ເອກອັຄຣາຊທູຕ ສະຫະຣັຖປະຈໍາລາວ
2011.01.04
ກົດຟັງສຽງ
ພາຍຫລັງ ທີ່ໄດ້ຮັບ ກາຣແຕ່ງຕັ້ງ ຈາກ ປະທານາທິບໍດີ Barack Obama ແລະໄດ້ຜ່ານ ກາຣເຫັນພ້ອມ ຈາກທາງ ຄນະກັມມາທິກາຣ ດ້ານພົວພັນ ກາຣຕ່າງປະເທສ ຂອງສະພາ ສະຫະຣັຖ ໃນເດືອນ ກັນຍາ ແລະ ໃນມື້ວັນທີ່ 25 ຕຸລາ 2010 ຜ່ານມານີ້ ຍານາງ Karen Brevard Stewart ກໍໄດ້ເຂົ້າ ພິທີສາບານ ຕົວຮັບຕຳແໜ່ງ ເອກອັຄຣາຊທູຕ ສະຫະຣັຖ ປະຈຳ ສປປລາວ ຢ່າງເປັນທາງກາຣ, ຊຶ່ງກ່ອນໜ້ານີ້ ຍານາງ Stewart ກໍເຄີຽ ໄປປະຈຳ ກາຣຢູ່ເມືອງລາວ ມາແລ້ວ 2 ເທື່ອ ທີ່ເຣີ່ມແຕ່ຊຸມປີ 1980 ໃນຕຳແໜ່ງ ຜູ້ຊ່ຽວຊານດ້ານ ເສຖກິຈ ແລະ ຮອງທູຕ ສະຫະຣັຖ ປະຈຳລາວ ໃນປີ 1999-2001.
ຍານາງ Karen B. Stewart ເກີດແລະໃຫຍ່ ຢູ່ຣັຖ Florida ຮຽນຈົບ ປຣິນຍາຕຣີ ຂແນງດາຣາສາຕ ແລະ ເສຖກິຈຈາກ Wellesley College ໃນປີ 1973 ພ້ອມກັບເປັນ ສະມາຊິກ ຂອງ Phi Beta Kappa ຫລືສະມາຄົມ ເຊື່ອມສັມພັນທະໄມຕຣີ ຊຶ່ງເປັນ ອົງກາຣຈັດຕັ້ງ ກິຕິມະສັກ ຂອງບັນດາ ນັກສຶກສາ ກຽຕນິຍົມ ຂອງ ມະຫະວິທຍາລັຍ ໃນທົ່ວ ສະຫະຣັຖ ແລະ ກໍເຂົ້າຮຽນຕໍ່ ຂແນງ ດາຣາສາຕ ທີ່ ມະຫາວິທຍາລັຍຣັຖ Virginia ແລະ ຈົບປຣິນຍາໂທ ດ້ານຍຸທສາຕ ກ່່ຽວກັບຄວາມ ໝັ້ນຄົງ ແລະ ຄວາມປອດພັຍ ແຫ່ງຊາຕ ກ່ອນທີ່ໄດ້ເຂົ້າ ຮັບເປັນພນັກງານ ດ້ານກິຈກາຣ ຕ່າງປະເທສ ແຕ່ປີ 1977 ເປັນຕົ້ນມາ ທີ່ເຮັດໃຫ້ ຍານາງ ມີປະສົບກາຣ ດ້ານກາຣ ຕ່າງປະເທສ ຕລອດມາ.
ນອກຈາກນັ້ນ ຍານາງ Stewart ກໍຖືກແຕ່ງຕັ້ງ ໃຫ້ໄປປະຈຳກາຣ ຢູ່ຕ່າງປະເທສ ຫລາຍໆແຫ່ງ ຮວມທັງ ປະເທສໄທຽ ສຣີລັງກາ ປາກິສຖານ ແລະ Belarus ພ້ອມກັບໜ້າທີ່ ວຽກງານອື່ນ ຫຼາຍໆຢ່າງ.
ຢ່າງໃດກໍຕາມ ນອກຈາກມີ ຄວາມຄ່ອງແຄ້ວ ແລະ ສາມາດປາກ ພາສາລາວ ໄດ້ແລ້ວ ຍານາງ Stewart ຍັງຮູ້ຈັກ ປາກເວົ້າ ພາສາໄທ ແລະ ຣັສເຊັຽ ນຳດ້ວຍ.