ສນາມກ໊ອຝວຽດນາມ ບ້ານດົງໂພສີ

ຊາວບ້ານ ດົງໂພສີ ນະຄອນຫລວງ ວຽງຈັນ ບໍ່ຢາກຍ້າຍ ອອກຈາກເຂດ ໂຄງການ ສ້າງສນາມກ໊ອຝວຽດນາມ.
ສົມເນ
2012.01.11
F-vn-golf ພື້ນທີ່ສນາມກ໊ອຝ ຂອງວຽດນາມ ທີ່ໄດ້ເລີ້ມ ບຸກເບີກມາແລ້ວ ແຕ່ຫຼາຍປີ
RFA

ກົດຟັງສຽງ

ຊາວບ້ານ ດົງໂພສີ ເມືອງຊາຍຟອງ ບອກວ່າມີ ປະຊາຊົນ ຈໍານວນນື່ງ ຢູ່ໃນເຂດ ໂຄງການສ້າງ ສນາມ ກ໊ອຝ ລອງທັນ ຂອງວຽດນາມ ບໍ່ຢາກຍ້າຍອອກ ເພາະວ່າມັນ ເປັນຖິ່ນຖານ ດັ້ງເດີມ ທີ່ພວກຕົນ ອາສັຍ ຢູ່ມາໄດ້ ຫລາຍປີແລ້ວ ແຕ່ກໍຈໍາເປັນ ຕ້ອງໄດ້ຍ້າຍອອກ ຕາມຄໍາສັ່ງ ຂອງ ຣັຖບານ ທ່ານເວົ້າວ່າ:

 "ມັນກໍບໍ່ດີ ເພາະວ່າມັນ ເປັນຖິ່ນຖານເກົ່າ ຢູ່ກັນມາ ຕັ້ງແຕ່ ດົນແລ້ວ ບໍ່ຢາກຍ້າຍ ຫັ້ນແຫລະ ແຕ່ດ້ວຍເຫດວ່າ ລະບົບ ຂອງຣັຖບານ ຢູ່ພີ້ ພໍຣັດມີ ຄໍາສັ່ງອອກມາ ຢາກຍ້າຍ ຫລືບໍ່ຢາກຍ້າຍ ກໍຕ້ອງໄດ້ຍ້າຍ".

ຊາວບ້ານ ປະມານ 200 ຫລັງຄາເຮືອນ ຕ້ອງສູນເສັຽ ບ້ານເຮືອນ ແລະຍັງຕ້ອງ ສູນເສັຽບ່ອນ ທໍາມາຫາກິນ ໂດຍສະເພາະ ພື້ນທີ່ປູກຝັງ ຫລາຍເຮັກຕາ ຍ້ອນໂຄງການ ສ້າງສນາມກ໊ອຝ ວຽດນາມ ພວກຕົນ ຈະຕ້ອງໄດ້ ເລີ້ມຊີວິດໃໝ່ ຍັງບໍຮູ້ວ່າ ເພິ່ນຈະໃຫ້ ຍ້າຍ ໄປຢູ່ ບ່ອນໃດ ແລະ ສິ່ງສໍາຄັນ ກໍຍັງ ບໍ່ຮູ້ວ່າ ຄ່າຊົດເຊີຽ ຈະໄດ້ໜ້ອຍ ຫລາຍປານໃດ.

ເຈົ້າໜ້າທີ່ ກ່ຽວຂ້ອງກັບ ໂຄງການນີ້ ຢືນຢັນວ່າ ຈະຕ້ອງໂຍກຍ້າຍ ປະຊາຊົນ ອອກຈາກ ບໍຣິເວນ ໂຄງການສ້າງ ສນາມກ໊ອຝ ນີ້ເພື່ອບໍ່ໃຫ້ ກີດຂວາງ ການກໍ່ສ້າງ ແລະຈະໃຫ້ ຄ່າຊົດເຊີຽ:

 "ມີບ້ານສ່ວນນື່ງ ແຕ່ນ້ອຍດອກ ຣັຖບານລາວ ຈະຊົດເຊີຽ ໃຫ້ປະຊາຊົນ ຈັດທີ່ຢູ່ໃຫ້ໃໝ່ ໃຫ້ ປະຊາຊົນ".

ໂຄງການສ້າງ ສນາມກ໊ອຝ ລອງທັນ ຂອງ ບໍຣິສັດ ວຽດນາມ ຕັ້ງຢູ່ເຂດ ເສຖກິດສະເພາະ ໃນພື້ນທີ່ 550 ເຮັກຕາ ສ້າງຄວາມ ບໍ່ພໍໃຈໃຫ້ ປະຊາຊົນ ໃນທ້ອງຖິ່ນ.

ທາງການລາວ ຄາດວ່າ ໂຄງການນີ້ ຈະດຶງດູດ ນັກລົງທືນ ຫລາຍຂື້ນ ແຕ່ກໍເປັນ ການນໍາເອົາ ຊາວວຽດນາມ ເຂົ້າມາ ຕັ້ງຖິ່ນຖານ ໃນລາວ ເຊັ່ນກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jan 11, 2012 01:00 PM

ສັງເກດເຫັນວ່າ ໃນສະພາບປັດຈຸບັນ ບັນດານາຍທັງຫຼາຍ ມັກຫຼີ້ນ Golf ເພື່ອເປັນການພັກຜ່ອນ ຍ່ອນອາລົມ, ຄວາມສຳລາດ ແລະເປັນບ່ອນເຈລະຈາຕໍ່ລອງທາງດ້ານທຸລະກິດ ສະນັ້ນ, ເດີ່ນກອບຫຼາຍເດີ່ນໃນຫຼາຍແຂວງ ຈີ່ງເກີດຂື້ນຢ່າງໄວວາ ອັນໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນຈຳນວນບໍ່ໜ້ອຍ

Anonymous
Jan 16, 2012 08:28 PM

ໃຜຈະເວົ້າຫຍັງກໍ່ຊ່າງ ເຂົາບໍ່ສົນໃຈດອກວ່າປະຊາຊົນ ຈະເດືອດຮ້ອນ. ຜູ້ໃດມີສ່ວນກ່ຽວຂ້ອງກັບໂຄງການ ຍ່ອມຈະມີເງິນໃຕ້ໂຕະ ແຕ່ກໍ່ຄວນຫຼຽວເບິ່ງປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບແດ່.ຊົດເຊີຍກໍ່ໃຫ້ມັນສົມເຫດສົມຜົນ.ແລະຈັດສັນໃຫ້ປະຊາຊົນມີທີ່ຢູ່ແລະມີອາຊີບທີ່ຫາລ້ຽງປາກລ້ຽງທ້ອງໄດ້

Anonymous
Jan 12, 2012 03:51 PM

ສັງເກດເຫັນວ່າ ໃນສະພາບປັດຈຸບັນ ບັນດານາຍທັງຫຼາຍ ມັກຫຼີ້ນ Golf ເພື່ອເປັນການພັກຜ່ອນ ຍ່ອນອາລົມ, ຄວາມສຳລາດ ແລະເປັນບ່ອນເຈລະຈາຕໍ່ລອງທາງດ້ານທຸລະກິດ ສະນັ້ນ, ຂ້າພະເຈົ້າຂໍຊົມເຊີຍທ່ານຜູ້ທີ່ມີຄຳຄິດເຫັນແບບນີ້ເດີ່ນກອບຫຼາຍເດີ່ນໃນຫຼາຍແຂວງ ຈີ່ງເກີດຂື້ນຢ່າງໄວວາ ອັນໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນຈຳນວນບໍ່ໜ້ອຍ