ສະຫະຣັດສນັບສນູນ ປ້ອງກັນໂຣຄເອດ

ສະຖານທູດ ສະຫະຣັດ ອະເມຣິກາ ປະຈໍາລາວ ສນັບສນູນ ກອງທັບລາວ ໃນການ ປ້ອງກັນ ເຊື້ອໂຣຄ HIV/AIDS.

ສະຖານທູດ ສະຫະຣັດ ປະຈໍາລາວ ດ້ວຍການ ຮ່ວມມືຈາກ ກະຊວງ ສາທາຣະນະສຸຂ ແລະ ກອງທະຫານ ໃນກອງທັບ ປະຊາຊົນລາວ ໄດ້ຈັດ ສັມມະນາ ນາຍທະຫານ ກ່ຽວກັບ ໂຣຄເອດ ແລະ ວິທີປ້ອງກັນ ການແພ່ຜາຍ ຂອງເຊື້ອໂຣຄ.
ສະຖານທູດ ສະຫະຣັດ ປະຈໍາລາວ ດ້ວຍການ ຮ່ວມມືຈາກ ກະຊວງ ສາທາຣະນະສຸຂ ແລະ ກອງທະຫານ ໃນກອງທັບ ປະຊາຊົນລາວ ໄດ້ຈັດ ສັມມະນາ ນາຍທະຫານ ກ່ຽວກັບ ໂຣຄເອດ ແລະ ວິທີປ້ອງກັນ ການແພ່ຜາຍ ຂອງເຊື້ອໂຣຄ. (us-embassy)

0:00 / 0:00

ກົດຟັງສຽງ

ໂດຍການ ຮ່ວມມື ກັບສູນຕ້ານ ເຊື້ອໂຣຄ HIV/AIDS/STI ຫລືຊື່ຫຍໍ້ ເປັນພາສາ ອັງກິດວ່າ CHAS ກະຊວງ ສາທາຣະນະສຸກ ແລະ ກົມການຢາ ທະຫານ ຂອງກອງທັບ ປະຊາຊົນ ລາວ ສະຖານທູດ ສະຫະຣັດ ອະເມຣິກາ ປະຈໍາ ສປປລາວ ສນັບສນູນ ກອງທັບ ປະຊາຊົນລາວ ໃນການ ປ້ອງກັນ ເຊື້ອໂຣຄ HIV/AIDS ໂດຍການຈັດ ສັມມະນາ ຂຶ້ນເປັນ ເວລາ 1 ວັນ ດ້ານກົດໝາຍ ກ່ຽວກັບ ເຊື້ອໂຣຄ HIV/AIDS ແລະ ນະໂຍບາຍ ສໍາລັບ ນາຍທະຫານ ໃນກອງທັບ.

ການສັມມະນາ ໄດ້ຈັດຂຶ້ນທີ່ ຜແນກ ສາທາຣະນະສຸກ ແຂວງ ທີ່ເມືອງ ທ່າແຂກ ແຂວງຄໍາມ່ວນ ໃນວັນທີ 22 ກຸມພາ 2012 ແລະ ຢູ່ຜແນກ ສາທາຣະນະສຸກ ແຂວງ ທີ່ ເມືອງປາກເຊ ແຂວງຈໍາປາສັກ ໃນວັນທີ 24 ກຸມພາ 2012.

ເປົ້າໝາຍ ຂອງການຈັດ ສໍາມະນາ ກໍເພື່ອເຜີຍແພ່ ແລະ ທົບທວນ ກົດໝາຍ ຂອງຊາດ ແລະ ນະໂຍບາຍ ກ່ຽວກັບ ເຊື້ອໂຣຄ HIV/AIDS ຂອງລາວ ໃຫ້ ແກ່ນາຍ ທະຫານຂັ້ນສູງ ຂອງ ກອງທັບ ປະຊາຊົນ ລາວ ແລະ ນາຍແພດ ທະຫານ. ເຮັດໃຫ້ພວກ ນາຍທະຫານ ເຂົ້າໃຈ ແລະ ນໍາໄປເຜີຍແພ່ ຕໍ່ຢູ່ໃນກອງ ທະຫານ ຂອງຕົນ.

ການສາມະນາ ທີ່ສູນຕ້ານ ເຊື້ອໂຣກ HIV/AIDS/STI ຈັດຂຶ້ນນີ້ ມີນາຍ ທະຫານ ຫລາຍກວ່າ 75 ຄົນ ຈາກກອງຕ່າງໆ ຢູ່ແຂວງວຽງຈັນ ບໍຣິຄໍາໄຊ ຄໍາມ່ວນ ສະຫວັນນະເຂດ ເຊກອງ ສາລະວັນ ຈໍາປາສັກ ແລະ ແຂວງອັດຕະປື ເຂົ້າຮ່ວມ.