ເຂື່ອນຈະທໍາລາຍປາ ແລະສີ່ງແວດລ້ອມ

ວຽດນາມເວົ້າວ່າ ເຂື່ອນ ໄຊຍະບຸຣີ ແລະ ເຂື່ອນແມ່ນ້ຳຂອງ ອື່ນໆ ຈະທຳຣາຍ ປາ ແລະສິ່ງແວດລ້ອມ ໃນທຸກປະເທດ ໃນເຂດລຸ່ມ ແມ່ນ້ຳຂອງ.
ອະວາຣີ
2012.05.07
F-Stop-XD ການປະທ້ວງ ຕໍ່ຕ້ານເຂື່ອນ ໄຊຍະບູຣີ ຂອງຊາວໄທ ລຸ່ມນໍ້າຂອງ
RFA

ກົດຟັງສຽງ

ທ່ານ ຫງຽນວັນດ່ວນ ນັກຊ່ຽວຊານ ຂອງ ຄນະກັມມາທິການ ແມ່ນ້ຳຂອງ ຂອງວຽດນາມ ກ່າວວ່າ ການສ້າງເຂື່ອນ ທຸກແຫ່ງ ໃສ່ແມ່ນ້ຳຂອງ ໃນເຂດລຸ່ມ ແມ່ນ້ຳຂອງ ຈະສົ່ງຜົນ ກະທົບ ຂ້າມຊາດ ໄປສູ່ປະເທດໄທ ວຽດນາມ ແລະ ກຳພູຊາ. ການສ້າງເຂື່ອນ ອາດຈະຜລິດ ໄຟຟ້າ ໃຫ້ແກ່ປະເທດ ນຶ່ງ ແຕ່ສົ່ງຜົນ ກະທົບ ຕໍ່ທຸກໆປະເທດ ແລະ ແນ່ນອນວ່າ ການສ້າງເຂື່ອນ ໄຊຍະບຸຣີ ຊຶ່ງຈະເປັນ ເຂື່ອນແມ່ນ້ຳຂອງ ແຫ່ງທຳອິດ ໃນລາວ ກໍຈະທຳຣາຍ ປາ ແລະ ສິ່ງແວດລ້ອມ ໃນທຸກໆ ປະເທດ.

ທ່ານ ຫງຽນວັນດ່ວນ ກ່າວອີກວ່າ ການສຶກສາ ສຳຣວດ ຜົນກະທົບ ຈາກການສ້າງ ເຂື່ອນໄຟຟ້າ ໃສ່ແມ່ນ້ຳຂອງ ທີ່ຈະມີຕໍ່ ປະເທດອື່ນໆ ຈະເຮັດໄດ້ຍາກ ເກືອບວ່າ ຈະເປັນໄປບໍ່ໄດ້ ເພາະແຕ່ລະ ປະເທດ ກໍມີ ກົດໝາຍ ວ່າດ້ວຍການ ປົກປັກຮັກສາ ສິ່ງແວດລ້ອມ ແຕກຕ່າງກັນ. ຕົວຢ່າງ ການສ້າງເຂື່ອນ ທີ່ທຳຣາຍ ປາ ສິ່ງແວດລ້ອມ ແລະ ວິຖີຊີວິດ ຂອງ ປະຊາຊົນ ຫລາຍລ້ານຄົນ ອາດເປັນສິ່ງທີ່ ຜິດກົດໝາຍ ໃນປະເທດ ນຶ່ງ ແຕ່ຖືກຕ້ອງ ຕາມກົດໝາຍ ໃນປະເທດ ອື່ນໆ.

ທ່ານ ຫງຽນວັນດ່ວນ ກ່າວ ໃນຕອນທ້າຍວ່າ ການສໍາຣວດ ຜົນກະທົບ ຂ້າມຊາດ ບາງເທື່ອ ອາດຈະສ້າງ ຂໍ້ຂັດແຍ້ງຂື້ນ ຣະຫວ່າງ ປະເທດ ຕົວຢ່າງ ປັດຈຸບັນ ວຽດນາມ ແລະ ກຳພູຊາ ກໍບໍ່ພໍໃຈ ຕໍ່ການເຊັນ ສັນຍາ ຈະສ້າງເຂື່ອນ ໄຊຍະບຸຣີ ນັ້ນຢ່າງແຮງ. ບໍ່ພຽງແຕ່ ບໍ່ພໍໃຈ ເທົ່ານັ້ນ ສອງປະເທດນີ້ ຍັງຢາກໃຫ້ ຣັຖບານລາວ ຍຸຕິການກໍ່ສ້າງ ເຂື່ອນ ດັ່ງກ່າວ.

ສ່ວນ ນັກຊ່ຽວຊານ ອີກຜູ້ນຶ່ງ ຄື ທ່ານ Timo Koivurova ອາຈານສອນ ມະຫາວິທຍາໄລ ກ່ຽວກັບ ສິ່ງແວດລ້ອມ ແລະ ຊົນເຜົ່າສ່ວນນ້ອຍ ສເນີວ່າ ຢາກໃຫ້ປະເທດ ໃນເຂດລຸ່ມ ແມ່ນ້ຳຂອງ ລົງນາມ ໃນສົນທິ ສັນຍາ ວ່າດ້ວຍຜົນກະທົບ ຂ້າມຊາດ ຫລັງຈາກນັ້ນ ຈຶ່ງສຳຣວດ ຜົນກະທົບ ກ່ຽວກັບ ການສ້າງເຂື່ອນ ແມ່ນ້ຳຂອງ ໃໝ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
May 07, 2012 09:14 AM

ການກະທົບສິ່ງແວດລ້ອມແມ່ນມີແລ້ວແນ່ນອນ,ການຟ້ອນລຳວົງນັ້ນ,ສຸດແລ້ວແຕ່ຈະພາກັນເຕັ້ນ,ຖ້າເຕັ້ນບໍເຂົ້າຈັງວະຈະມາຕິພວກເສບແລະພວກຊົມກໍ່ແລ້ວແຕ່ຈະຄິດແລະຕິດຕາມໄປ.

Anonymous
May 08, 2012 11:02 AM

If Vietnam isn't happy for Laos build Mekong Dam in Sayaboury province, Laos want to break relationship between Laos and Vietnam right way or Laos want to fight Vietnam until last laotian die, bullshit Vietnam, bullshit cambodia. God Maxist bless lao.

Anonymous
May 07, 2012 12:25 PM

ທຸກຢ່າງຕ້ອງໄດ້ຮູ້ບົດ ຄູບາເທດດ້ວຍຄວາມໝາຍດີໆວ່າ: ກຸດສາລາທຳມາ,ຍ້ອນພວກຄົນບາບຫນາສ້າງເຂືອນອັດຮູລົມ ຖົມຮູນ້ຳທຳມາ,ຊີວິດທັມມະຊາຕທຸກຢ່າງ ຕ້ອງກຸດສາລາທຳມາ.