ກອງກໍາລັງຣັຖບານ ປະທະກັບຜູ້ຕໍ່ຕ້ານ
2012.08.08
ອີງຕາມແຫລ່ງຂ່າວ ທີ່ເຊື່ອຖືໄດ້ ຈາກ ນະຄອນຫລວງ ວຽງຈັນ ເປີດເຜີຍວ່າ ເມື່ອທ້າຍເດືອນ ມິຖຸນາ 2012 ມີກອງກໍາລັງ ປະກອບອາວຸດ ບໍ່ຮູ້ຝ່າຍ ຈໍານວນນຶ່ງ ໄດ້ປະທະກັບ ກໍາລັງທະຫານ ຂອງ ທາງການລາວ ຢູ່ໃນເຂດ ເມືອງໄຊສົມບູນ ຊື່ງເຮັດໃຫ້ມີຜູ້ ໄດ້ຮັບບາດເຈັບ ແລະເສັຍຊີວິດ ຈໍານວນນຶ່ງ ແຕ່ບໍ່ຮູ້ໂຕເລກ ທີ່ແນ່ນອນ ຍ້ອນທາງການລາວ ຖືເປັນເຣື່ອງ ຄວາມລັບ. ຫລັງຈາກ ການປະທະກັນ ສີ້ນສຸດລົງ ກຸ່ມປະກອບ ອາວຸດ ທີ່ບໍ່ຮູ້ວ່າ ເປັນຂອງຝ່າຍໃດ ກໍໄດ້ຫລົບໜີ ເຂົ້າປ່າໄປ.
ຕໍ່ມາ ໃນຕົ້ນເດືອນ ກໍຣະກະດາ 2012 ຢູ່ເຂດ ເມືອງທ່າໂທມ ແຂວງຊຽງຂວາງ ກໍໄດ້ເກີດເຫດ ປະທະກັນ ຣະຫວ່າງ ກຸ່ມປະກອບ ອາວຸດ ບໍ່ຮູ້ຝ່າຍ ກັບກໍາລັງ ທະຫານຣັຖບານ ແລະພາຍຫລັງ ການສູ້ຣົບ ກໍຮູ້ວ່າມີ ຜູ້ເສັຍຊີວິດ 3 ຄົນ ແຕ່ກໍບໍ່ຮູ້ວ່າ ແມ່ນຝ່າຍໃດ. ໃນການປະທະກັນ ຄັ້ງນີ້ ກໍາລັງ ທະຫານທາງການ ໄດ້ຈັບກຸ່ມ ປະກອບອາວຸດໄດ້ 2 ຄົນ ເຫລືອນັ້ນ ກໍໄດ້ລົບໜີໄປ ແບບບໍ່ມີ ຮ່ອງຮອຍ.
ໃນຄັ້ງຫລ້າສຸດ ກໍຄືເມື່ອ ວັນທີ 20 ກໍຣະກະດາ 2012 ມີເຫດການເກີດຂຶ້ນ ທີ່ເມືອງຈ້າ ແຂວງຊຽງຂວາງ ຊຶ່ງຮູ້ວ່າ ໃນການປະທະກັນ ເທື່ອນີ້ ມີຜູ້ໄດ້ຮັບບາດເຈັບ ແລະ ເສັຍຊີວິດ ຫລາຍສິບຄົນ ແຕ່ກໍບໍ່ຮູ້ຈໍານວນ ທີ່ແທ້ຈິງເຊັ່ນກັນ.
ນັກສັງເກດການ ໄດ້ວິໄຈວ່າ ສໍາລັບພື້ນທີ່ ທີ່ເກີດການ ປະທະກັນນັ້ນ ເປັນເຂດທີ່ມີ ຊາວມົ້ງອາສັຍ ຢູ່ຫລາຍ ແລະ ກໍ່ເປັນເວລາທີ່ ຣັຖມົນຕຣີ ກະຊວງການ ຕ່າງປະເທດ ສະຫະຣັຖ ຍານາງ Hillary Clinton ກໍາລັງ ຢ້ຽມຢາມລາວ ຢູ່ພໍດີ ຊຶ່ງອາດ ເປັນໄປໄດ້ວ່າ ເປັນການສົ່ງສັນຍານ ໃຫ້ຣັຖບານ ສະຫະຣັຖ ອະເມຣິກາ ຮູ້ວ່າຍັງມີ ກຸ່ມຊາວມົ້ງ ເຄື່ອນໄຫວ ຕໍ່ຕ້ານຣັຖບານ ສປປລາວ ຢູ່.