ການຝຶກອົບຮົມ ພື້ນຖານໂຣຄເອດສ໌

ສະຖານທູດ ສະຫະຣັຖ ອະເມຣິກາ ຮ່ວມມື ກັບທາງການ ລາວໃນການ ຝຶກອົບຮົມ ໃຫ້ຄວາມຮູ້ ພື້ນຖານ ກ່ຽວກັບ ໂຣຄເອດສ໌ ໃຫ້ແກ່ຜູ້ ຕາງໜ້າ ນາຍ ແລະ ພົນທະຫານ ຈາກເຈັດແຂວງ ໃນພາກເໜືອ ຂອງລາວ ຄື ແຂວງ ພົງສາລີ ອຸດົມໄຊ ຫລວງນ້ຳທາ ບໍ່ແກ້ວ ຫລວງພະບາງ ຫົວ ພັນ ແລະ ຊຽງຊວາງ.

0:00 / 0:00

ກົດຟັງສຽງ

ການຝຶກ ອົບຮົມ ໄດ້ຖືກຈັດຂື້ນ ນັບແຕ່ ວັນທີ່ 26 ຈົນເຖິງ ວັນທີ່ 30 ເດືອນມິນາ ທີ່ຜ່ານມາ ທີ່ເມືອງແປກ ແຂວງ ຫລວງພຣະບາງ. ເຈົ້າໜ້າທີ່ ຈາກສູນຕ້ານ ເຊື້ອ ກະຊວງ ສາທາຣະນະສຸກ ຂອງລາວ ໂດຍໄດ້ຮັບ ການສນັບສນູນ ຈາກ ສະຖານທູດ ສະຫະຣັຖ ອະເມຣິກາ ປະຈຳລາວ ໄດ້ອະທິບາຍ ກ່ຽວກັບ ວິທີ ປ້ອງກັນ ການຕິດ ເຊື້ອໂຣຄ HIV ແລະ ເຊື້ອໂຣກ ເພດສຳພັນ ອື່ນໆ ໃຫ້ແກ່ນາຍ ແລະ ພົນ ທະຫານລາວ.

ພັນໂທ ຄຳຜາຍ ຜັນສີຣິ ຮອງຫົວໜ້າ ກົມເສນາຮັກ ກະຊວງປ້ອງ ກັນ ປະເທດລາວ ກ່າວ ກ່ຽວກັບ ເຣື່ອງນີ້ວ່າ ການຝຶກ ອົບຮົມ ເທື່ອນີ້ ມີຄວາມໝາຍ ທີ່ສຳຄັນ ຕໍ່ຖັນແຖວ ພນັກງານ ນັກຣົບ ຂອງລາວ ໃຫ້ຮູ້ວິທີ່ ປ້ອງກັນ ໂຕເອງ ເພື່ອເຮັດໃຫ້ ສຸຂພາບ ຂອງຕົນ ເຂັ້ມແຂງ ເພື່ອຈະມີ ຄວາມສາມາດ ໃນການສ້າງສາ ພັທນາ ປະເທດຊາດ ແລະ ປ້ອງກັນຊາດ.

ໃນເດືອນກ່ອນ ກະຊວງ ສາທະຣະນະສຸຂ ຂອງລາວ ແລະ ສະຖານທູດ ສະຫະຣັຖ ປະຈຳລາວ ກໍໄດ້ໃຫ້ ການຝຶກ ອົບຮົມ ແກ່ນາຍ ແລະ ພົນທະຫານ ຂອງກອງທັບ ປະຊາຊົນລາວ ທີ່ເມືອງ ທ່າແຂກ ແຂວງ ຄຳມ່ວນ ແລະເມືອງ ປາກເຊ ແຂວງ ຈຳປາສັກ ກ່ຽວກັບ ວິທີປ້ອງ ກັນໂຣກ ເອດສ໌ ເຊັ່ນກັນ ໂດຍມີຜູ້ ຕາງໜ້າ ຈາກກອງທັບ ປະຊາຊົນລາວ ຈາກ ແຂວງວຽງຈັນ ບໍຣິຄຳໄຊ ຄຳມ່ວນ ສວັນນະເຂດ ສາຣະວັນ ຈຳປາສັກ ອັດຕະປື ແລະ ເຊກອງ ເຂົ້າຮ່ວມ ຫລາຍຮ້ອຍຄົນ.