ພະຍຸນົກເຕັນ ຮອດວຽງຈັນ
ລົມພະຍຸ ນົກເຕັນ ພັດເຂົ້າເຖິງ ນະຄອນຫລວງ ວຽງຈັນ ເມື່ອ ທ້າຍ ສັປດາ ຜ່ານມາ.
-
ໂພໄຊສວັດ
2011-08-02 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ລົມພະຍຸ ເຂດຮ້ອນ ນົກເຕັນ ທີ່ໄດ້ສ້າງ ຄວາມເສັຍຫາຍ ໃນ ປະເທດ ຟິນລິບປິນ ໄດ້ພັດຜ່ານ ປະເທດ ວຽດນາມ ແລະ ພັດເຂົ້າເຖິງ ນະຄອນຫລວງ ວຽງຈັນ ເມື່ອທ້າຍ ສັປດາ ຜ່ານມາ. ສີ່ເມືອງ ໃນເຂດ ນະຄອນຫລວງ ວຽງຈັນ ໄດ້ຮັບ ຜົນກະທົບ, ມີຝົນຕົກໜັກ ແລະ ລົມແຮງ 3-4 ມື້ ຕິດຕໍ່ກັນ. ນໍ້າໄດ້ຖ້ວມ ຖນົນຫົນທາງ ແລະ ບ້ານເຮືອນ ຈຳນວນນຶ່ງ ແຕ່ທາງການ ຍັງບໍ່ ສາມາດ ປະເມີນ ຄວາມເສັຍຫາຍ ຢ່າງແນ່ນອນ ໄດ້ເທື່ອ. ເຈົ້າໜ້າທີ່ ຈາກຫ້ອງ ວ່າການ ປົກຄອງ ນະຄອນຫລວງ ວຽງຈັນ ເວົ້າກ່ຽວກັບ ເຣື້ອງນີ້ວ່າ:
"ມັນກໍຖ້ວມ ໄປທຸກເມືອງ ເລີຍເນ໋າະ ຄືອັນ 4 ເມືອງ ນີ້ເນ໋າະ ຈັນທະບຸຣີ ສີສັຕນາກ ສີໂຄດ ໄຊເສດຖາ ມັນກໍຖ້ວມ ຫົນທາງ ແລ້ວ ກໍເຮືອນ ປະຊາຊົນ ທີ່ວ່າມີ ທາງ ບໍ່ມີຮ່ອງ ລະບາຍນໍ້າ ເນ໋າະ ທາງທີ່ພຽງກັບ ບ້ານ ປະຊາຊົນ ແລະ ມັນກໍຖ້ວມ ມັນບໍ່ມີບ່ອນ ໄຫລເນ໋າະ ປັດຈຸບັນນີ້ ມັນກໍຍັງ ຖ້ວມ ຍັງບໍ່ມີທາງ ທີ່ໄຫລເທື່ອ".
ນາງເວົ້າຕໍ່ ໄປວ່າ ຖນົນຫົນທາງ ບາງເສັ້ນ ທີ່ບໍ່ມີ ລະບົບ ລະບາຍນໍ້າ ຖືກນໍ້າຖ້ວມ ສ້າງຄວາມ ເດືອດຮ້ອນ ໃນການ ສັນຈອນ. ຮອດວັນຈັນ ທີ 1 ສິງຫາ ຝົນເລີ້ມຮ້ວຍ ແຕ່ບາງບ່ອນ ນໍ້າ ຍັງຖ້ວມ ຢູ່ ຊາວບ້ານຕ້ອງ ໄດ້ລຸຍນໍ້າ ຫາກ ຈໍາເປັນຕ້ອງ ໄດ້ອອກຈາກ ບ້ານເຮືອນ.
ໃນ ປັດຈຸບັນ ລົມພະຍຸ ລູກໃໝ່ ທີ່ມີຊື່ວ່າ ມຸ່ຍຟາ ໄດ້ກໍ່ຮ່າງ ຂຶ້ນອີກ ໃນ ທະເລຈີນ ໃຕ້ ຊຶ່ງທາງກົມ ອຸຕຸນິຍົມ ວິທຍາ ຂອງໄທ ໄດ້ປະກາດ ໃຫ້ປະເທດ ຕ່າງໆ ໃນພູມີພາກ ເປັນຕົ້ນ ວຽດນາມ, ລາວ ແລະ ໄທ ໄດ້ຕຣຽມ ລະມັດ ລະວັງ ຍ້ອນວ່າ ລົມພະຍຸ ລູກໃໝ່ນີ້ ໄດ້ເລີ້ມຂຶ້ນ ໃນເຂດ ໃກ້ຄຽງກັບ ລົມພະຍຸ ເຂດຮ້ອນ ນົກເຕັນ ຊຶ່ງອາດ ຈະມີລົມແຮງ ແລະ ຝົນຕົກໜັກ ເຊັ່ນດຽວກັນ, ແຕ່ທາງການ ຟິນລິບປິນ ໄດ້ເຕືອນ ວ່າ ລົມພະຍຸ ລູກໃໝ່ ໄດ້ກໍ່ໃຫ້ ເກີດ ລົມຫົວກຸດ ຫລື Tornado ນໍາອີກ.