ຜູ້ເຄາະຮ້າຍຈາກລະເບີດ ຕົກຄ້າງແຕກໃສ່ເພີ້ມຂື້ນ
2012.01.31

ກົດຟັງສຽງ
ອົງການ ສາກົນ ທີ່ຊ່ວຍເຫລືອ ຜູ້ເສັຍອົງຄະ ຈາກລະເບີດ ເປີດເຜີຍວ່າ ເຖິງແມ່ນວ່າ ຈະມີອົງການ ເກັບກູ້ ລະເບີດ ໃນປະເທດ ມາແຕ່ດົນນານ ແລ້ວກໍຕາມ ແຕ່ຈໍານວນ ລະເບີດ ທີ່ຕົກຄ້າງ ຍັງມີຫລາຍຢູ່ ແລະມີຜູ້ ເຄາະຮ້າຍ ຖືກລະເບີດ ແຕກໃສ່ ເຖີງຂັ້ນ ເສັຍຊີວິດ ແລະ ເສັຍອົງຄະ ຫລາຍເພີ້ມຂຶ້ນ ຢູ່ເລື້ອຍໆ ຜູ້ທີ່ເຄາະຮ້າຍ ເຫລົ່ານັ້ນ ກໍບໍ່ໄດ້ຮັບ ການຊ່ວຍເຫລືອ ເບິ່ງແຍງ ຈາກທາງການ ເທົ່າທີ່ຄວນ. ຜູ້ເສັຍອົງຄະ ສ່ວນໃຫຍ່ ຕົກເປັນ ພາລະ ຂອງຄອບຄົວ. ເຈົ້າໜ້າທີ່ ອົງການ ສາກົນ ທີ່ຊ່ວຍເຫລືອ ຜູ້ເສັຍອົງຄະ ຈາກລະເບີດ ຜູ້ນຶ່ງ ເວົ້າວ່າ:
"ຜູ້ເຄາະຮ້າຍ ຈາກລະເບີດ ບອມບີ ຫລື ລະເບີດ ທີ່ຕົກຄ້າງ ບໍ່ທັນແຕກ ແຂວງ ສວັນນະເຂດ ຈະແມ່ນລະເບີດ ຈາກສົງຄາມ ຈາກອະດີດ ຈະຫລາຍ ແລ້ວແມ່ນ ຄົນພິການ ກໍຫລາຍ ຄົນພິການ ຍ້ອນວ່າ ຂະເຈົ້າ ຈະໄປ ເຮັດໄຮ່ ເຮັດສວນ ເຮັດນາ ແລ້ວຂະເຈົ້າ ຂຸດເຈາະ ລະເບີດ ອີ່ຫຍັງ ຫັ້ນນ່າ".
ນາງເວົ້າຕໍ່ ໄປວ່າ ອົງການ ຊ່ວຍເຫລືອ ຜູ້ເສັຍອົງຄະ ຈາກລະເບີດ ຕົກຄ້າງ ໃນລາວ ມີໜ້ອຍ ສ່ວນອົງການ ເກັບກູ້ ລະເບີດ ມີຫລາຍ ແຕ່ບໍ່ໄດ້ ໃຫ້ການ ຊ່ວຍເຫລືອ ຜູ້ເຄາະຮ້າຍ ເພາະບໍ່ແມ່ນໜ້າທີ່. ແຂວງ ສວັນນະເຂດ ເປັນແຂວງນຶ່ງ ທີ່ຍັງມີ ລະເບີດ ບໍ່ທັນແຕກຫລາຍ ແລະ ມີຜູ້ເສັຍ ອົງຄະ ຍ້ອນກໍຫລາຍ.
ໃນວັນທີ 23 ມົກກະຣາ 2012 ຢູ່ເມືອງນອງ ແຂວງ ສວັນນະເຂດ ໂດຍມີຜູ້ ເສັຍຊີວິດ 4 ຄົນ ແລະ ໄດ້ຮັບບາດເຈັບ 7. ຄົນ ໃນແຂວງ ສວັນນະເຂດ ມີເຫດ ລະເບີດແຕກ ປະມານ 300 ເທື່ອຕໍ່ປີ ສໍາລັບ ໃນທົ່ວ ປະເທດ ມີຜູ້ເສັຍ ຊີວິດ ຍ້ອນລະເບີດ ບອມບີ ລະເບີດ ຫລົງເຫລືອ ຫລາຍກວ່າ 300 ຄົນ ໃນແຕ່ລະປີ.