ໂຮງງານນໍ້າຕານ ຂອງ ບໍຣິສັດ Hoang anh Gia Lai ຊຶ່ງເປັນ ບໍຣິສັດໃຫຍ່ ຈາກວຽດນາມ ທີ່ສ້າງຂຶ້ນ ໃນແຂວງ ອັຕຕະປື ມີຂ່າວວ່າ ຈະເລີ່ມຜລິດ ໃນທ້າຍປີນີ້. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຜແນກໂຍທາ ແຂວງ ອັຕຕະປື ໃນວັນທີ 14 ກັນຍາ 2012 ນີ້:
"Hoang anh Gia Lai ນີ້ຖືວ່າເພິ່ນ ສ້າງຕັ້ງໂຮງນໍ້າຕານ ເຂົາແລ້ວໝົດແລ້ວເດ້ ມີແຕ່ກຽມທົດລອງ ປະມານເດືອນ 12 ເພິ່ນສິເລີ່ມ ຜລິດນໍ້າຕານ ແລ້ວເດ໋".
ໂຮງງານນໍ້າຕານ ຂອງ ບໍຣິສັດວຽດນາມ ແຂວງອັຕຕະປື ເລີ່ມກໍ່ສ້າງ ເມື່ອເດືອນ ພຶສຈິກາ 2011 ແລະ ກໍ່ສ້າງແລ້ວ ເມື່ອບໍ່ດົນມານີ້. ຂັ້ນຕໍ່ໄປກໍແມ່ນ ຊອກຫາຄົນງານ ມາຝຶກອົບຮົມ ແລະ ຄົນງານລາວ ຈະມີຈໍານວນໜ້ອຍ ກວ່າຄົນງານວຽດນາມ. ທ່ານກ່າວວ່າ:
"ເວົ້າເຣື່ອງແຮງງານນີ້ ຕາມກົດໝາຍ ແລ້ວ ຕ້ອງມີຄົນລາວ ຢູ່ຮ່ວມ ແນ່ນອນວ່າ ພວກເຮົາ ຍັງຄົ້ນຄວ້າກັນຢູ່ ເຣື່ອງແຮງງານ ຕ້ອງມີແຮງງານລາວ ຢູ່ປະມານ 30 ເປີເຊັນ ນະ ແນ່ນອນ ມັນກໍສິຄົນ ວຽດນາມ ຫລາຍກວ່າ".
ແຂວງ ອັຕຕະປື ມີປະຊາຊົນພຽງ 1 ແສນຄົນ ເປັນບັນດາ ຊົນເຜົ່າປະມານ 80 ເປີເຊັນ ຊຶ່ງສ່ວນຫລາຍ ບໍ່ມີຝີມື ຈື່ງຕ້ອງເອົາ ຄົນງານຈາກ ແຂວງຈໍາປາສັກ ແລະ ແຂວງ ອື່ນໆເຂົ້າສົມທົບ.