ທ່ານວັງປາວ ໄດ້ເຖິງແກ່ກັມ

ທ່ານ ວັງ ປາວ ອະດີດ ນາຍພົນ ແຫ່ງກອງທັບ ພຣະຣາຊອານາຈັກລາວ ເຖິງແກ່ກັມ ຢູ່ ສະຫະຣັຖ ອະເມຣິກາ.

0:00 / 0:00

ກົດຟັງສຽງ

ທ່ານ ວັງປາວ ໄດ້ເຖິງ ແກ່ກັມແລ້ວ ຮວມອາຍຸໄດ້ 81 ປີ ໃນວັນ ພຣະຫັດນີ້, ຫລັງຈາກທີ່ໄດ້ ເຂົ້າໂຮງໝໍ ເປັນເວລາ 10 ວັນ, ຕາມລາຍງານ ຂອງອົງການຂ່າວ ເອພີ ທີ່ອ້າງຕາມຄໍາເວົ້າ ຂອງໂຄສົກ ປະຈໍາໂຮງໝໍ Clovis Medical center ເມືອງ Fresno ຣັຖຄາລີຟໍເນັຽ.

ທ່ານ ວັງປາວ ເສັຽຊີວິດ ຍ້ອນໂຣຄອັນໃດ ກໍບໍ່ມີລາຍ ຣະອຽດແຈ້ງ ໃຫ້ຊາບ. ທ່ານ ວັງປາວ ເປັນລາວ ຊົນເຜົ່າມົ້ງ ມີອະດີດ ເປັນນາຍທະຫານ ຊັ້ນນາຍພົນ ປະຈໍາກອງທັບ ຣາຊອານາຈັກລາວ. ທ່ານ ພ້ອມດ້ວຍຄອບຄົວ ໄດ້ອົພຍົບ ໄປຕັ້ງຖິ່ນຖານ ຢູ່ສະຫະຣັຖ ອະເມຣິກາ ເມືອປີ 1975 ໃນເວລາທີ່ ກໍາລັງທະຫານ ຄອມມູຍນິສລາວ ໄດ້ເຂົ້າ ຄອງອໍານາດ ໃນປະເທດລາວ. ທ່ານ ວັງປາວ ເປັນທີ່ເຄົາຣົບ ນັບຖື ຂອງຊາວລາວ ໃນຣະບອບ ຣາຊອານາຈັກລາວ ແລະ ຊາວເຜົ້າມົ້ງ ໃນທຸກສມັຍ ໂດຍສະເພາະ ຊາວເຜົ່າມົ້ງ ທີ່ອົພຍົບ ຢູ່ໃນ ສະຫະຣັຖ ອະເມຣິກາ ແລະ ຊາວເຜົ່າມົ້ງ ທີ່ເຄີຽຮ່ວມງານ ກັບທ່ານ.

ໃນເວລາຕັ້ງ ຖິ່ນຖານຢູ່ ສະຫະຣັຖ ອະເມຣິກາ ທ່ານເປັນຜູ້ຕໍ່ສູ້ ເພື່ອຜົນປໂຍດ ຂອງຊາວອົພຍົບ ເຜົ້າມົ້ງ ທີ່ຕິດຕາມທ່ານ ເພື່ອໃຫ້ ທຸກຄົນໄດ້ ຕັ້ງຖິ່ນຖານ ຢູ່ໃນ ສະຫະຣັຖ. ເມື່ອຊຸ້ມປີ 1950 ທ່ານໄດ້ເຂົ້າ ເປັນທະຫານ ຝຣັ່ງເສດ ໃນລາວ ເພື່ອຕໍ່ສູ້ກັບ ການບຸກລຸກ ຂອງທະຫານ ຄອມມູຍນິສ ວຽດນາມເໜືອ.

ເມື່ອກອງທັບ ແຫ່ງຊາດ ຂອງ ຣາຊອານາຈັກລາວ ຖືກຕັ້ງຂື້ນ ທ່ານເອງ ກໍຄືນາຍ ທະຫານລາວ ທຸກໆຄົນ ໄດ້ຖືກບັນຈຸ ເຂົ້າເປັນທະຫານ ຂອງ ກອງທັບແຫ່ງຊາດ ແລະກໍໄດ້ ດໍາເນີນການ ຕໍ່ສູ້ຕໍ່ຕ້ານ ການຄຸກຄາມ ຂອງ ຄອມມູຍນິສ ໃນສະໃໝນັ້ນ ຈົນເຖິງວັນ ສຸດທ້າຍ.