ສະຫະຣັຖເສັຍໃຈນໍາ ປະເທດທີ່ປະສົບໄພ

ສະຫະຣັຖ ອະເມຣິກາ ສະແດງ ຄວາມເສັຍໃຈ ຕໍ່ບັນດາ ປະເທດ ທີ່ໄດ້ ຮັບເຄາະ ຈາກໄພ ນ້ຳຖ້ວມ ແລະ ມີການ ສູນເສັຽ ຊີວິດ ຢູ່ ສປປລາວ ໄທ ວຽດນາມ ກຳພູຊາ ແລະ ຟີລິບປິນ.
ອະວາຣີ
2011.10.10
F-us-embassy-khammuan ເອກອັຄຣາຊທູຕ ສະຫະຣັດ ຍານາງ Karen B. Stewart ໄປຢ້ຽມຢາມ ຂ.ຄໍາມ່ວນ ໃນເຂດທີ່ ມີຊາວບ້ານ ປະສົບໄພ ນໍ້າຖ້ວມ ແລະ ໄດ້ພົບປະ ຫາລື ກັບ ທາງການລາວ ປະຈໍາ ທ້ອງຖີ່ນ (ທີ 20 ກັນຍາ 2011)
laos.usembassy.gov

ກົດຟັງສຽງ

ເມື່ອບໍ່ດົນ ຜ່ານມາ ກະຊວງ ການຕ່າງ ປະເທດ ສະຫະຣັຖ ໄດ້ອອກ ຖແລງການ ສະແດງ ຄວາມເສັຍໃຈ ໃນແວບໄຊຕ໌ ປະຈໍາ ກະຊວງ. ໃນຕອນນຶ່ງ ຂອງ ຖແລງການ ຂຽນວ່າ: ຣັຖບານ ສະຫະຣັຖ ຂໍສະແດງ ຄວາມເສັຍໃຈ ຢ່າງສຸດຊຶ້ງ ຕໍ່ຄອບຄົວ ແລະ ໝູ່ເພື່ອນ ຂອງ ຜູ້ເສັຍ ຊີວິດ ໃນເຂດ ເອເຊັຍ ຕາວັນອອກ ສ່ຽງໃຕ້ ໃນຣະຍະ ສອງສາມ ເດືອນ ທີ່ຜ່ານມາ.

ມາດາມ Hillary Clinton ຣັຖມົນຕຣີ ກະຊວງ ການ ຕ່າງປະເທດ ສະຫະຣັຖ ກ່າວໃນ ຖແລງການ ນັ້ນວ່າ: ໃນນາມ ສ່ວນຕົວ ຂອງ ປະຊາຊົນ ອະເມຣິກັນ ແລະ ໃນນາມ ປະທານາທິບໍດີ Barack Obama ຂໍສວດມົນ ເອົາໃຈຊ່ວຍ ທຸກຄົນ ໃນເອເຊັຍ ຕາວັນອອອກ ສ່ຽງໃຕ້ ທີ່ໄດ້ຮັບ ຜົນກະທົບ ຈາກໄພ ນ້ຳຖ້ວມ ໃນຄັ້ງນີ້.

ໃນເວລາ ນ້ຳກຳລັງ ຖ້ວມຢູ່ນີ້ ສະຖານທູດ ສະຫະຣັຖ ປະຈຳ ຫລາຍ ປະເທດ ໃນເອເຊັຍ ຕາວັນອອກ ສຽງໃຕ້ ກໍໄດ້ ໃຫ້ການ ຊ່ວຍເຫລືອ ແກ່ຜູ້ ປະສົບໄພ ນ້ຳຖ້ວມ ມາຕລອດ. ຕົວຢ່າງຢູ່ ສປປ ລາວ ອົງການ ຊ່ວຍເຫລືອ ຂອງ ສະຫະຣັຖ ເພື່ອການ ພັທນາ ສາກົນ ຫລື ຢູເສດ (USAID) ກໍໄດ້ໃຫ້ ການຊ່ວຍເຫລືອ ແກ່ ປະຊາຊົນ ລາວ ຜູ້ໄດ້ຮັບ ເຄາະຮ້າຍ ຈາກໄພ ນ້ຳຖ້ວມ ໂດຍຜ່ານ ທາງ ສະຖານທູດ ສະຫະຣັຖ ທີ່ ນະຄອນຫລວງ ວຽງຈັນ. ນາງ Karen Stewart ເອກອັຄຣາຊທູດ ສະຫະຣັຖ ປະຈຳ ສປປລາວ ກໍໄດ້ໄປ ແຈກຢາຍ ເຄື່ອງຊ່ວຍເຫລືອ ດ້ວຍຕົວເອງ ທີ່ ເມືອງ ມະຫາໄຊ ແຂວງຄຳມ່ວນ ເມື່ອ ທ້າຍເດືອນ ທີ່ ຜ່ານມາ.

ນາງ Stewart ໄດ້ກ່າວ ໃນເວລາ ແຈກຢາຍ ເຄື່ອງຊ່ວຍເຫລືອ ນັ້ນວ່າ ປະຊາຊົນ ອະເມຣິກັນ ຈະຢືນຢູ່ ຄຽງຄູ່ກັບ ປະຊາຊົນ ລາວ ໃນເວລາ ທີ່ຫຍຸ້ງຍາກ ສັບສົນ. ທາງ ສະຖານທູຕ ສະຫະຣັຖ ຮູ້ສຶກ ເປັນກຽດ ທີ່ໄດ້ ໃຫ້ການ ຊ່ວຍເຫລືອ ແກ່ ປະຊາຊົນ ໃນແຂວງ ຄຳມ່ວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.