ສປຊ ຕ້ອງການຊີວິດທີ່ດີ ສໍາລັບພົລເມືອງໂລກ

ສະຫະ ປະຊາຊາດ ໄດ້ກ່າວ ໃນ ລາຍງານ ວ່າ ແທນທີ່ ຈະໄປ ກັງວົນນໍາ ຈໍານວນ ພົລເມືອງ ຂອງໂລກ ທີ່ຈະມີ ຮອດ 7 ຕື້ ຄົນ ໃນອາທິດ ໜ້ານີ້ ເຮົາຄວນ ຫັນມາ ເອົາໃຈ ໃສ່ວ່າ ເຮັດ ຈັ່ງໃດ ຈຶ່ງຈະ ໃຫ້ໂລກ ນີ້ ເປັນບ່ອນ ທີ່ ອຸດົມ ສົມບູນ ຈົບດີ ສໍາລັບ ຜູ້ຄົນ ຢູ່ ອາສັຍ.
ໂພໄຊສວັດ
2011.10.27

ກົດຟັງສຽງ

ຜູ້ອໍານວຍການ ອົງການ ສະຫະ ປະຊາຊາດ ດ້ານ ກອງທຶນ ເພື່ອ ພົລເມືອງ ທ່ານ Babatunde Osotimehin ໄດ້ກ່າວ ຕໍ່ ສື່ມວລຊົນ ວ່າ “ມັນກ່ຽວກັບ ການ ບໍລິໂພຄ ແລະ ຈໍານວນ ປະຊາກອນ” ຊຶ່ງທ່ານ ໝາຍເຖິງ ຈໍານວນ ພົລເມືອງ ທີ່ສົ່ງຜົນ ກະທົບ ຕໍ່ສິ່ງ ແວດລ້ອມ ແລະ ການຂຍາຍໂຕ ທາງ ເສຖກິດ.

ໃນຂນະທີ່ ຈໍານວນ ພົລເມືອງ ຂອງໂລກ ທີ່ມີ ເພີ້ມຂຶ້ນ ອາດຈະເຮັດໃຫ້ ຊັພຍາກອນ ຂອງໂລກ ຫລຸດໜ້ອຍ ຖອຍລົງ ແຕ່ ຈໍານວນ ປະຊາກອນ ໂລກ ທີ່ມີ ຢູ່ແລ້ວ ກໍໃຊ້ສອຍ ຊັພຍາກອນ ໂລກ ເກີນກວ່າ ທີ່ ສາມາດ ຜລິດໄດ້ ຢູ່ແລ້ວ.

ທ່ານ Osotimehin ໄດ້ກ່າວ ໃນລາຍງານ ວ່າ “ຫາກເຮົາ ຕັ້ງແຜນການ ແລະ ລົງທຶນ ຢ່າງ ຖືກຕ້ອງ ກັບ ປະຊາກອນ ໂລກ ຕັ້ງແຕ່ ດຽວນີ້ ໂດຍການ ບັງຄັບ ໃຫ້ພວກ ຂະເຈົ້າ ເລືອກ ໃຊ້ສອຍ ຊັພຍາກອນ ທີ່ບໍ່ ພຽງແຕ່ ດີ ສໍາລັບ ຂະເຈົ້າເອງ ໂລກມະນຸດ ທີ່ມີ ພົລເມືອງ 7 ຕື້ ຄົນ ກໍຈະກາຍ ເປັນເມືອງໃຫຍ່ ທີ່ຍືນຍົງ ຖາວອນ ໄດ້, ຍ້ອນວ່າ ຈະມີ ແຮງງານ ທີ່ສ້າງ ປະໂຫຍດ ໃຫ້ ເສຖກິດ, ຈະມີ ປະຊາກອນ ທີ່ ຮ່ວມ ສົມທົບ ໃນການ ຢູ່ດີກິນດີ ຂອງ ສັງຄົມ”.

ທ່ານກ່າວ ສລຸບ ວ່າ “ມັນມີ ຄວາມຈໍາເປັນ ທີ່ຈະຕ້ອງ ໄດ້ຮ່ວມ ຊາວໜຸ່ມ ເຍົາວະຊົນ ຂອງໂລກ ເຂົ້າໃນ ແຜນການ ແລະ ເກັບກ່ຽວ ເອົາ ຄວາມຮູ້ ຄວາມສາມາດ ຫລາຍໆດ້ານ ຂອງ ພວກຂະເຈົ້າ ເພື່ອສົ່ງເສີມ ເສຖກິດ ແລະ ປ້ອງກັນ ການ ຢຸດສງັກ ຂອງ ການຜລິດ”.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.