ລາວໄດ້ຮັບເງິນຊ່ວຍເຫຼືອ ເກັບກູ້ຣະເບີດ

ສະຫະພາບ ຢູໂຣບ ແລະ ສະຫະຣັຖ ໃຫ້ເງິນ ຊ່ວຍເຫລືອ ເພື່ອເກັບກູ້ ຣະເບີດ ທີ່ຍັງ ບໍ່ແຕກ ຢູ່ ສປປລາວ.
ອະວາຣີ
2011.07.14
F-us-eu-aid-uxo ພິທີມອບ ເງິນທຶນ ຊ່ວຍເຫຼືອ ເກັບກູ້ຣະເບີດ ຂອງ ສະຫະພາບ ຢູໂຣບ ສະຫະຣັດ ໃຫ້ແກ່ ຜູ້ຕາງໜ້າ ຝ່າຍລາວ ທີ່ ແຂວງຄໍາມ່ວນ
laos.usembassy.gov

ກົດຟັງສຽງ

ສະຫະພາບ ຢູໂຣບ ໃຫ້ເງິນ ຊ່ວຍເຫລືອ ປະມານ 6 ແສນ ຢູໂຣ ຫລື ປະມານ 8 ແສນ 4 ໝື່ນ ດອນລ່າ ສະຫະຣັຖ. ສ່ວນ ຣັຖບານ ສະຫະຣັຖ ຊ່ວຍ 1 ແສນ ແລະ 4 ໝື່ນ ດອນລ່າ.
ເວບໄຊຕ໌ ຂອງ ສະຖານທູດ ສະຫະຣັຖ ປະຈຳລາວ ຣາຍງານວ່າ ພິທີເຊັນ ບົດບັນທຶກ ຄວາມເຂົ້າໃຈ ກັນກ່ຽວກັບ ການມອບ ການຊ່ວຍເຫລືອ ດັ່ງກ່າວ ໄດ້ຈັດຂື້ນ ຢູ່ສຳນັກງານ ສະຫະພັນ ແມ່ຍິງລາວ ທີ່ ນະຄອນຫລວງ ວຽງຈັນ ເມື່ອ ວັນທີ່ 8 ເດືອນ ກໍຣະດາ. ເຂົ້າຮ່ວມ ພິທີ ທາງ ຝ່າຍລາວ ກໍມີ ຜູ້ຕາງໜ້າ ກະຊວງ ສວັດດີການ ສັງຄົມ ກະຊວງການ ຕ່າງປະເທດ ແລະ ຜູ້ຕາງໜ້າ ແຂວງ ຄຳມ່ວນ. ຝ່າຍ ສະຫະຣັຖ ກໍມີ ຜູ້ຕາງໜ້າ ສະຖານທູດ ສະຫະຣັຖ ປະຈຳລາວ ແລະ ອຸປທູດ ຂອງ ສະຫະພາບ ຢູໂຣບ ປະຈຳລາວ.

ທ່ານ David Hayter ຜູ້ອຳນວຍການ ອົງການ ທີ່ປຶກສາ ດ້ານຣະເບີດ ປະຈຳລາວ ກ່າວວ່າ ເງິນ ຊ່ວຍເຫລືອ ຈຳນວນນີ້ ເປັນເງິນທຶນ ແລະ ເປັນການ ລົງທຶນ ທີ່ຫລາຍ ສົມຄວນ ທີ່ ສະຫະພາບ ຢູໂຣບ ແລະ ສະຫະຣັຖ ໄດ້ມອບໃຫ້ ແກ່ລາວ ຊຶ່ງມີ ຈຸດປະສົງ ບໍ່ພຽງແຕ່ ຈະເພື່ອ ເກັບກູ້ ຣະເບີດ ທີ່ຍັງ ບໍແຕກ ເທົ່ານັ້ນ ແຕ່ຍັງ ເພື່ອເຮັດໃຫ້ ການໃຊ້ເງິນ ຈຳນວນ ດັ່ງກ່າວ ມີຄຸນນະພາບ ແລະ ປະສິດທິພາບ ສູງຂື້ນ ນຳອີກ.

ທາງການລາວ ຈະໃຊ້ເງິນ ຈຳນວນນີ້ ເພື່ອ ເກັບກູ້ ຣະເບີດ ຢູ່ໃນເຂດ ເມືອງ ບົວລະພາ ມະຫາໄຊ ແລະ ໄຊບົວທອງ ໃນແຂວງ ຄຳມ່ວນ ຂອງລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.