ນ້ຳງື່ມເປັນມົລພີສ

ຮ້ານອາຫາຣ ໃນບໍຣິເວນ ໃກ້ຂົວຂ້າມ ນ້ຳງື່ມ ພາກັນຖີ້ມ ຂີ້ເຫຍື້ອ ລົງນໍ້າ ຢ່າງບໍ່ ຄໍານືງເຖີງ ຜົນເສັຍຫາຍ.
ຫວາດ ສີມູນ
2012.08.13
F-Dan-savanh -Namngeum ໂຮງແຮມ ຮ້ານອາຫານ ທີ່ຕັ້ງຢູ່ຕາມ ແຄມນໍ້າງື່ມ (ແດນສວັນນໍ້າງື່ມ)
travel-blog

ຮ້ານອາຫາຣ ຕ່າງໆ ຢູ່ແຄມນ້ຳ ຕາມບໍຣິເວນ ໃກ້ກັບຂົວຂ້າມ ນ້ຳງື່ມ ເຂຕເມືອງ ໄຊທານີ ນະຄອນ ຫລວງວຽງຈັນ ພາກັນຖີ້ມ ຂີ້ເຫຍື້ອ ລົງສູ່ລໍານ້ຳ ຈົນເຮັດໃຫ້ເກີດ ມົລພິສ ຢູ່ນ້ຳ ຈື່ງສ້າງຄວາມ ເດືອດຮ້ອນ ໃຫ້ແກ່ຜູ້ທີ່ ອາສັຍຢູ່ ທາງໃຕ້ນໍ້າງື່ມ ຢ່າງຫລວງຫລາຍ. ດັ່ງຊາວບ້ານ ຜູ້ໜຶ່ງ ເວົ້າວ່າ:

“ຂົວຂ້າມນ້ຳງື່ມ ຊີມີຮ້ານ ອາຫາຣຫລາຍໆ ທີ່ຂະເຈົ້າ ເປັນບ່ອນພັກຜ່ອນ ຍາມວັນເສົາ ວັນອາທິຕ ທ້າຍອາທິຕ ຂະເຈົ້າໄປກິນ ເຂົ້າກິນນ້ຳ ໄປຫລິ້ນ ໄປລ່ອງເຮືອຫລິ້ນ ມີຮ້ານອາຫາຣ ທີ່ຢູ່ຕາມ ແຄມແມ່ນ້ຳ ສາເນາະ ບາງຄັ້ງ ກາຣຖີ້ມ ຂີ້ເຫຍື້ອຂີ້ຫຍັງ ເຂົາບໍ່ຄ່ອຍ ເອົາໃຈໃສ່ ຫັ້ນນ໋າ”.

ຊາວບ້ານຜູ້ນັ້ນ ເວົ້າອີກວ່າ ດຽວນີ້ ເຂຕແຄມນ້ຳງື່ມ ເປັນສະຖານທີ່ ທ່ອງທ່ຽວ ທີ່ມີຄວາມ ນິຍົມຫລາຍ ແຕ່ຜົລເສັຍ ທີ່ຕາມມາ ກໍຄືຄວາມ ເປິເປື້ອນ ແລະມົລພິສ ທາງນ້ຳ ຈົນເຖີງຂັ້ນ ມີບັນຫາ ເຮັດໃຫ້ ປາຕາຍ ຍ້ອນມີ ສະພາບນ້ຳເນົ່າ ໃນນ້ຳງື່ມ ຢູ່ທາງໃຕ້ ເຊັ່ນຕາມ ບໍຣິເວນ ບ້ານທ່າສົບມໍ ທີ່ໄດ້ຮັບ ຜົລກະທົບ ຢ່າງຫລວງຫລາຍ ແລະ ບໍ່ມີຜູ້ ຮັບຜິດຊອບ ແຕ່ຢ່າງໃດ. ໃນຂນະດຽວກັນ ທາງຝ່າຍ ປົກຄອງທ້ອງຖີ່ນ ກໍອາຈຈະຖືວ່າ ເປັນເຣື່ອງ ເລັກໆນ້ອຍໆ ຈຶ່ງບໍ່ເອົາໃຈໃສ່ ແກ້ໄຂ ມາຈົນເທົ່າ ປັຈຈຸບັນ ທີ່ຍີ່ງເປັນກາຣ ສ້າງຄວາມເດືອດຮ້ອນ ໃຫ້ແກ່ ປະຊາຊົນ. ດັ່ງເຈົ້າໜ້າທີ່ ໄດ້ເວົ້າຕໍ່ ຜູ້ສື່ຂ່າວ ເອເຊັຽເສຣີວ່າ:

"ກໍມີຢູ່ໂທສນ໋ະ ມີຂັ້ນຕອນ ກາຣປັບໃໝບໍ ລົງໂທສ ກໍບໍ່ ຂະບວນຫລາຍດອກ ເລັກໆນ້ອຍໆ ກໍມີເນາະ ແຕ່ກໍບໍ່ເຖີງຂັ້ນ ຮ້າຍແຮງ ອີຫຍັງ ເຮົາຕ້ອງໄດ້ ແບບວ່ວ ຜ່ານກາຣ ສຳຣວຈ”.

ເຈົ້າໜ້າທີ່ລາວ ດັ່ງກ່າວ ໄດ້ແຈ້ງເພີ່ມວ່າ ຖ້າຫາກ ຮ້ານອາຫາຣ ບ່ອນໃດ ປ່ອຍຂີ້ເຫຍື້ອລົງ ໃສ່ແມ່ນ້ຳ ແທ້ນັ້ນ ກໍຖືວ່າມີໂທສ ແລະ ຖ້າເຈົ້າໜ້າທີ່ ໄປກວດພົບເຫັນ ກໍຕ້ອງມີກາຣ ປັບໃໝໃສ່ໂທສ ຕາມ ກົດໝາຍ!!

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.