ລາວອາຈເປັນແຫລ່ງ ຜລິຕຢາບ້າ

ປະເທດລາວ ຈະກາຍ ເປັນແຫລ່ງຜລິດ ເປັນທາງຜ່ານ ແລະ ການເສພໃຊ້ ຢາເສພຕິດ ທີ່ໃຫຍ່ ແຫ່ງນຶ່ງ ໃນ ພູມມີພາຄ.
ອະວາຣີ
2011.11.30
F-yaba ຮູປຕົວຢ່າງ: ການເຂົ້າບຸກ ທຳລາຍ ແຫລ່ງຜລິຕ ຢາບ້າ ຂອງເຈ້າຫນ້າທີ່ ໃນປະເທດໄທ 28 ມົກຣາ 2010
blogspot

ກົດຟັງສຽງ

ສຳນັກງານ ຢາເສພຕິດ ແລະ ອາຊຍາກັມ ສະຫະ ປະຊາຊາດ ຫລື UNODC ຣາຍງານ ວ່າ ປະເທດລາວ ມີແນວໂນ້ມ ຈະກາຍເປັນ ແຫຼ່ງຜລິດຢາບ້າ ໃຫຍ່ແຫ່ງນຶ່ງ ໃນເອເຊັຍ ຕາເວັນອອກ ສ່ຽງໃຕ້; ພວກຄ້າ ຢາເສພຕິດ ອາດຈະຍ້າຍ ສະຖານທີ່ ຜລິດຢາບ້າ ຈາກ ພະມ້າ ເຂົ້າໄປຕັ້ງ ຢູ່ໃນເຂດ ສອກຫລີກ ຫ່າງໄກ ໃນພາກເໜືອ ຂອງລາວ.

ເມື່ອປະມານ ສອງສາມເດືອນ ກ່ອນ ຜູ້ນຳ ກຳລັງປາບປາມ ຢາເສພຕິດ ຂອງໄທ ກໍ ເປີດເຜີຍວ່າ ຢູ່ພາກເໜືອ ຂອງລາວ ມີແຫຼ່ງຜລິດ ຢາບ້າ. ໃນຫລາຍໆປີ ທີ່ຜ່ານມາ ສປປລາວ ເປັນປະເທດ ທາງຜ່ານ ຂອງ ຢາເສພຕິດ ຢາບ້າ ຈາກ ພະມ້າ ເຂົ້າຫາລາວ ແລ້ວອອກໄປ ສູ່ແດນໄທ ວຽດນາມ ແລະ ກຳພູຊາ. ສ່ວນ ເຮໂຣອິນ ອອກຈາກ ພະມ້າ ຜ່ານແດນລາວ ແລ້ວ ອອກໄປໄທ ຈີນ ແລະ ວຽດນາມ.

ພວກຄ້າ ຢາເສພຕິດ ທັງຄົນລາວ ແລະຄົນໄທ ຖືກຈັບ ໃນເວລາ ທີ່ລັກລອບ ຂົນສົ່ງ ຢາບ້າ ຈາກລາວ ໄປໄທເລື້ອຍໆ. ເຈົ້າໜ້າທີ່ ລາວ ແລະ ວຽດນາມ ກໍຈັບພວກຄ້າ ເຮໂຣອິນ ຢູ່ເລື້ອຍໆ ທີ່ ລັັກລອບເອົາ ເຮໂຣອິນ ຈາກລາວ ໄປ ວຽດນາມ.

ໃນສອງເດືອນ ຜ່ານມາ ຮ້ອຍເອກ ສເລີມ ຢູບຳລຸງ ຮອງ ນາຍົກຣັຖມົນຕຣີ ໃນນາມ  ຫົວໜ້າ ປາບປາມ ຢາເສພຕິດ ຂອງໄທ ປະກາດວ່າ ທ່ານຢາກປິດ ຊາຍແດນ ໄທ-ລາວ ເພື່ອຍຸດຕິ ການລັກລອບ ຂົນສົ່ງ ຢາເສພຕິດ ຈາກ ລາວເຂົ້າໄທ.

ສຳນັກງານ ຢາເສພຕິດ ແລະ ອາຊຍາກັມ ສະຫະປະຊາຊາດ ຣາຍງານ ອີກວ່າ ການໃຊ້ຫລື ການເສພ ຢາເສພຕິດ ຢູ່ລາວ ໂດຍສະເພາະ ຢາບ້າ ເພິ້ມຂື້ນ. ໃນປີຜ່ານມາ ເຈົ້າໜ້າທີ່ ລາວ ຍຶດຢາບ້າ ໄດ້ເຖິງ 136 ລ້ານເມັດ ຊຶ່ງຖືວ່າເປັນ ປະເທດ ທີ່ຍຶດຢາບ້າ ໄດ້ຫລາຍ ທີ່ສຸດ ອັນດັບທີສາມ ໃນຂົງເຂດ ລອງຈາກ ຈີນແລະໄທ. ການເສພ ຢາເສພຕິດ ອີກຊນິດນຶ່ງ ທີ່ກຳລັງ ມີທ່າໂນ້ມ ເພິ້ມຂື້ນໃນລາວ ກໍແມ່ນ ການເສພຢາ ໄອສ໌ ແລະ ຢາອີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.