ອາຫານສໍາລັບນັກຮຽນ ຈາກສະຫະປະຊາຊາດ
2011.03.24
ກົດຟັງສຽງ
ເປັນເທື່ອທຳອິດ ໃນລາວ ທີ່ເດັກນ້ອຍລູກສິດ ຈາກໂຮງຮຽນ ຂັ້ນປະຖົມ ສຶກສາ ເກືອບຮອດ 1,000 ແຫ່ງ ຈະໄດ້ກິນເຂົ້າທ່ຽງ ທີ່ດີຕໍ່ສຸຂພາບ, ຊຶ່ງເປັນອາຫານ ທີ່ຈະກະຕຽມ ມາຈາກ ອາຫານການກິນ ທີ່ຊື້ມາຈາກ ຕລາດທ້ອງຖິ່ນ ພາຍໃຕ້ໂຄງການ ການຮ່ວມມືຂອງ ອົງການ ສະຫະປະຊາຊາດ ແລະ ຮັຖບານລາວ ຊຶ່ງໂຄງການ ດັ່ງກ່າວ ຈະເປັນປໂຍດຕໍ່ ຊາວກະສິກອນ ທ້ອງຖິ່ນອີກດ້ວຍ.
ພວກເດັກນ້ອຍລູກສິດ ຈະໄດ້ກິນ ເຂົ້າທ່ຽງ ຊຶ່ງປະກອບດ້ວຍ ເຂົ້າຊຶ່ງທາງອົງການ ອາຫານໂລກຂອງ ສະຫະປະຊາຊາດ ເປັນຜູ້ມອບໃຫ້ ແລະອາຫານການກິນ ແນວອື່ນທີ່ທາງ ໂຮງຮຽນຕ່າງໆ ຈະຊື້ມາຈາກຕລາດ ທ້ອງຖິ່ນ.
ຜູ້ຕາງໜ້າ ອົງການອາຫານໂລກ ຍານາງ Eri Kudo ກ່າວວ່າ ທາງການລາວໄດ້ ພຍາຍາມ ແລະ ມີຄວາມຄືບໜ້າ ໃນການຈັດຕັ້ງ ໂຄງການອາຫານ ສຳລັບໂຮງຮຽນ, ແລະ ອົງການ ສະຫະປະຊາຊາດ ກໍພ້ອມທີ່ຈະ ໃຫ້ການສນັບສນູນ ຊ່ວຍເຫລືອໃຫ້ ໂຄງການດັ່ງກ່າວ ໄດ້ຮັບຄວາມສຳເຣັດ ແລະ ຍືນຍົງ.
ເມື່ອບໍ່ຫລາຍອາທິດ ຜ່ານມາ ເຈົ້າໜ້າທີ່ຈາກ ກະຊວງ ສຶກສາທິການ 42 ຄົນ ໄດ້ຮັບການ ຝຶກອົບຮົມ ກ່ຽວກັບໂຄງການ Home Grown School Feeding ຫລືໂຄງການປູກ ພາຍໃນຄອບຄົວ ເພື່ອລ້ຽງ ໂຮງຮຽນ ແລະ ກ່ຽວກັບອາຫານ ທີ່ດີຕໍ່ສຸຂພາບ ຮ່າງກາຍ. ໂຄງການນີ້ ຈະເລີ້ມໃຊ້ຢູ່ ໃນ 9 ໝູ່ບ້ານ ແຂວງ ຜົ້ງສາລີ ແລະ ອຸດົມໄຊ ໃນສົກຮຽນ 2011-2012 ທີ່ຈະເລີ້ມ ໃນເດືອນ ກັນຍາ ນີ້. ເດັກນ້ອຍລູກສິດ 157,000 ຄົນ ຈາກໂຮງຮຽນ ອະນຸບານ ແລະ ຂັ້ນປະຖົມສຶກສາ ທີ່ຢູ່ໃນ ຊົນນະບົດ ໄດ້ຮັບການ ຊ່ວຍເຫລືອ ຈາກອົງການ ອາຫານໂລກ ນີ້ແລ້ວ.