ເມືອງທ່ອງທ່ຽວວັງວຽງ ແລະຢາເສພຕິດ

ຢູ່ເມືອງວັງວຽງ ຍັງມີການ ລັກລອບ ຊື້ຂາຍ ຢາເສພຕິດ ຢູ່ຫລາຍ ເຖິງແມ່ນວ່າ ເຈົ້າໜ້າທີ່ ຕໍາຣວດ ໄດ້ສັ່ງໃຫ້ ປິດ ສະຖານທີ່ ມົ້ວສຸມ ຫລາຍບ່ອນ ແລ້ວກໍຕາມ.
ສົມເນ
2012.02.24
F-Vangvieng-drugs-tourists ນັກທ່ອງທ່ຽວ ທີ່ເມືອງວັງວຽງ ເຫຼົ້າເບັຍ ສຸຣາບາຢອງ ຂອງແກ້ມ ຕີນແຊ່ນໍ້າ ກິນດື່ມ ກັນລົງໄປ
RFA/KM

ກົດຟັງສຽງ

ໃນແຕ່ກ່ອນ ເຂົາລັກ ຊື້ຂາຍກັນ ຢູ່ໃນ ສະຖານທີ່ ບັນເທິງຕ່າງໆ ແຕ່ດຽວນີ້ ເຂົາລັກຂາຍ ຢູ່ທາງນອກ ຊື່ງຫລາຍຄົນ ກໍບໍ່ຮູ້ຈັກ ແນ່ນອນ ຕາມທີ່ ນັກທ່ອງທ່ຽວ ຊາວລາວ ຄົນນື່ງໄດ້ເວົ້າ ສູ່ນັກຂ່າວ ຟັງວ່າ:

"ຢູ່ໃນໂຕເມືອງ ມີຫລາຍທີ່ສຸດ ຈໍາພວກ ສິ່ງຂອງບໍ່ດີ ມີຫລາຍ ຈໍາພວກ ປະເພດແນວນີ້ ແຕ່ວ່າ ຜູ້ບໍ່ຮູ້ ອີຫລີ ກໍບໍ່ຮູ້ ພວກທີ່ເຂົາເຈົ້າ ຂາຍເຫັດ ຂາຍອີ່ຫຍັງ ຫັ້ນນະ ຂາຍຊາ ຂາຍອີ່ຫຍັງ ມັນມີຫລາຍ ຢູ່ເທິງນີ້ນະ".

ນາງວ່າ ການປຸ້ນຈີ້ ທີ່ເກີດຂື້ນ ໃນເມືອງວັງວຽງ ສ່ວນຫລາຍ ແມ່ນພວກເດັກນ້ອຍ ຊາວຫນຸ່ມ ຕິດຢາເສພຕິດ. ເຂົ້າຈີ້ ເອົາເງິນຄົນ ຫລືລັກແງະງັດ ບ້ານເຮືອນ ເພື່ອລັກເອົາສິ່ງຂອງ ມີຄ່າໄປຂາຍ ເພື່ອຢາກໄດ້ ເງິນ ມາຊື້ ຢາເສພຕິດ ແຕ່ ບໍ່ເຫັນວ່າ ຕໍາຣວດເມືອງ ເຮັດຫຍັງຫລາຍ:

"ຕໍາຣວດ ວັງວຽງນີ້ ຖືເບົາເກີນໄປ ຖືເບົາເຣື້ອງ ຄວາມສງົບ ແຕ່ວ່າ ເຂົາອາດເຮັດແບບ ບໍ່ຮູ້ກໍມີ ໃນກໍຣະນີ ນີ້ກໍເປັນ ກໍຣະນີນື່ງ ພວກຕໍາຣວດ ເຂົາຈະບໍ່ໄປ ເພາະວ່າ ບໍມີໃຜ ແຈ້ງເຂົາ".

ນາງວ່າ ເມືອງວັງວຽງ ແຕ່ກ່ອນ ເປັນເມືອງ ສງົບຫລາຍ ແຕ່ຫລັງຈາກ ມີຄົນຕ່າງຊາດ ເຂົ້າໄປລົງທືນ ແລະເປີດ ສະຖານທີ່ ບັນເທິງ ຕາມແຄມນໍ້າຊອງ ຫລາຍຂື້ນ ຢາເສພຕິດ ກໍຫລັ່ງໄຫລ ເຂົ້າມາ ພ້ອມໆກັນ ເພື່ອຮັບໃຊ້ ນັກທ່ອງທ່ຽວ ຈາກຕ່າງປະເທດ ທີ່ມັກເສພ ເພື່ອຄວາມມ່ວນຊື່ນ ໃນຍາມມາ ທ່ອງທ່ຽວ ເປັນກຸ່ມ ເປັນໝູ່ ນັກທ່ອງທ່ຽວ ຕ່າງປະເທດ ຫລາຍຄົນ ເວົ້າວ່າ ເຂົາມາ ທ່ອງທ່ຽວ ເຂົາກໍຢາກ ມ່ວນຊື່ນ ຫລັງຈາກເຂົາ ກັບໄປບ້ານ ເຂົາແລ້ວ ເຂົາກໍບໍ່ ເສພຢາ ນີ້ອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Feb 24, 2012 11:14 PM

ເຄີຍເປັນດິນແດນແຫ່ງສະຫວັນຂອງມວນມະນຸດໃນອາດີດ ແຕ່ດຽວນີ້ກັບກາຍມາເປັນດິນແດນແຫ່ງນາລົກເມືອງຄົນ ມັນກໍ່ຫນ້າສົມເພດແທ້ໆນໍ້ ປະຊາທິປະໄຕລວມສູນແຫ່ງ ສປປລ ສ້າງຄວາມຈະເລີນທາງດ້ານວັດຖຸນິຍົມ ເພື່ອມອບໄວ້ ເປັນມູນມໍລະດົກຕົກທອດແກ່່ ລຸ້ນລູກລຸ້ນຫລານຕໍ່ໄປພາຍຫນ້າ.