ເຈົ້າໜ້າທີ່ລາວຝຶກ ອົບຮົມພາສາອັງກິດ

ສະຖານທູຕ ສະຫະຣັຖ ອະເມຣິກາ ປະຈໍາລາວ ຊ່ວຍຝຶກ ອົບຮົມ ພາສາອັງກິດ ແກ່ເຈົ້າໜ້າທີ່ ລາວ.
ຫວາດ ສີມູນ
2012.03.23
F-English-seminar ສະຖານທູຕ ສະຫະຣັດ ອະເມຣິກາ ປະຈໍາ ສປປລ ແລະ ກະຊວງ ໂຍທາທິການ ໄດ້ສີ້ນສຸດ ການຝຶກອົບຮົມ ຄວາມຊໍານານ ໃນການໃຊ້ ພາສາ ອັງກລິສ ຂອງ ພະນັກງານຣັດ
us-embassy-laos

ກົດຟັງສຽງ

ທາງ ສະຖານທູຕ ສະຫະຣັຖ ປະຈໍາ ນະຄອນຫລວງ ວຽງຈັນ ໄດ້ຮ່ວມມື ກັບທາງ ກະຊວງ ໂຍທາທິກາຣ ແລະ ຂົນສົ່ງ ໃນກາຣຈັດ ຫລັກສູຕ ກາຣຝຶກ ອົບຮົມ ເຈົ້າໜ້າທີ່ ໃຫ້ຮູ້ຈັກ ວິທີກາຣ ໃຊ້ພາສາ ອັງກິດ ໃຫ້ດີຂຶ້ນ ຕາມແຂນງ ວຽກງານ ຕ່າງໆເຊັ່ນ: ດ້ານ ສາທາຣະນະສຸຂ ສິ່ງແວດລ້ອມ ແລະ ໂຄງສ້າງພື້ນຖານ ໂດຽມີກາຣ ຈັດຝຶກ ອົບຮົມ ຫລື ສັມມະນາ ທັງໝົດ 5 ຊຸດດ້ວຍກັນ.

ສໍາຫລັບຊຸດ ທີ່ 2 ທີ່ເຣີ່ມ ແຕ່ວັນທີ່ 12-22 ມີນາ ນັ້ນຈັດຂຶ້ນ ຢູ່ກະຊວງ ໂຍທາທິກາຣ ແລະຂົນສົ່ງ ໂດຽມີຜູ້ ເຂົ້າຮັບກາຣ ຝຶກອົບຮົມ 13 ຄົນ ຈາກກົມກາຣ ກ່ຽວຂ້ອງ ຂອງລາວ ແລະຈາກ ປະເທສ ເພື່ອນບ້ານ ເຊັ່ນ: ໄທຽ ກັມພູຊາ ແລະວຽຕນາມ ຊຶ່ງເນື້ອຫາ ຂອງກາຣ ສັມມະນາ ຄັ້ງນີ້ ແມ່ນກ່ຽວກັບ ເຣື່ອງກາຣ ກໍ່ສ້າງຂົວ ແລະ ຖນົນຫົນທາງ ໂດຽນັກວິຊາກາຣ ກໍມີກາຣ ອະທິບາຍ ພ້ອມກັບມີ ກາຣສາຍ ວິດີໂອ ກ່ຽວກັບ ຣະບົບກາຣ ສ້າງຂົວ ຊື່ດັງ ຫລາຍແຫ່ງ ໃນ ສະຫະຣັຖ ໂດຽສະເພາະ ກໍແມ່ນຂົວ San Francisco Bay ຣັຖ California ແລະ ຂົວແຫ່ງອື່ນໆ ຫລາຍແຫ່ງ ຕລອດຮອດ ຣະບົບ ເກັບຄ່າ ຜ່ານຂົວ ທີ່ວ່ອງໄວ ແລະມີ ປະສິທທິພາບ.

ນອກຈາກນັ້ນ ກໍມີກາຣແບ່ງ ເປັນກຸ່ມ ເພື່ອໃຫ້ ມີກາຣ ສົນທະນາ ຮ່ວມກັນ ໃນກາຣແກ້ໄຂ ບັນຫາຕ່າງໆ ໃນເມື່ອຫາກ ເກີດມີບັນຫາ ຂັດແຍ່ງ ໃນສີ່ງໃດ ສີ່ງໜຶ່ງ ກໍໃຫ້ແຕ່ລະ ພາຄສ່ວນ ໄດ້ເຂົ້າຮ່ວມ ເພື່ອຊ່ວຍ ແກ້ໄຂ. ໃນເວລາ ດຽວກັນນີ້ ກໍມີກາຣ ຈັດໃຫ້ມີ ກາຣສັມມະນາ ເຊັ່ນດຽວກັນ ຢູ່ທີ່ກຸງ ພະນົມເປັນ ແລະກຸງຮ່າໂນ່ຍ ໄປພ້ອມໆກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Mar 23, 2012 09:46 AM

ການຮຽນຮູ້ແມ່ນບໍ່ໄດ້ຈຳກັດຂອບເຂດ,ລະບອບສັງຄົມໄດໆ ທັ້ງຊິ້ນ,ເດັກນ້ອຽຮຽນໄດ້ ຜູ້ໃຫ່ຽຮຽນດີ ຜູ້ໄດຮຽນຜູ້ນັ້ນໄດ້ ເມື່ອຮຽນແລ້ວ ກໍ່ຕ້ອງຮູ້,ເມື່ອຮູ້ແລ້ວກໍ່່ຕ້ອງປະຕິບັດໃຫ້ເປັນຄື ເອົາຄຸນທັມນຳຄວາມຮູ້,ສູ້ເພື່ອສັນຕິສຸຂສ່ວນຕົນເອງ ແລະ ກໍ່ເພື່ອສັງຄົມໃຫ້ເກີດສັນຕິພາບແທ້ໆ.ຂໍສະແດງ ຄວາມຄອບໃຈ ທຸກພາກສ່ວນທີ່ກ່ຽວຂ້ອງ ຍາມໄດກໍ່ຕ້ອງການ ໃຫ້ປະຊາຊົນລາວທັງມວນ ພົ້ນທຸກຂ໌ ທາງກາຽ,ທາງໃຈ,ທາງແນວຄິດແລະກໍ່ຄື ທາງປັນຍາ ເພື່ອໃຫ້ ມີປະລິມານນະພາບ ແລະຄຸນນະພາບເທົ່າທຽມກັບນາໆ ອາລິຍະປະເທດອື່ນ.