ຈີນ-ວຽດນາມ ໃນແຂວງສາຣະວັນ
2012.10.10
ເຈົ້າຫນ້າທີ່ ແຂວງສາຣະວັນ ເວົ້າວ່າ ປັດຈຸບັນ ມີຊາວວຽດນາມ ແລະ ຊາວຈີນ ເຂົ້າມາຕັ້ງຮ້ານ ຄ້າຂາຍ ໃນແຂວງ ເພີ້ມຂື້ນ ຊື່ງອາດເຫັນວ່າ ເປັນເປັນບ່ອນແວ່ ພັກເຊົາ ເພື່ອເດີນທາງຕໍ່ ໄປແຂວງ ຈຳປາສັກ ແລະ ສວັນນະເຂດ. ການເຂົ້າມາ ຄ້າຂາຍ ຂອງ ຈີນແລະວຽດນາມ ບາງຄົນ ກໍຖືກຕ້ອງຕາມ ກົດຫມາຍ ເພາະເສັຽພາສີ ບາງຄົນ ບໍ່ຖືກຕ້ອງ ລັກຄ້າຂາຍ ບໍ່ເສັຽ ພາສີ ໃຫ້ຣັຖ. ທ່ານກ່າວວ່າ:
"ມີຫລາຍມີ ວຽດນາມ ຈີນ ພວກອື່ນບໍ່ເຂົ້າມາ ຂາຍເຄື່ອງເຮັດຮ້ານ ເຕັມໃນຕລາດ ມີແຕ່ພວກຈີນ ເພາະສີນຄ້າ ເຂົາຖືກ".
ທ່ານວ່າ ນອກຈາກກຸ່ມ ພໍ່ຄ້າແມ່ຄ້າ ແລ້ວ ກໍຍັງມີກຸ່ມ ແຮງງານ ຮັບຈ້າງ ໂດຍສະເພາະ ຜູ້ຮັບເຫມົາ ກໍ່ສ້າງ ຄົນລາວສ່ວນໃຫຍ່ ກໍຈ້າງແຮງງານ ວຽດນາມ ເພາະມີຝີມືດີ ໃນການປຸກສ້າງ ເຮືອນ ຫລືຕຶກອາຄານ ປະເພດຕ່າງໆ. ທ່ານກ່າວເພີ້ມວ່າ:
"ຄົນລາວເຮົາບໍ່ມີຝີມື ເຣື້ອງຊ່າງນັ້ນ ຈໍາເປັນຕ້ອງ ເອົາຄົນເຂົາ".
ການເຂົ້າມາຄ້າຂາຍ ຂອງແມ່ຄ້າພໍ່ຄ້າ ຈີນແລະວຽດນາມ ທີ່ແຂວງ ສາຣະວັນ ເຮັດໃຫ້ ພໍ່ຄ້າແມ່ຄ້າລາວ ຂາຍເຄື່ອງບໍ່ອອກ ເພາະສີນຄ້າ ຂອງ ພວກຂະເຈົ້າ ຣາຄາຖືກກວ່າ ແຕ່ ຄຸນນະພາບ ບໍ່ຄ່ອຍດີ ໂດຍສະເພາະເຄື່ອງໃຊ້ ໄຟຟ້າ ຊື້່ມາແລ່້ວໃຊ້ ເທື່ອນື່ງສອງເທື່ອ ກໍເພ ທາງການແຂວງ ກໍບໍ່ມີການ ກວດກາເລື້ອງນີ້.
ເຖິງຢ່າງໃດກໍຕາມ ເຈົ້າຫນ້າທີ່ ທ່ານນັ້ນ ເວົ້າວ່າ ການເຂົ້າມາ ຄ້າຂາຍຂອງ ຊາວຈີນ ແລະ ຊາວວຽດນາມ ທີ່ແຂວງສາຣະວັນ ຕັ້ງຫລວງຫລາຍ ໃນເວລານີ້ ອາດເປັນເພາະວ່າ ໂຄງຮ່າງພື້ນຖານ ການຄົມມະນາຄົມ ໃນແຂວງ ດັ່ງຖນົນຫົນທາງ ມີການພັທນາ ດີຂື້ນ ການສັນຈອນ ໄປມາ ກໍສະດວກ.