ລາວໄດ້ຮັບການຊ່ວຍເຫລືອ ເພີ້ມເພື່ອເກັບກູ້ຣະເບີດ

ໂປແລັນ ແລະ ສະຫະພາບ ຢູໂຣບ ຊ່ວຍເຫລືອ ຣົດສໍາລັບໃຊ້ ໃນໂຄງການ ເກັບກູ້ຣະເບີດ ແຫ່ງຊາດ ລາວ.
ຈໍາປາທອງ
2010.11.29
F-bomb-search ການເກັບກູ້ຣະເບີດ ໃນລາວຍັງຈະຕ້ອງ ດໍາເນີນຕໍ່ໄປ
RFA

ກົດຟັງສຽງ

ຣັຖບານ ປະເທດ ໂປແລັນ ແລະ ສະຫະພາບ ຢູໂຣບ ໄດ້ມອບຣົດ 3 ຄັນ ໃຫ້ໂຄງການ ເກັບກູ້ຣະເບີດ ແຫ່ງຊາດ ຂອງ ສປປລາວ ເພື່ອນຳໃຊ້ ເຂົ້າໃນ ການເກັບ ກູ້ຣະເບີດ ຢູ່ແຂວງເຊກອງ, ອັຕປື ແລະ ແຂວງ ສວັນນະເຂດ ລວມມູນຄ່າ 92,000 ໂດລາ ສະຫະຣັດ.

ການມອບຮັບ ຣົດດັ່ງກ່າວ ມີຂຶ້ນເມື່ອ ອາທິດແລ້ວນີ້ ຢູ່ຫ້ອງການ ຂອງ ໂຄງການ ເກັບກູ້ຣະເບີດ ແຫ່ງຊາດ ທີ່ນະຄອນຫລວງ ວຽງຈັນ ໂດຍແມ່ນທ່ານ ເຈີຊີ ເບເຢີ ທູດໂປແລັນ ປະຈຳລາວ ແລະ ທ່ານ ສະເຕັບຟານ ລັອກ ຜູ້ຮັກສາ ການອຸປທູດ ສະຫະພາບ ຢູໂຣບ ປະຈຳລາວ ເປັນຜູ້ມອບ ແລະ ທ່ານ ບຸນປອນ ໄຊຍະເສນ ອຳນວຍການ ໂຄງການ ເກັບກູ້ຣະເບີດ ແຫ່ງຊາດ ເປັນຜູ້ຮັບ.

ທີ່ຜ່ານມາ ຄືເລີ້ມແຕ່ປີ 2007 ຣັຖບານ ໂປແລັນ ກໍໄດ້ຊ່ວຍເຫລືອ ລາວ ທາງດ້ານ ວັດຖຸອຸປກອນ ເພື່ອໃຊ້ເຂົ້າ ໃນການ ເກັບກູ້ຣະເບີດ ຢູ່ແຂວງ ສວັນນະເຂດ ໃນມູນຄ່າ 52,000 ໂດລາ ແລະ ສະຫະພາບ ຢູໂຣບ ໄດ້ເລີ້ມຊ່ວຍ ໃນວຽກງານ ດັ່ງກ່າວ ຢູ່ ແຂວງເຊກອງ ແລະ ແຂວງອັຕປື ມາແຕ່ປີ 2008 ໃນມູນຄ່າ 300,000 ຢູໂຣ.

ໂຄງການ ເກັບກູ້ຣະເບີດ ຂອງລາວ ເຄື່ອນໄຫວ ຢູ່ 9 ແຂວງ. ເກັບກູ້ຣະເບີດ ທີ່ຍັງບໍ່ທັນແຕກ ໄດ້ແລ້ວ ໃນເນື້ອທີ່ 18,800 ກວ່າເຮັກຕາ, ທຳລາຍລູກຣະເບີດໄດ້ 1 ລ້ານກວ່າລູກ ຊຶ່ງໃນນັ້ນ ເປັນຣະເບີດ ບົ່ມບີ 46%.

ພ້ອມກັນນັ້ນ ກໍໄດ້ໂຄສະນາ ໃຫ້ປະຊາຊົນ ຮູ້ເຖິງ ຜົນຮ້າຍຕ່າງໆ ທີ່ເກີດ ຂຶ້ນ ຈາກຣະເບີດແຕກ ອັນເຮັດໃຫ້ ຄວາມສ່ຽງຕໍ່ ການເກີດ ອຸປຕິເຫດນັ້ນ ຫລຸດຜ່ອນລົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.