ວຽດນາມຈະສ້າງເຂື່ອນ ອີກສອງແຫ່ງໃນລາວ

ບໍຣິສັດ ວຽດນາມ ຈະສ້າງ ເຂື່ອນໄຟຟ້າ 2 ແຫ່ງ ໃນເຂດ ພາກໃຕ້ຂອງລາວ
Sidney Khotpanya
2012.08.29

ໃນວັນທີ 27 ສິງຫາ ຣັຖບານລາວ ໄດ້ລົງນາມ ກັບບໍຣິສັດ ວຽດນາມ 2 ບໍຣິສັດ ເພື່ອສ້າງເຂື່ອນ ໄຟຟ້າ ສອງແຫ່ງ ໃນເຂດພາກໃຕ້ ຂອງລາວ ເຊັ່ນເຂື່ອນ ເຊກອງ 3 ທີ່ ແຂວງເຊກອງ ແລະ ເຂື່ອນ ເຊກະຫມານ 4 ຣະຫວ່າງ ແຂວງ ເຊກອງ ກັບ ແຂວງ ອັດຕະປື ທັງສອງແຂວງ ມີຊາຍແດນ ຕິດກັບວຽດນາມ. ດັ່ງເຈົ້າຫນ້າທີ່ ກະຊວງພລັງງານ ທ່ານນື່ງ ເວົ້າວ່າ:

"ເຊັນສັນຍາ ເມື່ອວັນຈັນ ກໍ່ສ້າງ ເຊກອງ 3 ຕອນລຸ່ມຢູ່ ຊາຍແດນ ເຊກອງ ອັດຕະປື ເຊກອງຕອນລຸ່ມ ເຊກະໝານ ຢູ່ເມືອງດັກຈຶງ ຢູ່ເຊກະໝານ 3ກໍຊີ່ ແມ່ນເລີ້ມ ປີຫນ້າຕົວນີ້."

ເຂື່ອນ ເຊກອງ 3 ມີມູນຄ່າ ການກໍ່ສ້າງ ປະມານ 278 ລ້ານ ໂດລາ ສາມາດຜລິດ ກະແສ ໄຟຟ້າ ໄດ້ປະມານ 205 ເມກາວັດ ຄາດວ່າ ຈະສ້າງສຳເຣັດ ໃນປີ 2015 ສ້າງໂດຍ ບໍຣິສັດຊົງດາ. ສຳລັບ ເຂື່ອນ ເຊກະຫມານ 4 ນັ້ນ ແມ່ນສ້າງ ໂດຍ ບໍຣິສັດ ວຽດ-ລາວ ພາວເວີ້ ໃນມູນຄ່າ ການກໍ່ສ້າງ ປະມານ 128 ລ້ານ ໂດລາ ສາມາດ ຜລິດໄຟຟ້າ ໄດ້ປະມານ 80 ເມກາວັດ ຄາດວ່າ ຈະສ້າງສຳເຣັດ ໃນປີ 2016. ທັງສອງເຂື່ອນ ຈະສົ່ງ ກະແສໄຟຟ້າ ໄປຂາຍໃຫ້ ວຽດນາມ ແລະ ສ່ວນເຫລືອ ໃຊ້ພາຍໃນ ປະເທດ.

ເຂື່ອນ ທັງສອງແຫ່ງນີ້ ຕົກຢູ່ໃນ ໂຄງການ ສ້າງເຂື່ອນ ໃນແຂວງ ເຊກອງ ຊຶ່ງປັດຈຸບັນ ມີຫລາຍເຂື່ອນ ກຳລັງດຳເນີນ ການກໍ່ສ້າງ ທີ່ແຂວງເຊກອງ ເຊັ່ນ ເຂື່ອນເຊກະໝານ 3 ຂນາດ 250 ເມກາວັດ ທີ່ສ້າງໂດຍ ບໍຣິສັດ ວຽດ-ລາວ ພາວເວີ້ ແລະ ມີແຜນຈະສ້າງ ເຂື່ອນເຊກອງ 5 ຂນາດ 330 ເມກາວັດ ໂດຍ ບໍຣິສັດ ຣັຖເຊັຽ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.