ສະຫະຣັຖຄວນເພີ້ມທຶນ ກູ້ລະເບີດ
2012.07.10

ນັກເຄື່ອນໄຫວ ດ້ານ ການປົດອາວຸດ ແລະ ອະດີດ ນັກການທູດ ສະຫະຣັຖ ໄດ້ພາກັນ ຮຽກຮ້ອງ ໃຫ້ຣັຖມົນຕຣີ ກະຊວງ ການຕ່າງ ປະເທດ ສະຫະຣັຖ ຍານາງ Hillary Clinton ທີ່ຈະເດີນ ທາງມາຢ້ຽມຢາມ ລາວ ໃນມື້ວັນພຸດ ວັນທີ 11 ກໍຣະກະດາ 2012 ນີ້ ໃຫ້ເພີ້ມທຶນ ການຊ່ວຍເຫລືອ ລາວ ເພື່ອເກັບກູ້ ລະເບີດ ຫລາຍລ້ານຕັນ ທີ່ຍັງ ບໍ່ທັນແຕກ ຊຶ່ງ ສະຫະຣັຖ ໄດ້ຖິ້ມລົງໃສ່ ແຜ່ນດິນລາວ ໃນປາງ ສົງຄາມ ອິນໂດຈີນ.
ການຢ້ຽມຢາມ ມີກໍານົດ ໃຊ້ເວລາ ບໍ່ເທົ່າໃດ ຊົ່ວໂມງ ເປັນພາກສ່ວນ ຂອງ ລາຍການເດີນທາງ ຢ້ຽມຢາມ 8 ປະເທດ ຂອງ ຍານາງ Clinton ຊຶ່ງເປັນ ນະໂຍບາຍ ຍ້າຍຈຸດສົນໃຈ ສະຫະຣັຖ ຈາກ ຕາເວັນອອກກາງ ມາຫາເອເຊັຍ. ເຖິງຢ່າງໃດ ກໍຕາມ ການມາຢ້ຽມຢາມ ກໍຈະເປັນຄັ້ງ ປະຫວັດສາດ ຍ້ອນວ່າ ຍັງບໍ່ເຄີຍມີ ຣັຖມົນຕຣີ ກະຊວງ ການຕ່າງ ປະເທດ ສະຫະຣັຖ ຢ້ຽມຢາມລາວ ເລີຍ ນັບຕັ້ງແຕ່ ປີ 1955.
ລາຍງານ ຂ່າວທ້ອງຖິ່ນ ເປີດເຜີຍວ່າ ຍານາງ Clinton ອາດຈະ ພິຈາຣະນາ ສເນີໃຫ້ ການຊ່ວຍເຫລືອ 100 ລ້ານ ໂດລາ ສະຫະຣັຖ ເພື່ອໃຊ້ໃນການ ເກັບກູ້ ລະເບີດ ເປັນເວລາ 10 ປີ ໃນລາວ. ຫາກຂໍ້ສເນີ ຊ່ວຍເຫລືອ ເປັນໄປຕາມ ຄວາມຄາດໝາຍ ຈໍານວນເງິນ ດັ່ງກ່າວ ຈະເປັນ 2 ເທົ່າ ເງິນຊ່ວຍເຫລືອ ທີ່ທາງການ ກຸງວໍຊິງຕັນ ເຄີຍຊ່ວຍເຫລືອ ໂຄງການ ເກັບກູ້ລະເບີດ ມາຕັ້ງແຕ່ປີ 1997 ເມື່ອໂຄງການ ເກັບກູ້ ລະເບີດ ໃນລາວ ໄດ້ເລີ້ມມີຂຶ້ນ.
ອະດີດ 1 ໃນ 6 ເອກອັຄຣາຊທູຕ ສະຫະຣັຖ ປະຈໍາລາວ ທ່ານ Douglas Hartwick ກ່າວວ່າ ການເດີນທາງ ໄປຢ້ຽມຢາມ ລາວ ຂອງ ຣັຖມົນຕຣີ ກະຊວງ ການຕ່າງ ປະເທດ Clinton ຈະສ້າງຄວາມ ສໍາພັນທະໄມຕຣີ ສະຫະຣັຖ-ລາວ ໃຫ້ແໜ້ນແຟ້ນຂຶ້ນ ແຕ່ພວກທ່ານ ຫວັງວ່າ ຍານາງ Clinton ຈະຢືນຢັນ ຕໍ່ຊຸມຊົນ ຊາວລາວ ໃນພັນທະ ທີ່ ຈະໃຫ້ການ ຊ່ວຍເຫລືອ ເພື່ອແກ້ໄຂ ບັນຫາ ຢ່າງຄົບຖ້ວນ ກ່ຽວກັບ ການເກັບກູ້ ລະເບີດ ບໍ່ທັນແຕກ ໃນລາວ.