ເຂດເສຖກິດພິເສດ ວຽດນາມໃນລາວ

ສປປລາວ ແລະ ບໍຣິສັດ ການຄ້າ ແລະ ການລົງທືນ golf ລອງທັນ ວຽດນາມ ໄດ້ລົງນາມ ຂໍ້ຕົກລົງ ທີ່ ນະຄອນຫຼວງ ວຽງຈັນ ໃນວັນທີ 7 ມົກກະຣາ ຍົກຣະດັບ ສນາມ golf ແລະ ທຸຣະກິດ ອະສິງຫາຮີມມະຊັບ ໃຫ້ເປັນເຂດ ເສຖກິດ ພິເສດ.
ສິດນີ
2012.01.10
F-Vietnam-SEZ ສະຖານທີ່ ບໍຣິສັດ ລອງທັນກ໊ອຝ ໄດ້ເລີ້ມລົງມືສ້າງ ມາແລ້ວຫຼາຍປີ ໃນນະຄອນຫຼວງ ວຽງຈັນ (ຮູປຖ່າຍ ວັນທີ 19 ເດືອນ ມິຖຸນາ 2010)
RFA

ກົດຟັງສຽງ

ທັງສອງຝ່າຍ ໄດ້ຕົກລົງກັນ ໃນການ ດັດແປງ ແລະ ເພີ້ມຕື່ມ ໃນໂຄງການ ທີ່ສັບສົນ ດ່ັງກ່າວ ໃຫ້ເປັນໄປ ຕາມ ນະໂບບາຍ ການພັທນາ ເສຖກິດພິເສດ ຂອງ ຣັຖບານ ລາວ ຜູ້ທີ່ລົງນາມ ໃນສັນຍາ ຝ່າຍລາວ ຄື ທ່ານ ສົມດີ ດວງດີ ຣັຖມົນຕຣີ ກະຊວງວາງແຜນ ແລະ ການລົງທືນ ສປປລາວ ຝ່າຍວຽດນາມ ກໍແມ່ນຜູ້່ ບໍຣີິຫານ ບໍຣິສັດ ລອງທັນ ກອຟ.

ທ່ານ ເລວັນກຽດ ຜູ້ເຂົ້າຮ່ວມ ເປັນພິຍານ ໃນ ການລົງນາມ ຝ່າຍລາວ ກໍມີ ຮອງນາຍົກ ຣັຖມົນຕຣີ ລາວ ທ່ານ ສົມສະຫວາດ ເລັ່ງສວັດ ແລະ ຝ່າຍວຽດນາມ ກໍແມ່ນທ່ານ ຫງຽນຊວນພຸ ຮອງ ນາຍົກ ຣັຖມົນຕຣີ ວຽດນາມ ຜູ້ທີ່ມາ ຮ່ວມປະຊຸມ ຄນະກັມມະທິການ ຄວາມຮ່ວມມື ດ້ານເສຖກິດ ສັງຄົມ ວັທນະທັມ ການສືກສາ ວິທຍາສາດ ແລະ ເທັກໂນໂລຈີ ຣະຫວ່າງ ສອງປະເທດ ຄັ້ງທີ 34 ທີ່ ນະຄອນຫລວງ ວຽງຈັນ.

ທັງສອງຝ່າຍ ໄດ້ສະແດງ ຄວາມຊົມເຊີຍ ຊື່ງກັນແລະກັນ ໃນໂຄງການ ດັ່ງກ່າວ ຝ່າຍລາວ ໄດ້ຂອບໃຈ ວຽດນາມ ທີ່ມາລົງທືນ ໃນລາວ ແລະ ຝ່າຍວຽດນາມ ກໍຂອບໃຈລາວ ທີ່ອະນຸຍາດ ໃຫ້ ວຽດນາມ ມາລົງທືນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jan 17, 2012 05:56 AM

ຄວາມເປັນຈິງແລ້ວ ເພື່ອຜູກແຫ່ນນຄວາມສາມັກຄີສາກົນກຳມະຊີບແບບຮອບດ້ານແລະຄວາມຈະເລີນກ້າວຫນ້າທາງດ້ານການເງິນຂອງທັງສອງປະ ເທດ ອ້າຍນ້ອງແລ້ວ ເຫັນສົມຄວນໄປສ້າງຢູ່ ບ້ານ ນຳທອນຈະເປັນການດີ ເພາະ ສະຫາຍ QUOC ໄດ້ບຸກເບີກໄວ້ກ່ອນແລ້ວ ເປັນເວລານານແສນນານ.