ຊາວໜຸ່ມຊົນນະບົດ ຕ້ອງການວຽກເຮັດ
2011.07.11

ກົດຟັງສຽງ
ຊາວຫນຸ່ມ ຈຳນວນ ຫລວງຫລາຍ ໃນເຂດ ຊົນນະບົດ ສປປລາວ ຕ້ອງ ປະເຊີນ ກັບ ບັນຫາ ຊອກ ວຽກງານ ໃນເວລານີ້ ຍ້ອນວ່າ ຄົນງານ ຕ່າງຊາດ ຜູ້ທີ່ມີ ສີມືແດ່ ເຂົ້າມາ ຍາດວຽກ ເຮັດໃຫ້ ຄົນງານລາວ ຜູ້ທີ່ມີ ຄວາມຮູ້ນ້ອຍ ຫລື ບໍ່ມີຄວາມຮູ້ ແລະ ສີມື ບໍ່ຖືກຈ້າງ. ດັ່ງເຈົ້າ ຫນ້າທີ່ ຈາກ ກົມແຮງງານ ທີ່ ນະຄອນຫລວງ ວຽງຈັນ ເວົ້າວ່າ:
"ໃນປັດຈຸບັນ ນີ້ ວັຍລຸ້ນ ທີ່ຢູ່ແຖວ ຊົນນະບົດ ຈະຊອກຫາ ວຽກເຮັດຍາກ ແລ້ວກໍ່ຈະ ປະເຊີນກັບ ການວ້າງງານ ແຕ່ວ່າ ກຸ່ມນັກ ສືກສາ ທີ່ຈົບ ການສືກສາ ມາໃຫ່ມນັ້ນ ກໍ່ຊອກວຽກເຮັດ ງານທຳ ບໍ່ຢາກ ປານໃດ".
ເຈົ້າຫນ້າທີ່ ກ່າວຕໍ່ ໄປວ່າ ຕລາດການ ຈ້າງງານ ໃນລາວ ສ່ວນໃຫຍ່ ແມ່ນຢູ່ ໃນເຂດ ຫົວເມືອງ ໃຫຍ່ໆເຊັ່ນ ນະຄອນຫລວງ ວຽງຈັນ ສວັນນະເຂດ ຫລວງພຣະບາງ ແລະ ຈຳປາສັກ ເຮັດໃຫ້ ພວກ ກັມມະກອນ ໃນເຂດ ຊົນນະບົດ ບໍ່ມີ ວຽກເຮັດ ຫລັງຈາກ ຣະດູ ເກັບກ່ຽວ ເຖີງແມ່ນວ່າ ພວກຂະເຈົ້າ ຈະຍ້າຍເຂົ້າ ໃນເມືອງ ກໍ່ຍັງບໍ່ ສາມາດ ຊອກຫາ ວຽກເຮັດໄດ້ ເພາະ ຂາດສີມື ແລະ ຂາດ ປະສົພການ ມີຄວາມ ຮູ້ຫນ້ອຍ.
ໂຮງຈັກ ໂຮງງານ ຕ່າງໆ ໃນເຂດເມືອງ ກໍຈ້າງແຕ່ ຄົນງານ ທີ່ມີສີມື ໂອກາດ ທີ່ຄົນ ຊົນນະບົດ ທີ່ຈະໄດ້ ເຮັດວຽກ ມີຫນ້ອຍ.
ຄາດວ່າ ເກືອບຮອດ 50% ຂອງການ ລົງທືນ ໃນລາວ ແມ່ນ ໃນທຸຣະກິດ ບໍ່ແຮ່ ແລະ ສ້າງເຂື່ອນ ໄຟຟ້າ ຈາກນັກລົງທືນ ຕ່າງຊາດ ແລະ ທຸຣະກິດ ດ້ານນີ້ ສ່ວນໃຫຍ່ ຈະຈ້າງ ຄົນງານ ທີ່ມີສີມື ຈາກຕ່າງ ປະເທດ ຫລາຍກວ່າ ສຳລັບ ຄົນງານລາວ ແລ້ວ ກໍ່ຕ້ອງມີ ຄວາມຮູ້ ແລະ ຄວາມສາມາດ ພໍສົມຄວນ ແມ້ແຕ່ ກັມມະກອນ ອອກແຮງງານ ກໍ່ຕ້ອງ ອ່ານອອກ ຂຽນໄດ້.
ຣັຖບານລາວ ກໍ ພຍາຍາມ ຍົກຣະດັບ ຊັພຍາກອນ ມະນຸດ ໃນລາວ ດ້ວຍການ ຝືກອົບຮົມ ຄົນງານລາວ ໃນວີຊາ ສະເພາະ ຂແນງຕ່າງໆໆ ເພື່ອຕອບສນອງ ຄວາມຕ້ອງການ ຂອງນັກ ລົງທືນ ແຕ່ກໍ່ເປັນ ການຍາກ ເພາະ ຣັຖບານລາວ ຍັງຂາດ ງົບປະມານ ແລະ ຄູຣອາຈານ ໃນການ ຝືກອົບຮົມ ດ້ານນີ້ ຢູ່.