ນໍ້ານົມແມ່ ຊ່ວຍລູກເກີດໃໝ່ໄດ້
2011.08.02

ກົດຟັງສຽງ
ດຽວນີ້ ອົງການ ແມ່ຍິງ ແລະ ເດັກນ້ອຍ ຂອງ ສະຫະປະຊາຊາດ ຫລື UNICEF ກໍາລັງ ພຍາຍາມ ປະຊາສໍາພັນ ທຸກວິທີ ທາງ ເພື່ອຢາກ ໃຫ້ຜູ້ເປັນແມ່ ຮູ້ວ່າ ການລ້ຽງລູກ ດ້ວຍ ນໍ້ານົມແມ່ ນັ້ນ ສາມາດ ຊ່ວຍ ຫລຸດຜ່ອນ ການຕາຍ ຂອງ ເດັກນ້ອຍ ອາຍຸ ຕໍ່າກວ່າ 5 ປີ ໄດ້. ອົງການ ແມ່ ແລະ ເດັກ ວ່າ ຢູ່ໃນ ປະເທດ ດ້ອຍພັທນາ ອັດຕຣາ ຄົນລ້ຽງລູກ ດ້ວຍນົມແມ່ ມີແຕ່ 36% ເທົ່ານັ້ນ.
ທ່ານ Antony Lake ຫົວໜ້າ ອົງການ ແມ່ແລະເດັກ ສະຫະປະຊາຊາດ ໄດ້ກ່າວ ເຣື້ອງນີ້ ເນື່ອງໃນ ໂອກາດ ສັປດາ ການລ້ຽງລູກ ດ້ວຍນົມແມ່ ທີ່ ສລອງກັນ ນັບແຕ່ ວັນທີ່ 1-7 ສິງຫາ ນີ້. ທ່ານ ອັງໂຕນີ ຂໍສົ່ງ ຄໍາເວົ້າສັ້ນໆ ນີ້ ເຖິງແມ່ຍິງ ທຸກຄົນ ວ່າ ການລ້ຽງລູກ ດ້ວຍ ນໍ້ານົມແມ່ ສາມາດ ຊ່ວຍຊີວິດ ລູກ ຂອງທ່ານໄດ້.
ທ່ານວ່າ ບໍ່ມີ ມາຕການ ປ້ອງກັນໃດໆ ທີ່ມີ ປະສິດທິພາບ ເໜືອກວ່າ ລ້ຽງລູກ ດ້ວຍນົມແມ່ ໃນການປ້ອງກັນ ບໍ່ໃຫ້ທາຣົກ ຕາຍກ່ອນ ອາຍຸ ເຖິງ 5 ປີ. ໃນຈໍານວນ ຂໍ້ດີ ຂອງການ ລ້ຽງລູກ ດ້ວຍນົມແມ່ ນີ້ ທ່ານ ອັງໂຕນີ ວ່າ ມັນສາມາດ ຫລຸດຜ່ອນ ການຕາຍ ຂອງ ທາຣົກ ກ່ອນອາຍຸ 5 ປີ ໄດ້ເຖິງ 13% ຖ້າຫາກວ່າ ລ້ຽງລູກ ດ້ວຍນົມແມ່ ເຖິງ 6 ເດືອນ ແລະ ສືບຕໍ່ລ້ຽງ ເຖິງ 1 ປີ.