ສປຊ ມອບລາງວັນເປັນກຽດ ແກ່ນັກຮຽນ

ຫ້ອງການ ສະຫະປະຊາຊາດ ມອບລາງວັນ ເປັນກຽດ ແກ່ນັກຮຽນ ທີ່ ມີແນວຄິດ ປະດິດ ຄິດສ້າງ ສໍາລັບ ໂຄງການ ກ່ຽວກັບ ສິ່ງແວດລ້ອມ.
ສົມເນ
2011.10.26
F-UN-agency-honors-students ນັກສຶກສາ ທັງ 4 ຄົນ ຈາກນາໆປະເທດ ຮ່ວມຮັບ ລາງວັນ ຜູ້ນໍາຊາວໜຸ່ມ ສິ່ງແວດລ້ອມ ທີ່ປະເທດ ເຢັຽຣະມັນ ວັນທີ 25 ຕຸລາ 2011
un.org

ກົດຟັງສຽງ

ນັກສືກສາ 4 ຄົນ ຈາກ ອິນໂດເນເຊັຽ ອີກວາດໍ້ ເຄັນຢາ ແລະ ຟີລິບປິນ ໄດ້ຣັບ ລາງວັນ ຜູ້ນໍາໜຸ່ມ ສິ່ງແວດລ້ອມ ປະຈໍາປີ 2011 ສໍາລັບ ໂຄງການ ທີ່ເຂົາເຈົ້າ ຜລິດຄິດສ້າງ ຂື້ນ, ຕາມການ ປະກາດ ຂອງ ໂຄງການ ສິ່ງແວດລ້ອມ ສະຫະປະຊາຊາດ UNEP ເມື່ອວັນທີ 25 ຕຸລາ ນີ້ ຢູ່ເມືອງ Leverkusen ປະເທດ ເຢັຽຣະມັນ ທັງ 4 ຄົນ ນີ້ ແຕ່ລະຄົນ ໄດ້ຮັບລາງວັນ ເປັນເງິນ 3,000 ປອນ ສະເຕີລິງ ຫລື ປະມານ $4,800 ພ້ອມທັງ ການຊ່ວຍເຫລືອ ທາງດ້ານ ເທັກນິກ ຢູ່ໃນ ປະເທດ ຂອງເຂົາເຈົ້າ ເພື່ອເຮັດໃຫ້ ໂຄງການ ທີ່ເຂົາເຈົ້າ ຄິດຄົ້ນຂື້ນ ນັ້ນ ຍືນຍົງ ຕໍ່ໄປ. ທັງ 4 ຄົນ ຖືກຄນະ ກັມມະການ UNEP ຄັດເລືອກເອົາ

ໃນວັນ ສຸດທ້າຍ ຂອງ ໂຄງການ ຊາວໜຸ່ມ ສິ່ງແວດລ້ອມ ຊື່ງມີ ໂຕແທນ ຜູ້ນໍາຊາວໜຸ່ມ ສິ່ງແວດລ້ອມ ຈາກ 47 ປະເທດ ທີ່ກໍາລັງ ພັທນາ ໄດ້ເດີນທາງ ໄປທັສນະ ສືກສາ ຢູ່ໃນ ປະເທດ ເຢັຽຣະມັນ ແລະ ຈັດຂື້ນ ໂດຍ ໂຄງການ ສິ່ງແວດລ້ອມ ສະຫະປະຊາຊາດ UNEP.

ໂຄງການ ສິ່ງແວດລ້ອມ ທີ່ນື່ງ ໂດຍ ນາງສາວ Rudiano ຊາວໜຸ່ມ ສິ່ງແວດລ້ອມ ຈາກ ອິນໂດເນເຊັຽ, ແມ່ນກ່ຽວກັບ ສ້າງເຄື່ອງຈັກ ຊີວະພາບ ທີ່ປ່ຽນ ສິ່ງເສດເຫລືອ ຈາກ ຟາມ ແລະ ບ້ານເຮືອນ ເພື່ອເຮັດ ໃຫ້ເປັນ ພະລັງງານ ທີ່ໃຊ້ແລ້ວ ໃຊ້ອີກ ສໍາລັບ ຄົວກິນ  ທີ່ຈະທົດແທນ ການໃຊ້ ຫລົວຟືນ ຈາກ ທັມມະຊາດ.

ໂຄງການທີ່ສອງ ໂດຍ ນາງສາວ Acosta ຈາກ ອີກວາດໍ້ ແມ່ນ ກ່ຽວກັບ ການອອກແບບ ເຄື່ອງກັ່ນ ຕອງນໍ້າເປື້ອນ ດ້ວຍທາດ ບາຫລອດ.

ໂຄງການ ທີ່ສາມ ໂດຍທ້າວ Michael Muli ຈາກປະເທດ ເຄັນຢາ ແມ່ນກ່ຽວກັບ ການໃຊ້ ໃບໄມ້ ແລະ ເຈັ້ຽເສດເຫລືອ ເພື່ອເຮັດເປັນ ຖ່ານຫີນ ເຫລັກໄຟ ແທນທີ່ ຈະໃຊ້ ຖ່ານໄມ້ເຜົາ.

ໂຄງການທີ່ 4 ໂດຍ ນາງສາວ Gabanes ຈາກຟີລິບປິນ ແມ່ນກ່ຽວ ກັບໂຄງການ ສິ່ງແວດລ້ອມ ການສືກສາ ສໍາລັບ ເດັກນ້ອຍ ເສັຽອົງຄະ ຮ່ວມທັງ ສິລປະ ການບໍາບັດ ການປະກອບ ດົນຕຣີ ແລະ ການສະແດງ ຮູບພາບ.

ແຕ່ລະຄົນ ທີ່ໄດ້ຮັບ ລາງວັນ ນັ້ນ ກໍກ່າວວ່າ ພວກຕົນ ດີໃຈຫລາຍ ທີ່ໄດ້ມາ ທັສນະ ສືກສາ ໃນປະເທດ ເຢັຽຣະມັນ ແລະ ໄດ້ສະແດງ ຜົນງານ ຂອງໂຄງການ ທີ່ພວກຂະເຈົ້າ ຄົ້ນຄິດ ຂື້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.