ນັກລົງທຶນສະຫະຣັດ ເລັງເຂັມທິດຫາລາວ
2011.09.09

ກົດຟັງສຽງ
ເຖິງແມ່ນວ່າ ສະຫະຣັຖ ບໍ່ມີ ກາຣລົງທຶນ ຢູ່ເມືອງລາວ ຫລາຍເທົ່າທີ່ ຄວນກໍຕາມ ຖ້າທຽບໃສ່ ກາຣລົງທຶນ ຈາກ ປະເທສ ເພື່່ອນບ້ານ ເຊັ່ນ: ສປຈີນ ວຽຕນາມ ແລະ ໄທຽ, ແຕ່ ພາຍຫລັງ ທີ່ທາງ ຄນະຜູ້ແທນ ກາຣຄ້າ ຈາກ ສະພາ ກາຣຄ້າ ສະຫະຣັຖ ອາຊ໊ຽນ ໄດ້ຮ່ວມ ປະຊຸມ ພົບປະຫາຣື ກັນ ໃນສັປດາ ນີ້ນັ້ນ ປາກົດວ່າ ຄນະຕົວແທນ ບໍຣິສັທ ຍັກໃຫຍ່ ຂອງ ສະຫະຣັຖ ຕ່າງກໍມີ ຄວາມສົນໃຈ ໃນກາຣຂຍາຍ ກາຣຄ້າ ແລະ ກາຣລົງທຶນ ຢູ່ໃນ ລາວ. ໂດຽສະເພາະ ທີ່ ສປປລາວ ກໍໄດ້ຮັບ ຖານະ ເປັນປະເທສ ຄູ່ກາຣຄ້າ ແບບ ປົກກະຕິ (NTR) ກັບທາງກາຣ ສະຫະຣັຖ ແຕ່ປີ 2005 ເປັນຕົ້ນມາ.
ທ່ານ Graances Zwenig ຜູ້ນຳພາ ຄນະຕົວແທນ ກາຣຄ້າ ທີ່ຢ້ຽມຢາມ ເຂຕເອເຊັຽ ຊຶ່ງກໍຮວມ ທັງ ສປປລາວ ກັມພູຊາ ແລະ ວຽຕນາມ ກໍໃຫ້ ທັສນະ ທີ່ວ່າມີ ຄວາມສົນໃຈ ໃນກາຣ ລົງທຶນ ຢູ່ ສປປ ລາວ ເປັນພິເສດ ໂດຽສະເພາະ ພາຍຫລັງທີ ພົບເຫັນ ເສຖກິຈ ໃນລາວ ມີກາຣ ເຕີບໂຕ ຢ່າງວ່ອງໄວ ໃນຣະຍະ ທີ່ຜ່ານມາ.
ພ້ອມດຽວກັນ ນັ້ນ ທ່ານ Jorge Garduno ຜູ້ຈັດກາຣ ຂອງ ບໍຣິສັທ ຍັກໃຫຍ່ Coca-Cola ຂອງ ສະຫະຣັຖ ປະຈຳ ປະເທສໄທຽ ແລະ ສປປລາວ ກໍໃຫ້ ຄຳເຫັນ ຕໍ່ອົງກາຣ ຂ່າວ ຕ່າງປະເທສ ວ່າ ກາຣລົງທຶນ ຢູ່ ເມືອງລາວ ມີ ສັກກະຍະພາບ ທີ່ຈະສາມາດ ເພີ້ມຂຍາຍ ໄດ້ໄວ ເນື່ອງຈາກ ເປັນເຂຕໃໝ່ ຊຶ່ງ ກໍອາຈມີ ຫລາຍ ບໍຣິສັທ ທີ່ ຈະສົນໃຈ ເຂົ້າໄປ ລົງທຶນ ໃນເມືອງລາວ ຫລາຍຂຶ້ນ ໃນຂັ້ນ ຕໍ່ໄປ.
ເຖິງຢ່າງໃດ ກໍຕາມ ທາງ ທະນາຄາຣ ໂລກ ໃຫ້ກາຣ ຄາດຄະເນ ວ່າ ເສຖກິຈ ໃນເມືອງລາວ ມີແນວໂນ້ມ ທີ່ຈະຂຍາຍ ເພີ່ມຂຶ້ນ ເປັນ ປະມານ 8.6% ໃນປີນີ້ ພ້ອມກັບ ຄາດວ່າ ຈະມີ ກາຣເຕີບໂຕ ໃນປີຕໍ່ໆໄປ ເຊັ່ນກັນ ໂດຽສເລັ່ຽແລ້ວ ຈະຢູ່ໃນ ຣະດັບ 8.0% ຕໍ່ປີ.