ບົດຣາຍງານການນໍາໃຊ້ ຢາຂ້າແມງໄມ້
2012.09.06
ໃນອັຟຣີກາ ແຕ່ຣະຫວ່າງປີ 2005 ຫາ 2020 ໄດ້ມີກາຣ ຄາດຄະເນ ດ້ານຄ່າໃຊ້ຈ່າຍ ສຳຫລັບກາຣປິ່ນປົວ ທັງໝົດ ວ່າຈະຕົກເປັນ ມູລຄ່າເຖີງ 90 ຕື້ ດອລລາຣ໌ ສະຫະຣັຖ ຊຶ່ງເປັນມູລຄ່າ ທີ່ສູງກວ່າ ງົບປະມານ ກາຣໃຊ້ຈ່າຍ ສຳຫລັບ ໂຄງກາຣຕ້ານເຊື້ອໂຣຄ HIV/AIDS ໃນເຂຕພູມີພາຄ ດັ່ງກ່າວ ນັ້ນຊ້ຳອີກ. ໃນຂນະດຽວກັນ ຣາຍງານ ດັ່ງກ່າວ ຍັງຖືວ່າ ເປັນກາຣເຕືອນ ປະຊາຄົມໂລກ ໃຫ້ມີກາຣ ພິຈາຣະນາ ຫາວີທີທາງ ແກ້ໄຂ ແລະ ຄວນໃຫ້ມີກາຣ ຍົກເລີກ ກາຣຜລິຕ ຢາຂ້າແມງໄມ້ ນັ້ນຢ່າງ ສິ້ນເຊີງ.
Mme Rachel Massey ຈາກສະຖາບັນ ກາຣຄົ້ນຄວ້າ ຢາປະເພທອື່ນ ເພື່ອທົດແທນ ຢາຂ້າແມງໄມ້ ຂອງ ມະຫາວິທຍາລັຍ Massachusetts ໄດ້ແຈ້ງຕໍ່ກອງປະຊຸມ ວ່າ ກາຣຜລິຕຢາຕ່າງໆ ສຳຫລັບ ກາຣກຳຈັດແມງໄມ້ ນັ້ນມີຫລາຍເພີ່ມຂຶ້ນ ເລື້ອຍໆໃນທົ່ວໂລກ ໂດຽສະເພາະ ໃນບັນດາປະເທສ ທີ່ກຳລັງພັທນາ ດ້ານເສຖກິຈ.
Mme Massey ໃຫ້ກາຣ ຄາດຄະເນວ່າ ໃນຣະຫວ່າງປີ 2012-2020 ກາຣຜລິຕສາຣເຄມີ ສຳຫລັບກຳຈັດ ສັຕຣູພືຊຕ່າງໆ ໃນເຂຕ ອະເມຣິກາ ເໜືອ ແລະ ທາງຢູໂຣປ ຈະເພີ່ມຂຶ້ນ 25% ແຕ່ສະເພາະ ໃນເຂຕເອເຊັຽ-ປາຊີຟິກ ຄາດວ່າຈະເພີ່ມຂຶ້ນ ເຖີງ 50% ທຽບໃສ່ 40% ໃນເຂຕອັຟຣີກາ ແລະ ເຂຕຕາເວັນອອກກາງ ແລະປະມານ 33% ໃນເຂຕ ອະເມຣິກາ ລາຕິນ.