖືກ ໂຍກຍ້າຍ ຈາກເຂື່ອນ ເທີນຫີນບູນ ພາກຂຍາຍ ຖືກ ບໍຣິສັດ ນາບຂູ່ ຍ້ອນມີການ ຮຽກຮ້ອງ ເຣື່ອງ ຄ່າຊົດເຊີຍ ທີ່ຂະເຈົ້າ ບໍ່ພໍໃຈ.
ສິດນີ
2012.10.01
F-Theunhinboun ໝູ່ບ້ານທີ່ ທາງບໍຣິສັດ ໄດ້ຈັດສັນ ໄວ້ໃຫ້ຊາວບ້ານ ທີ່ໄດ້ໂຍກຍ້າຍ ອອກຈາກເຂື່ອນ ເທີນຫີນບູນ ພາກຂຍາຍ
thpclaos

ມີປະຊາຊົນ ຜູ້ບໍ່ປະສົງ ອອກຊື່ ເວົ້າວ່າ ຫລັງຈາກເຂື່ອນ ເທີນຫີນບູນ ພາກຂຍາຍ ໄດ້ເປີດດຳເນີນ ການຜລິດ ໃນເດືອນ ກັນຍາ ຜ່ານມາ ໄດ້ມີຊາວບ້ານ ທີ່ບໍ່ພໍໃຈ ໃນຄ່າ ຊົດເຊີຍ ຈື່ງເກີດຄວາມ ຂັດແຍ່ງ ຣະຫວ່າງ ຊາວບ້ານ ກັບ ບໍຣິສັດ ມີຊາວບ້ານ ບາງຄົນ ຖືກນາບຂູ່ ໃຫ້ຢຸດ ການຮຽກຮ້ອງ ຖ້າບໍ່ຢຸດ ຈະຖືກຈັບ ດັ່ງຊາວບ້ານ ຜູ້ນັ້ນເວົ້າວ່າ:

"ເທີນຫີນບູນ ພາກຂຍາຍ ນີ້ແຫລະ ມັນມີບັນຫາ ແຕ່ຊາວບ້ານ ບາງຄົນ ກໍບໍ່ພໍໃຈເນາະ ຄືທີ່ຮູ້ກັນ ມີການໄປຂູ່ເຂັນ ຊາວບ້ານ ວ່າຈະເອົາ ຕຳຣວດ ແມ່ນຫຍັງ ທະຫານ ມາຈັບ".

ລາວເວົ້າ ຕໍ່ໄປວ່່າ ຍ້ອນບໍຣິສັດ ບໍ່ໄດ້ ອະທິບາຍ ຄ່າຊົດເຊີຍ ໃຫ້ແກ່ຊາວບ້ານ ຢ່າງຊັດເຈນ ເຮັດໃຫ້ຊາວບ້ານ ບາງຄົນບໍ່ພໍໃຈ ທີ່ໄດ້ຄ່າຊົດເຊີຍ ຫນ້ອຍກວ່າ ຊາວບ້ານຄົນ ອື່ນທັ້ງໆທີ່ ຕົນມີບ້ານໃຫຍ່ ແລະ ດີນຫລາຍ ແຕ່ໄດ້ຮັບ ຄ່າຊົດເຊີຍຫນ້ອຍ ຈື່ງເຮັດໃຫ້ ຂະເຈົ້າຮຽກຮ້ອງ ຕໍ່ບໍຣິສັດ ຂໍຄ່າຊົດເຊີຍຕື່ມ ເຮັດໃຫ່້ ບໍຣິສັດ ບໍ່ພໍໃຈ ຈົນມີການ ນາບຂູ່ກັນ ເກີດຂື້ນ.

ນອກຈາກບັນຫາ ບໍ່ໄດ້ຄ່າ ຊົດເຊີຍ ເທົ່າທຽມກັນແລ້ວ ຊາວບ້ານ ຜູ້ຢູ່ລຸ່ມເຂື່ອນ ຍັງມີບັນຫາ ສະພາບຄວາມ ປ່ຽນແປງ ຊື່ງຊາວບ້ານ ກໍໄດ້ຮຽກຮ້ອງ ຕໍ່ບໍຣິສັດ ເຫມືອນກັນ ແຕ່ບໍຣິສັດ ກໍມິດງຽບ ກ່ຽວກັບ ເລື້ອງນີ້.

ເຖິງຢ່າງໃດ ກໍຕາມ ວິທຍຸເອເຊັຽເສຣີ ກໍໄດ້ສອບຖາມ ໄປຍັງກະຊວງ ພລັງງານ ແລະ ບໍ່ແຮ່ ສປປລາວ ກ່ຽວກັບບັນຫາ ດັ່ງກ່າວ ທາງກະຊວງ ບອກວ່າ ຍັງບໍ່ມີລາຍງານ ກ່ຽວກັບ ເລື້ອງນີ້ ຈາກອຳນາດ ການປົກຄອງ ທ້ອງຖີ່ນ ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.