ໜ່ວຍກູ້ຣະເບີດ ຂາດງົບປະມານ
2011.01.05
ກົດຟັງສຽງ
ຫລັງຈາກ ຣະຍະເວລາ ສອງປີ ທີ່ທາງການ ລາວ ໄດ້ຈັດຕັ້ງ ຫນ່ວຍງານການ ເກັບກູ້ຣະເບີດ ທີ່ບໍ່ທັນແຕກ ໃນລາວ ສ່ວນໃຫຍ່ ພນັກງານ ເກັບກູ້ ຈະເປັນຜູ້ຍີງ ແລະ ກໍ່ເປັນທີ່ ສົນໃຈຈາກ ອົງການຊ່ອຍເຫລືອ ຕ່າງປະເທດ ແຕ່ບໍ່ໄດ້ຫມາຍ ຄວາມວ່າ ຈະຊ່ອຍເພີ້ມ ງົບປະມານ ໃນການເກັບກູ້. ເຈົ້າຫນ້າທີ່ ອົງການ ສະຫະປະຊາຊາດ ຜູ້ທີ່ໃຫ້ການ ສນັບສນູນ ແຜນການ ການເກັບກູ້ຣະເບີດ ຂອງຣັຖບານລາວ ຖແລງ.
ທ່ານ John Dingley ເຈົ້າຫນ້າທີ່ ແນະນຳ ທາງດ້ານເທກນິກ ຈາກອົງການ ສະຫະປະຊາຊາດ ທີ່ໃຫ້ຄຳແນະນຳ ແກ່ພນັກງານ ລາວ ໃນໂຄງການ ເກັບກູ້ຣະເບີດ ເວົ້າວ່າ ອົງການຄິດວ່າ ຈະເປັນຄວາມ ນິຍົມຊົມຊອບ ຂອງ ຜູ້ບໍຣິຈາກ ທີ່ມີທີມງານ ການເກັບກູ້ ຣະເບີດ ທີ່ເປັນຜູ້ຍີງ ທົງຫມົດ ແລະ ທີ່ດີໄປກວ່ານັ້ນ ກໍ່ແມ່ນ ການສ້າງໂອກາດ ໃຫ້ຜູ້ຍີງລາວ ຫລາຍຄົນ ມີວຽກເຮັດ ງານທຳຫລັງຈາກ ສົງຄາມ. ແຕ່ງົບປະມານ ຂອງການເກັບ ກູ້ຣະເບີດ ໄດ້ຫລຸດລົງ ຢ່າງຫລວງຫລາຍ ໃນປີນີ້ ປະມານ 1 ລ້ານ 4 ແສນໂດລາ ຈາກຣະຍະ ທີ່ຜ່ານມາ.
ງົບປະມານ ໃນການເກັບ ກູ້ຣະເບີດ ໃນລາວ ໄດ້ຫລຸດລົງ ໃນແຕ່ລະປີ ເພາະບໍ່ມີ ຫລາຍປະເທດ ໃຫ້ການ ບໍຣິຈາກ ແຕ່ກອ່ນ ກໍ່ມີປະເທດ ອຽກລັງ ທີ່ໃຫ້ການ ບໍຣິຈາກ ລາຍໃຫຍ່ ແຕ່ມີເຫດ ເສຖກິີດ ຝືດເຄືອງ ໃນປີນີ້ທີ່ ອຽກລັງ ຈື່ງໄດ້ຫລຸດ ການບໍຣິຈາກ ລົງຈາກ 1 ລ້ານໂດລາ ທີ່ເຄີຍໃຫ້ມາ ໃນແຕ່ລະປີ ເລີ້ມແຕ່ ປີ 2006 ຮອດປີ 2009 ເປັນຕົ້ນມາ ມາເປັນ 5 ແສນ ໂດລາ ໃນປີິນີ້.