ບັນຫານໍ້າເສັຽ ໃນເມືອງວັງວຽງ

ໂຮງແຮມ, ບ້ານພັກ, ຮ້ານອາຫານ, ໃນເມືອງ ວັງວຽງ ປ່ອຍນໍ້າເສັຍ ເປິເປື້ອນ ລົງໃສ່ ລໍານໍ້າ.

ສາຍນໍ້າຊອງ ຢູ່ເມືອງວັງວຽງ ກາຍເປັນສີ ທີ່ບໍ່ທັມມະຊາດ
ສາຍນໍ້າຊອງ ຢູ່ເມືອງວັງວຽງ ກາຍເປັນສີ ທີ່ບໍ່ທັມມະຊາດ (RFA)

0:00 / 0:00

ກົດຟັງສຽງ

ການປ່ຽນແປງ ແລະ ພັທນາ ຢ່າງວ່ອງໄວ ໃນເມືອງ ວັງວຽງ ແຂວງ ວຽງຈັນ ສົ່ງຜົນ ກະທົບ ຕໍ່ສິ່ງແວດລ້ອມ ຢ່າງໜັກ ໂດຍສະເພາະ ນໍ້າເສັຍ ເປິເປື້ອນ, ຂີ້ເຫຍື່ອ ແລະ ສິ່ງຂອງ ເສດເຫລືອ ຈາກໂຮງແຮມ ບ້ານພັກ ແລະ ຮ້ານອາຫານ ທີ່ພາກັນ ປ່ອຍລົງ ໃສ່ແມ່ນໍ້າ. ການກະທຳ ດັ່ງກ່າວ ເປັນເວລາ ຍາວນານ ສົ່ງຜົນ ກະທົບ ຕໍ່ທຸຣະກິດ ການທ່ອງທ່ຽວ ແລະ ສະພາບ ແວດລ້ອມ.

ຄນະກັມມະການ ຮ່ວມ ໃນການ ພັທນາ ດ້ານທ່ອງທ່ຽວ ເມືອງວັງວຽງ ພາກ ເອກກະຊົນ ຍອມຮັບ ກັບຜູ້ສື່ຂ່າວ ເອເຊັຍເສຣີ ວ່າການຈະເຣີນ ເຕີບໃຫຍ່ ແລະ ເພີ້ມຈໍານວນ ຂອງ ທຸຣະກິດ ການ ທ່ອງທ່ຽວ ຂອງ ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ ການກັ່ນກອງ ບຳບັດ ນໍ້າເສັຍ ເປິເປື້ອນ, ຂີ້ເຫຍື່ອ ແລະ ສິ່ງຂອງ ສົກກະປົກ ເສດເຫລືອ ເປັນໄປຢ່າງ ຫລ້າຊ້າ ບໍ່ທັນ ເວລາ.

ສ່ວນເຈົ້າ ໜ້າທີ່ ທາງການ ກ່ຽວຂ້ອງ ເມືອງວັງວຽງ ແຂວງວຽງຈັນ ກໍໄດ້ຢືນຢັນ ວ່າ ບັນຫາ ດັ່ງກ່າວ ກໍາລັງໄດ້ຮັບ ການແກ້ໄຂ ໂດຍສະເພາະ ການຈັດສ້າງ ບ່ອນບຳບັດ ຂີ້ເຫຍື້ອ ແລະ ນໍ້າເປື້ອນ. ເຈົ້າໜ້າທີ່ ທາງການ ເມືອງ ວັງວຽງ ເວົ້າວ່າ:

"ແລ້ວເພິ່ນ ຈະເຮັດຫ້ອງ ບຳບັດ ນໍ້າເສັຍ ຢູ່ທາງໃຕ້ເມືອງ ແລ້ວຫລັງຈາກ ເພິ່ນບໍາບັດ ນໍ້າເສັຍແລ້ວ ເພິ່ນຈະປ່ອຍ ນໍ້າລົງ ສູ່ທາງໃຕ້ ຂອງ ເມືອງວັງວຽງ ລົງສູ່ນໍ້າຊອງ".

ເຈົ້າໜ້າທີ່ ເວົ້າຕໍ່ໄປ ວ່າ ຕາມແຜນການ ບໍາບັດ ນໍ້າເປື້ອນ ຈະຮັບ ນໍ້າເປື້ອນ ມາຈາກ ສະຖານທີ່ ຕ່າງໆ ເພື່ອທຳການ ບໍາບັດ ແລ້ວຈຶ່ງປ່ອຍ ລົງໃສ່ ແມ່ນໍ້າຊອງ ທີ່ຊຸມຊົນ ໃຊ້ເປັນປະຈໍາ, ຊຶ່ງນໍ້າທີ່ໄດ້ ຮັບການ ບໍາບັດ ແລ້ວ ກໍຈະກາຍ ເປັນນໍ້າດີ.

ບັນຫາ ມົລພິດ ຈາກຂີ້ເຫຍື່ອ ແລະ ນໍ້າເສັຍ ເປິເປື້ອນ ເປັນບັນຫາ ສໍາຄັນ ສໍາລັບ ເມືອງວັງວຽງ ທີ່ເຈົ້າໜ້າທີ່ ທາງການລາວ ແລະ ອົງການ NGO ນາໆຊາດ ມີຄວາມ ເປັນຫ່ວງ ຍ້ອນວ່າ ເມືອງວັງວຽງ ມີຄວາມຈະເຣີນ ເຕີບໃຫຍ່ ຢ່າງວ່ອງໄວ ແລະ ເປັນແຫລ່ງ ທ່ອງທ່ຽວ ທີ່ສຳຄັນ ບ່ອນນຶ່ງ ຂອງ ປະເທດ.