ສູນເບີ່ງແຍງຮັກສາ ສັດປ່າໃນລາວ

ສະຖານທູຕ ສະຫະຣັຖ ອະເມຣິກາ ປະຈຳ ສປປລາວ ໃຫ້ເງິນ ຊ່ວຍເຫລືອ ເພື່ອສ້າງ ສູນສຶກສາ ແລະ ຮັກສາ ສັດປ່າ ຊຶ່ງ ຈະເປັນສູນ ແຫ່ງ ທຳອິດ ໃນລາວ ສູນດັ່ງກ່າວ ຈະເປັນບ່ອນ ຮັກສາ ສັດປ່າ ທີ່ຖືກຊ່ວຍ ມາຈາກ ການຄ້າ ສັດປ່າ ຜິດກົດໝາຍ.
ໂພໄຊສວັດ
2012.10.05
F-lao-wildlife-sanctuary ສູນສຶກສາ ແລະ ຮັກສາ ສັດປ່າ ເປັນສູນ ແຫ່ງທຳອິດ ໃນລາວ
US-Embassy-Laos

ທ່ານ Mike Pryor ເຈົ້າໜ້າທີ່ ຫ້ອງການຂ່າວ ສະຖານທູຕ ສະຫະຣັຖ ອະເມຣິກາ ປະຈຳ ສປປລາວ ທີ່ນະຄອນ ຫລວງ ວຽງຈັນ ອະທິບາຍ ຈຸດປະສົງ ໃນການ ຊ່ວຍເຫຼືອ ເທື່ອນີ້ວ່າ:

“ໃນຣະຍະສິບປີ ທີ່ຜ່ານມາ ສະຫະຣັຖ ໄດ້ໃຫ້ການ ຊ່ວຍເຫລືອ ເປັນເງິນ ຫລາຍກວ່າ 7 ລ້ານດອນລ່າ ສະຫະຣັຖ ແກ່ຫລາຍໆໂຄງການ ເພື່ອປົກປັກ ຮັກສາ ສິ່ງແວດລ້ອມ ເພື່ອຊ່ວຍໃຫ້ ມີການຮັກສາ ກົດໝາຍ ແລະ ຮັກສາສັດປ່າ ໃນລາວ. ນອກຈາກນັ້ນ ສະຫະຣັຖ ຍັງສນັບສນູນ ໂຄງການ ເພື່ອຮັກສາສັດ ບາງຊນິດ ເຊັ່ນເສືອ ເປັນຕົ້ນ. ສະນັ້ນ ການໃຫ້ເງິນ ຊ່ວຍເຫລືອ ເພື່ອສ້າງສູນ ຮັກສາສັດປ່າ ໃຫ້ແກ່ ສປປລາວ ຄັ້ງນີ້ ຈຶ່ງເປັນສ່ວນນຶ່ງ ຂອງຄວາມຕັ້ງໃຈ ຂອງ ສະຫະຣັຖ ເພື່ອຊ່ວຍ ປົກປັກຮັກສາ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ໃນລາວ”.

ວັບໄຊຕ໌ ຂອງ ສະຖານທູຕ ສະຫະຣັຖ ປະຈຳລາວ ຣາຍງານວ່າ ການສ້າງສູນ ສຶກສາ ໃນຂັ້ນ ທຳອິດ ຈະໄດ້ຮັບການ ຊ່ວຍເຫລືອ ຈາກ ສະຖານທູຕ ສະຫະຣັຖ ປະຈຳ ສປປລາວ ເປັນເງິນຈຳນວນ 50,000 ດອນລ່າ ສະຫະຣັຖ. ພິທີວາງ ສີລາລຶກ ເພື່ອສ້າງສູນ ດັ່ງກ່າວ ໄດ້ຖືກຈັດຂື້ນ ເມື່ອວັນທີ່ 1 ເດືອນ ຕຸລາ ປີນີ້ ໂດຍມີຍານາງ Karen Stewart ເອກອັຄຣາຊທູຕ ສະຫະຣັຖ ປະຈຳລາວ ທ່ານ ໂພໄຊ ໄຂຄຳພິທູນ ຮອງຜູ້ ອຳນວຍການ ອົງການ ຣະຫວ່າງຊາດ ແລະທ່ານ ສົມຫວັງ ເກັຍສີທະນະຄອນ ຜູ້ອຳນວຍການ ສວນສັດລາວ ເຂົ້າຮ່ວມນຳ.

ຫລັງຈາກສ້າງ ສຳເຣັດແລ້ວ ສູນຮັກສາສັດປ່າ ແຫ່ງນີ້ ຈະກາຍເປັນ ສະຖານທີ່ ເພື່ອການ ສຶກສາຄົ້ນຄວ້າ ທີ່ສຳຄັນ ໃນລາວ ຊຶ່ງສປປລາວ ກຳລັງຕ້ອງການ ເພື່ອສົ່ງເສີມ ໃຫ້ມີການຕື່ນໂຕ ກ່ຽວກັບ ການຄ້າສັດປ່າ ການປົກປ້ອງ ສິ່ງແວດລ້ອມ ແລະ ສັດປ່າ.

ສ່ວນສູນສຶກສາ ຈະເປັນບ່ອນວາງ ສະແດງ ກ່ຽວກັບ ວິທີປົກປ້ອງ ສັດປ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

ຄຳພອນ ຈັນທະວົງ
Sep 05, 2021 11:20 AM

ໃນປະຈຸບັນໃນລາວຍັງບໍ່ມີການອະນຸລັກສັດປ່າຢ່າງເປັນຈິງຈັງ ແລະ ການວິໃຈໃນເຊີງວິທະຍາສາດ ແລະ ອະນຸລັກແບບຜູກພັນກັບສາກົນແມ່ນຍັງບໍ່ທັນມີ