ບັນຫາອາຈມີຂື້ນ ຍ້ອນນໍ້າ
ປະເທດຕ່າງໆ ອາດປະເຊີນ ກັບບັນຫາ ການຍາດແຍ່ງ ເຣື່ອງນໍ້າ. ທ່ານ Truong Tan Sang ປະທານ ປະເທດ ວຽດນາມ ຮຽກຮ້ອງໃຫ້ ໃຊ້ປະໂຫຍດ ຈາກນໍ້າ ໃນ ແມ່ນໍ້າຂອງ ຢ່າງຍືນຍົງ.
-
ມະນີຈັນ
2012-09-07 -
-
-
Your browser doesn’t support HTML5 audio
ຕໍ່ກອງປະຊຸມ ເວທີເສຖກິດ ທີ່ປະເທດຣັດເຊັຽ ທ່ານ Truong Tan Sang ກ່າວວ່າ ນໍ້າ ປາກົດວ່າ ຈະເປັນສິ່ງທີ່ມີ ຄວາມໝາຍ ທາງພູມີພາຄ ການເມືອງ ຄືກັບນໍ້າມັນ ເຊື້ອເພີງ ຄວາມເຄັ່ງຕຶງ ທີ່ເກີດຂຶ້ນຍ້ອນ ແຫລ່ງນໍ້າ ກໍາລັງ ເປັນພັຍຂົ່ມຂູ່ ການເຕີບໂຕທາງດ້ານ ເສຖກິດ ໃນຫລາຍປະເທດ ແລະ ກໍເປັນທີ່ມາຂອງ ຂໍ້ຂັດແຍ່ງ ໃນເມື່ອທຸກ ປະເທດ ພຍາຍາມ ທີ່ຈະພັທນາເສຖກິດ ຂອງຕົນ.
ການກໍ່ສ້າງເຂື່ອນ ແລະ ການປ່ຽນແປງ ໃນແມ່ນໍ້າ ໂດຍປະເທດຕ່າງໆ ຈໍານວນນຶ່ງ ທີ່ຍູ່ເຂດແມ່ນໍ້າຂອງ ຕອນເທິງ ເຮັດໃຫ້ຫລາຍປະເທດ ວິຕົກກັງວົນ ຊື່ງກະທົບ ກະເທືອນ ຕໍ່ຄວາມສໍາພັນ ຂອງປະເທດ ທີ່ກ່ຽວຂ້ອງ.
ການໃຊ້ແມ່ນໍ້າຂອງ ຊຶ່ງເປັນແມ່ນໍ້າ ທີ່ມີຄວາມຍາວ ເປັນອັນດັບ ທີ 12 ຂອງໂລກ ຖືເປັນບັນຫາ ເຮັດໃຫ້ເກີດການ ແຕກແຍກ ໃນບັນດາປະເທດ ທີ່ແມ່ນໍ້າຂອງ ໄຫລຜ່ານ ຄື ພະມ່າ ລາວ ໄທ ກໍາພູຊາ ວຽດນາມ ແລະຈີນຊຶ່ງເປັນ ປະເທດ ຕົ້ນນໍ້ານັ້ນ.
ຕາມຄໍາເວົ້າຂອງ ຄນະກັມມາທິການ ແມ່ນໍ້າຂອງ MRC ປະຊາຊົນ ຫລາຍກວ່າ 60 ລ້ານຄົນ ອາສັຍແມ່ນໍ້າຂອງ ເປັນເສັ້ນທາງ ຄົມມະນາຄົມທາງນໍ້າ ແລະ ເປັນແຫລ່ງ ການປະໂມງ ທີ່ໃຫຍ່ ທີ່ສາມາດ ຈັບປາໄດ້ ເຖິງ 3 ລ້ານ 9 ແສນຕັນ ໃນແຕ່ລະປີ.
ອົງການ ສະພາບແວດລ້ອມ ເຕືອນວ່າ ແມ່ນໍ້າຂອງ ຖືກຂົ່ມຂູ່ຈາກການ ສ້າງເຂື່ອນໄຟຟ້າ ເພື່ອພະລັງງານ. ປະເທດຈີນ ທີ່ກະຫາຍ ພະລັງງານ ມີແຜນການສ້າງ ເຂື່ອນອີກ ຫລາຍແຫ່ງ ໃສ່ແມ່ນໍ້າຂອງ ແລະ ອ້າງວ່າເຂື່ອນນັ້ນ ບໍ່ກະທົບ ກະເທືອນ ແມ່ນໍ້າຂອງ ຕອນລຸ່ມ.
ທາງຝ່າຍ ສປປລາວ ກໍໄດ້ໃຫ້ສັນຍາ ເມື່ອເດືອນ ກໍຣະກະດາ ວ່າຈະເລື່ອນການສ້າງ ເຂື່ອນ ໃສ່ແມ່ນໍ້າຂອງ ແຂວງໄຊຍະບູລີ ພາຍຫລັງ ກໍາພູຊາ ແລະວຽດນາມ ໄດ້ສະແດງ ຄວາມກັງວົນວ່າ ເຂື່ອນນັ້ນ ຈະສົ່ງຜົນຮ້າຍໃສ່ ການປະໂມງ ແລະ ການຊົລປະທານ.