ເຂື່ອນພລັງນໍ້າຢູ່ລາວ ຂອງວຽຕນາມເຣີ້ມກໍ່ສ້າງ

ວຽຕນາມ ເຣີ້ມລົງມື ກາຣກໍ່ສ້າງ ເຂື່ອນໄຟຟ້າ ພລັງນໍ້າ ຢູ່ທາງພາຄໃຕ້ ຂອງລາວ.
ຫວາດ ສີມູນ
2011.03.07
F-sekamarn ແຜນທີ່ສາຍນໍ້າເຊກະໝານ
Map of Laos PDR

ກົດຟັງສຽງ

ໂຄງກາຣສ້າງເຂື່ອນ ເຊກະໝານ 1 ຢູ່ແຂວງອັຕປື ທາງພາຄໃຕ້ ຂອງລາວ ໂດຽບໍຣິສັທ ກາຣລົງທຶນ ວຽຕນາມ ໃນມູລຄ່າ 441 ລ້ານດອລລາຣ໌ ສະຫະຣັຖ ໄດ້ເຣີ່ມລົງມື ຢ່າງເປັນ ທາງກາຣແລ້ວ ໃນມື້ວັນອາທິຕ ຜ່ານມານີ້ ເປັນກາຣປະຕິບັຕ ຕາມໂຄງກາຣໆຮ່ວມມື ຣະຫວ່າງ ສສວຽຕນາມ ແລະ ສປປລາວ ແລະກໍເປັນໂຄງກາຣ ທີ່ໃຫຍ່ທີ່ສຸດ ຂອງວຽຕນາມ ໃນລາວ.

ທ່ານ Hoang Trung Hai ຮອງນາຍົກ ຣັຖມົນຕຣີວຽຕນາມ ໄດ້ກ່າວວ່າ ໂຄງກາຣສ້າງເຂື່ອນ ເຊກະໝານ ດັ່ງກ່າວ ເປັນໂຄງກາຣໃຫຍ່ ອັນໜຶ່ງ ຂອງບໍຣິສັທ SongDa Corp ວຽຕນາມ ທີ່ມີກາຣລົງທຶນ ຢູ່ຕ່າງປະເທສ ຊຶ່ງກໍເປັນສັນຍາລັກ ຂອງກາຣຮ່ວມມື ຣະຫວ່າງສອງຝ່າຍ ທີ່ມີກຳໜົດ ຜລິຕໄຟຟ້າໄດ້ 332 ເມກະວັຕ  ເພື່ອສົ່ງຂາຍໃຫ້ ວຽຕນາມ 80% ແລະເຫລືອ 20% ສຳຫລັບແຈກໃຊ້ ຢູ່ພາຍໃນ ປະເທສ.

ທ່ານ Hoang Trung Hai ໄດ້ກ່າວເນັ້ນວ່າ ໂຄງກາຣສ້າງ ເຂື່ອນພລັງນ້ຳ ເພື່ອຜລິຕກະແສ ໄຟຟ້າ ເຊກະໝານ 1 ດັ່ງກ່າວ ເປັນພາຄສ່ວນ ຂອງໂຄງກາຣຜລິຕ ກະແສໄຟຟ້າ ໃນອ້າງນ້ຳ ເຊກະໝານ ຊຶ່ງກໍຮວມທັງ ເຊກະໝານ ຊານໄຊ ນຳດ້ວຍ ທີ່ຄາດວ່າທັງ 2 ແຫ່ງ ຈະສາມາຖຜລິຕ ກະແສໄຟຟ້າ ໄດ້ທັງໝົດເຖິງ 1.22 ຕື້ (1 ພັນ 220 ລ້ານ) ກິໂລວັຕ ຊົ່ວໂມງຕໍ່ປີ.

ໃນຂນະດຽວ ກັນນີ້ ທາງບໍຣິສັທ SongDa Corp ຂອງວຽຕນາມ ດັ່ງກ່າວ ຍັງມີໂຄງກາຣ ທີ່ຈະສ້າງເຂື່ອນອື່ນໆ ຕື່ມອີກບໍ່ຕໍ່າກວ່າ 6 ໂຄງກາຣດ້ວຍກັນ ທີ່ວ່າຈະສາມາຖ ຜລິຕກະແສໄຟຟ້າ ໄດ້ທັງໝົດ ປະມານ 1,400 ເມກະວັຕ ໃນເຂຕພາຄໃຕ້ ຂອງລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.