ຄຸນງາມຄວາມດີຂອງ ອະດີດທ່ານນາຍພົນ ວັງປາວ

ນາຍພົນ ວັງປາວ ຈາກໄປ ແຕ່ປະໄວ້ ຊຶ່ງຜົນງານ ແລະ ຄຸນງາມຄວາມດີ ຂອງທ່ານ ໃຫ້ແກ່ ປະເທດຊາດ ແລະ ປະຊາຊົນລາວ.
ຈໍາປາທອງ
2011.01.10
F-VP ທ່ານນາຍພົນວັງປາວ 1930-2011
Pai Yang and Sunshine Moua

ກົດຟັງສຽງ

ອະດີດ ທ່ານນາຍພົນ ວັງປາວ ເປັນນາຍທະຫານ ລາວເຜົ່າມົ້ງ ຄົນທຳອິດ ທີ່ໄດ້ຊັ້ນ ນາຍພົນ ໃນກອງທັບແຫ່ງ ພຣະຣາຊອານາຈັກລາວ; ເປັນນາຍທະຫານ ທີ່ຈົງຮັກພັກດີ ຕໍ່ສິດ ແລະຜົນ ປະໂຫຍດ ອັນຊອບທັມ ຂອງ ປະເທດຊາດ ແລະ ປະຊາຊົນລາວ; ເປັນນາຍທະຫານ ທີ່ອົງອາດ ກ້າຫານ ແລະ ເສັຍສະລະຕໍ່ສູ້ ຕ້ານການຮຸກຮານ ຂອງພວກ ຄອມມິວນິສ ຕລອດໄລຍະ ສົງຄາມວຽດນາມ ຈົນຝ່າຍ ຄອມມິວນິສ ຖືທ່ານເປັນ ສັດຕຣູ ທີ່ໜ້າເກງກົວ ທີ່ສຸດຜູ້ນຶ່ງ ແລະ ກ່າວປະນາມ ຕ່າງໆນາໆ ຮວມທັງວ່າ ທໍຣະຍົດ ຕໍ່ຊາດ.

ມີຂ່າວວ່າ ຣັຖບານລາວ ໃນຊຸດ ປັດຈຸບັນ ບັນທຶກເອົາໄວ້ວ່າ ກອງທັບ ຂອງນາຍພົນ ວັງປາວ ໄດ້ເຮັດໃຫ້ “ບັ້ນຮົບທົ່ງໄຫຫີນ“ ແຂວງຊຽງຂວາງ ກາຍເປັນ 1 ໃນ 3 ຂອງ ບັ້ນຮົບ ອັນດຸເດືອດ ທີ່ສຸດ, ຍ້ອນທາງການລາວ ຕີຣາຄາວ່າ ທົ່ງໄຫຫີນ ຊຽງຂວາງ ເປັນທີ່ ຕັ້ງທີ່ມີ ຍຸທສາດ ສຳຄັນທາງດ້ານ ການທະຫານ, ທີ່ຢູ່ໃກ້ກັບເຂດ ທີ່ໝັ້ນຂອງຕົນ ທີ່ສຸດ. ຫາກສາມາດ ຍຶດຄອງເຂດ ນັ້ນໄດ້ ກໍຈະສາມາດ ຄວບຄຸມ ບໍ່ພຽງແຕ່ທົ່ວ ຂົງເຂດອ້ອມແອ້ມ ເທົ່ານັ້ນ ແຕ່ຫາກຍັງກວມ ໄປເຖິງພາກໃຕ້ ຂອງປະເທດຈີນ ນຳດ້ວຍ.

ພາຍຫລັງສົງຄາມ ນາຍພົນ ວັງປາວ ເປັນຜູ້ນຳ ພຽງຄົນດຽວ ຂອງລາວ ທີ່ສາມາດ ເຈຣະຈາ ກັບ ສະຫະຣັດ ສຳເຣັດ ເວົ້າສະເພາະ ໃນການນຳເອົາ ຊາວມົ້ງປະມານ 150,000 ຄົນ ໄປຕັ້ງຖິ່ນຖານ ທີ່ສະຫະຣັດ.

ນາຍພົນ ວັງປາວ ບໍ່ພຽງແຕ່ ຮັບໃຊ້ສິດ ແລະ ຜົນປະໂຫຍດ ຂອງຊາດ ແລະ ປະຊາຊົນລາວ ເທົ່ານັ້ນ ແຕ່ຫາກທັງ ຜົນປະໂຫຍດ ຂອງ ສະຫະຣັດ ອະເມຣິກາ ນຳດ້ວຍ ດັ່ງທ່ານ Dana Rohrabacher ສະມາຊິກ ຄົນສຳຄັນ ຂອງກັມມາທິການ ການຕ່າງປະເທດ ຂອງສະພາຕໍ່າ ສະຫະຣັດ ອາເມຣິກາ ກ່າວເມື່ອວັນສຸກ ທີ່ 7 ມົກກະຣາວ່າ “ ຂ້າພະເຈົ້າ ຍົກຍ້ອງ ແລະເຄົາຣົບ ນາຍພົນ ວັງປາວ ທີ່ໄດ້ເຄື່ອນໄຫວ ເພື່ອເສຣີພາບ ແລະ ເພື່ອຜົນປະໂຫຍດ ຂອງ ສະຫະຣັດ ອະເມຣິກາ “ແລະເອີ້ນນາຍພົນ ວັງປາວ ວ່າເປັນ“ ວິຣະບູຣຸດ “ ທີ່ໄດ້ຊ່ວຍເຫລືອ ສະຫະຣັດ ໃນປາງສົງຄາມ ວຽດນາມ.
ແລະ ທ່ານ ຊາລີ ວໍເຕີ ຜູ້ເປັນເພື່ອນ ສນິດຂອງທ່ານ ກ່າວວ່າ ນາຍພົນ ວັງປາວ ເປັນຜູ້ທີ່ມີ “ຜູ້ຄົນຮັກ ຫອມຫລາຍ ເທົ່າກັບເປັນພໍ່ ຂອງຊາວມົ້ງ ແລະ ຈະຖືກຈົດຈຳ ໄວ້ໃນຖານະ ນາຍພົນ ແລະ ນັກຮົບ ຜູ້ຍິ່ງໃຫຍ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Oct 19, 2012 06:01 AM

I don't like to insult the death! you say what you want about that old miao!


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Anonymous
Oct 15, 2012 08:32 PM

ແມ່ນແທ້ບໍ? ທີ່ຍ້ອງແບບນັ້ນ


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Anonymous
Oct 21, 2012 06:30 PM

ກະລຸນາໃຫ້ຄຳນິຍາມຂອງຄຳວ່າ ຄົນດີໃຫ້ຫລານຮູ້ແດ່? ຊ່ວຍອະທິບາຍເພີ່ມເຕີມແດ່ ເພາະຫລານບໍ່ຮູ້ອີຕາຫົວລ້ານຄົນນີ້ ລາວແມ່ນໃຜ?


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]