ນັກສຶກສາລາວ ຄວນສຶກສາຕໍ່ຢູ່ USA

ເຈົ້າໜ້າທີ່ ສະຖານທູຕ ສະຫະຣັຖ ປະຈໍາ ລາວ ສົ່ງເສີມ ໃຫ້ນັກສຶກສາ ລາວ ໄປຮຽນຕໍ່ ຢູ່ ສະຫະຣັຖ ໃຫ້ມີ ຫລາຍຂຶ້ນ.
ຫວາດ ສີມູນ
2011.06.03
F-lao-university-students ສ່ວນນຶ່ງຂອງນັກສຶກສາລາວ ຈາກ ມະຫາວິທຍາໄລ ແຫ່ງຊາດ
Flickr - Photo Sharing

ກົດຟັງສຽງ

ເຈົ້າໜ້າທີ່ ສະຖານທູຕ ຂອງ ສະຫະຣັຖ ປະຈຳ ນະຄອນຫລວງ ວຽງຈັນ ສົ່ງເສີມ ບັນດາ ນັກສຶກສາ ລາວ ໃຫ້ໄປ ຮຽນຕໍ່ ຢູ່ ມະຫາວິທຍາລັຍ ຕ່າງໆ ໃນ ສະຫະຣັຖ ໃຫ້ມີ ເພີ່ມຂຶ້ນ, ໂດຽມີ ທ່ານ Mike Pryor ຮອງຫົວໜ້າ ປະຊາສັມພັນ ແລະ ທ່ານຄຳໝັ້ນ ເພັຕກຸນພອນ ຜູ້ຊ່ວຍ ປະຈຳສູນ ປະຊາສັມພັນ ພາກັນ ເດີນທາງ ໄປແສດງ ນິທັສກາຣ ແລະ ອະທິບາຍ ກ່ຽວກັບ ກາຣສຶກສາ ຢູ່ໃນ ສະຫະຣັຖ ໃຫ້ແກ່ ນັກສຶກສາ ຂອງ ມະຫາວິທຍາລັຍ ສວັນນະເຂຕ ແລະ ຈຳປາສັກ ໃນທ້າຍເດືອນ ພຶສພາ ຜ່ານມາ ນີ້.

ໃນຣະຫວ່າງ ກາຣໃຫ້ ກາຣ ອະທິບາຍ ຢູ່ ສວັນນະເຂຕ ນັ້ນມີ ນັກສຶກສາ ເຂົ້າຮ່ວມ ຮັບຟັງນຳ ບໍ່ຕໍ່າກວ່າ 150 ຄົນ ພ້ອມກັບ ບັນດາ ພນັກງານ ແລະ ອາຈາຣນ໌ສອນ ຕື່ມອີກ 25 ຄົນ ຊຶ່ງຈັດຂື້ນ ໃນມື້ວັນ ທີ່ 26 ພຶສພາ, ແລະ ມື້ຕໍ່ມາ ກໍຈັດຂຶ້ນ ທີ່ ມະຫາວິທຍາລັຍ ແຫ່ງຊາຕ ທີ່ເມືອງ ປາກເຊ ແຂວງ ຈຳປາສັກ ໃນວັນທີ່ 27 ພືສພາ ໂດຽມີ ນັກສຶກສາ ປະມານ 75 ຄົນ ແລະ ຄນະອາຈາຣນ໌ ສອນ 10 ກວ່າຄົນ ເຂົ້າຮ່ວມ ຟັງນຳ.

ນອກຈາກ ກາຣເຮັດ ທັສນະກາຣ ກາຣ ອະທິບາຍ ກ່ຽວກັບ ໂຄງກາຣ ແລະ ຣະບົບ ກາຣຮຽນ ຢູ່ໃນ ສະຫະຣັຖ ແລ້ວນັ້ນ ທາງເຈົ້າໜ້າທີ່ ຈາກ ສະຖາຣທູຕ ສະຫະຣັຖ ທັງສອງ ທ່ານ ກໍໄດ້ ແຈກຢາຍ ໜັງສື ຄູ່ມື ຫລື Brochures ຂອງ ສະຖາບັນ ກາຣສຶກສາ ຕ່າງໆ ເພື່ອໃຫ້ ບັນດາ ຄຣູ-ອາຈາຣນ໌ ສອນ ແລະ ນັກສຶກສາ ໄດ້ຮຽນຮູ້ ເພີ່ມເຕີມ ສຳຫລັບ ໂຄງກາຣ ທີ່ຈະໄປ ສຶກສາ ຕໍ່ຢູ່ໃນ ສະຫະຣັຖ ຕາມໂຄງກາຣ ຮ່ວມມື ຣະຫວ່າງ ສອງ ປະເທສ ນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jun 09, 2011 12:08 PM

Vietnam have more than 500 student in USA
how about Lao student ?