ນາຍແພທສະຫະຣັຖ ຝຶກອົບຮົມນາຍແພທລາວ
2011.04.26
ກົດຟັງສຽງ
ທາງກາຣ ສະຖານທູຕ ສະຫະຣັຖ ປະຈຳ ນະຄອນຫລວງ ວຽງຈັນ ແລະ ຄນະນາຍແພທ ຈາກຖານທັບ ສະຫະຣັຖ ເຂຕ ເອເຊັຽ ປາຊີຟິກ ພາຍໃຕ້ ຄວາມຮ່ວມມື ຂອງກະຊວງ ສາທາຣະນະສຸຂ ແລະ ກະຊວງ ປ້ອງກັນ ປະເທສ ສປປລາວ ໄດ້ຈັດ ໂຄງກາຣ ຝຶກອົບຮົມ ໃຫ້ແກ່ບັນດາ ເຈົ້າໜ້າທີ່ ກາຣແພທ ລາວ ແລະ ຮ່ວມປິ່ນປົວ ຜູ້ປ່ວຍ ຕາມໂຄງກາຣ ແລກປ່ຽນ ຢູ່ແຂວງ ຊຽງຂວາງ ທີ່ເຣີ່ມຂຶ້ນ ແຕ່ວັນທີ່ 18-22 ເມສານີ້.
ໃນໂຄງກາຣ ແລກປ່ຽນ ດັ່ງກ່າວ ທາງຄນະກາຣແພທ ຈາກຖານທັບ ຂອງ ສະຫະຣັຖ ປະຈຳ ປາຊີຟິກ ທັງໝົດ 16 ຄົນ ຊຶ່ງກໍຮວມທັງ ນາຍໝໍ ນາງ ພຍາບາລ ແລະ ນັກວິຊາກາຣ ທາງດ້ານ ເທຄນິຄ ໄປຮ່ວມ ໃນກາຣ ອະທິບາຍ ເປັນການ ຝຶກອົບຮົມ ແກ່ເຈົ້າໜ້າທີ່ ກ່ຽວຂ້ອງ ຂອງທາງຝ່າຍ ລາວ ໂດຽໄດ້ແຍກ ເປັນ 3 ຕອນ ຊຶ່ງຕອນທຳອິດ ໃຊ້ເວລາ 1 ມື້ ເພື່ອຝຶກອົບຮົມ ໃຫ້ແກ່ເຈົ້າໜ້າທີ່ ກາຣແພທ ທັງຝ່າຍ ພົລເຮືອນ ແລະ ກາຣທະຫາຣ ຢູ່ທີ່ໂຮງໝໍ ມິຕພາບ ລາວ-ມົງໂກເລັຽ ກ່ຽວກັບ ກາຣຮັກສາ ປິ່ນປົວ ຜູ້ປ່ວຍ ໂຣຄເບົາຫວານ ຄວາມດັນເລືອດສູງ ແລະ ກາຣປົວບາດແຜ ຕ່າງໆ.
ສ່ວນຕອນ ທີ່ 2 ກໍແມ່ນ ກາຣຝຶກອົບຮົມ ດ້ານກາຣໃຫ້ ປະຖົມ ພຍາບາລ ແກ່ປະຊາຊົນ ອາສາສະມັກ ພ້ອມກັບ ຄນະເຈົ້າໜ້າທີ່ ປະຈຳເຂຕ ຊຸມຊົນ ໃນທົ່ວແຂວງ ຊຽງຂວາງ ໃນຣະຍະ ເວລາ 5 ມື້.
ແລະ ຕອນສຸດທ້າຍ ແມ່ນທາງ ຄນະກາຣແພທ ຂອງ ສະຫະຣັຖ ແລະ ຈາກພາຄສ່ວນ ທາງກາຣລາວ ໄດ້ອອກໄປ ກວດແລະຊ່ວຍໃຫ້ ກາຣປິ່ນປົວ ປະຊາຊົນ ໂດຽທົ່ວໄປ ທັງເດັກນ້ອຍ ແລະ ຜູ້ໃຫຍ່ ໃນເຂຕ ເມືອງພູກູດ ແລະ ເມືອງຄຳ ໂດຽໄດ້ໃຫ້ ກາຣປິ່ນປົວ ທັງໝົດ ບໍ່ຕໍ່າກວ່າ 3,456 ໃນຣະຍະ 4 ມື້.
ໃນຂນະດຽວກັນ ທາງກາຣແພທ ຈາກກອງທັພ ສະຫະຣັຖ ກໍໄດ້ມອບ ເຄື່ອງຈັກ ແລະ ອຸປກອນຕ່າງໆ ໃຫ້ແກ່ທາງກາຣ ກ່ຽວຂ້ອງ ທ້ອງຖິ່ນ ເພື່ອສືບຕໍ່ ໂຄງກາຣຮັກສາ ປິ່ນປົວ ປະຊາຊົນ ໃນເຂຕແຂວງ ດັ່ງກ່າວ ຕໍ່ໆໄປ.