ບໍຣິສັດວຽດນາມ ສ້າງໂຮງຮຽນໃຫ້ລາວ

ເພື່ອເປັນການ ຕອບແທນ ທີ່ ລາວ ໃຫ້ ອະນຸຍາດ ບໍຣິສັດ ນີ້ ລົງທຶນ ສ້າງ ສນາມກ໊ອຟ ແລະ ໂຮງແຮມ ຫລູຫລາ ຢູ່ ນະຄອນຫລວງ ວຽງຈັນ.
ອະວາຣີ
2011.10.24
F-Vietnam-Golf-court ພື້ນທີ່ດິນ ໃນນະຄອນຫຼວງ ວຽງຈັນ ໃນເຂດ ທີ່ມີ ຣາຄາແພງ ຈະກາຍເປັນ ສນາມກ໊ອຟ ແລະ ໂຮງແຮມ ຂອງວຽດນາມ
RFA

ກົດຟັງສຽງ

ເມື່ອສັປດາ ທີ່ຜ່ານມາ ບໍຣິສັດ ລອງທັ້ນ ຂອງ ວຽດນາມ ທີ່ລົງທຶນ ເຮັດທຸຣະກິດ ດ້ານກິລາ ຕີກ໊ອຟ, ໄດ້ຈັດພິທີ ວາງສີລາລຶກ ໃນການ ສ້າງໂຮງຮຽນ ຫລັງນຶ່ງ ຢູ່ເມືອງ ໄຊເສຖຖາ ແຂວງ ອັດຕະປື ໃນພາກໃຕ້ ຂອງລາວ. ບໍຣິສັດ ລອງທັ້ນ ໃຫ້ເງິນ ຊ່ວຍເຫລືອ ເຄິ່ງລ້ານ ດອນລ່າ ສະຫະຣັຖ ເພື່ອສ້າງ ໂຮງຮຽນ ຫລັງດັ່ງກ່າວ ຊຶ່ງຈະເປັນ ໂຮງຮຽນ ຫລັງໃຫຍ່ ສົມຄວນ ມີສອງຊັ້ນ ແລະ ສາມາດ ບັນຈຸ ນັກຮຽນ ໄດ້ທັງໝົດ 450 ຄົນ. ນອກຈາກນັ້ນ ທ່ານ ເລວັນກ່ຽມ ເຈົ້າຂອງ ບໍຣິສັດ ລອງທັ້ນ ຍັງໃຫ້ ບໍຣິຈາກ ພິເສດ ເປັນເງິນ 170,000 ດອນລ່າ ເພື່ອສ້າງ ຫໍພັກ ນາຍຄຣູ ຫໍສມຸດ ແລະ ສະຖານທີ່ ຫລິ້ນກິລາ ໃນໂຮງຮຽນ ຫລັງ ດັ່ງກ່າວ ນັ້ນນຳ.

ທ່ານ ເລວັນກ່ຽມ ເຄີຍເປັນ ທະຫານ ວຽດນາມ ທີ່ເຂົ້າມາ ສູ້ຣົບ ຢູ່ລາວ ເພື່ອ ຊ່ວຍຝ່າຍ ແນວລາວ ຮັກຊາດ ໃນສມັຍ ສົງຄາມ; ແຕ່ຫລັງຈາກ ສົງຄາມ ສິ້ນສຸດລົງ ທ່ານ ເລວັນກ່ຽມ ກາຍເປັນ ພໍ່ຄ້າ ຂາຍແຕ່ສິ່ງທີ່ ຂາຍໄດ້ດີ ມີກຳໄຣ ໄວ, ນັ້ນກໍແມ່ນ ຂາຍໄມ້ ໄມ້ທີ່ໄປຈາກ ປະເທດລາວ; ຂາຍໄດ້ ດິບໄດ້ດີ ຈົນເປັນ ເສຖຖີ ປັດຈຸບັນ ມີເງິນ ຫລາຍພັນລ້ານ ດອນລ່າ ສະຫະຣັຖ ແລະ ເມື່ອສອງປີ ກ່ອນ ຣັຖບານ ສປປລາວ ໄດ້ ອະນຸຍາດ ໃຫ້ ທ່ານ ເລວັນ ກ່ຽມ ແລະ ບໍຣິສັດ ລອງທັ້ນ ສ້າງສນາມກ໊ອຟ ແລະ ໂຮງແຮມ ຫລູຫລາ ຫ້າດາວ ຢູ່ ນະຄອນຫລວງ ວຽງຈັນ. ການກໍສ້າງ ກຳລັງ ດຳເນີນ ໄປແລະຈະໃຫ້ ສຳເຣັດ ພາຍໃນ ສິບປີ ຂ້າງໜ້າ.

ການສ້າງ ສນາມກ໊ອຟ ແລະ ໂຮງແຮມ ໃຫຍ່ ດັ່ງກ່າວ ຈະໃຊ້ເງິນ ເຖິງ 1 ຕື້ດອນລ່າ ສະຫະຣັຖ. ກ່ອນ ບໍຣິສັດ ລອງທັ້ນ ຈະລົງມື ສ້າງ ປະຊາຊົນ ທີ່ອາໄສ ຢູ່ ບໍຣິເວນ ສນາມກ໊ອຟ ນັ້ນ ບໍ່ດີໃຈ ຢ່າງໃຫຍ່ ທີ່ ຣັຖບານ ມອບດິນ ຕອນນັ້ນ ໃຫ້ ບໍຣິສັດ ວຽດນາມ. ດິນຕອນນັ້ນ ເປັນດິນ ທີ່ມີ ຣາຄາສູງ ຢູ່ໃກ້ໆກັບ ຫົວຂົວ ມິຕພາບ ລາວ-ໄທ ແຫ່ງທີ່ນຶ່ງ. ແຕ່ ໃນທີ່ສຸດ ປະຊາຊົນ ກໍບໍ່ສາມາດ ຂັດຂືນໄດ້.

ທ່ານ ສົມສວາດ ເລັ່ງສວັດ ກ່າວໃນ ເວລາ ນັ້ນວ່າ ຣັຖບານ ສປປລາວ ຈະໃຫ້ຄວາມ ສະດວກ ສະບາຍ ແກ່ການ ລົງທຶນ ຂອງວຽດນາມ ຢ່າງເຕັມທີ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Oct 25, 2011 01:32 AM

Lao people are happy and wait for donation next. Do not do any things just only drinking, bar beer tour, eating, dancing, speak over, sleep , sale a land, ...