ເຂື່ອນໄຟຟ້ານໍ້າອູ 5 ຈະລົງມືແລ້ວ

ໂຄງການ ເຂື່ອນ ຜລິດກະແສ ໄຟຟ້າ ນໍ້າອູ 5 ໄດ້ໂຍກຍ້າຍ ຊາວບ້ານ ບາງສ່ວນ ອອກແລ້ວ.
ສົມເນ
2012.10.24
F-Nam-ou-river ຮູປຖ່າຍ ນໍ້າອູ ປະມານ 25 ກິໂລແມັດ ທາງພາກເໜືອ ແຂວງ ຫຼວງພຣະບາງ (ສາຍນໍ້າອູ ໄຫລລົງສູ່ ແມ່ນໍ້າຂອງ ໃນພາກສ່ວນ ຂອງລາວ)
Wikimedia/flicker-share

ໃນປັດຈຸບັນ ເຂື່ອນຜລິດໄຟຟ້າ ນໍ້າອູ 5 ຢູ່ແຂວງ ຜົ້ງສາລີ ກໍາລັງເລີ່ມ ການກໍ່ສ້າງ ຈື່ງໄດ້ໂຍກຍ້າຍ ປະຊາຊົນ ໃນເຂດໃກ້ຄຽງ ຈໍານວນນື່ງ ອອກຈາກ ບໍຣິເວນ ການກໍ່ສ້າງແລ້ວ. ເຈົ້າໜ້າທີ່ ກະຊວງ ພະລັງງານ ແລະບໍ່ແຮ່ ໄດ້ກ່າວວ່າ:

"ນໍ້າອູ 5 ດຽວນີ້ເຂົາເຈົ້າ ກໍາລັງກໍ່ສ້າງ ພວກປະຊາຊົນ ຫັ້ນ ເຂົາເຈົ້າເອົາ ປະຊາຊົນ ຫັ້ນຍ້າຍໄປໄວ້ ຊົ່ວຄາວກ່ອນ ເຂົາຈະຕັ້ງເຮືອນໃຫ້ ຖາວອນນະ ຊ່ວງນີ້ ຊົ່ວຄາວ ຢູ່ບ່ອນຂອບເຂດ ການກໍ່ສ້າງ".

ທ່ານແຈ້ງໃຫ້ຮູ້ ອີກວ່າ ຊາວບ້ານ ທີ່ຖືກຍ້າຍໄປນັ້ນ ແມ່ນໃຫ້ໄປຢູ່ບ້ານ ຄານນາກ ບ່ອນທີ່ທາງການໄດ້ ປຸກທີ່ຢູ່ ແບບຊົ່ວຄາວ ໃຫ້ກ່ອນ ແລະຂັ້ນຕໍ່ໄປ ກໍຈະປຸກເຮືອນ ແບບຖາວອນໃຫ້ຢູ່. ໂຄງການ ເຂື່ອນນໍ້າອູ 5 ຕັ້ງຢູ່ ເມືອງສັມພັນ ເປັນນື່ງໃນຈໍານວນ 3 ໂຄງການທໍາອິດ ທີ່ຈະສ້າງໃສ່ນໍ້າອູ ອັນມີໂຄງການ ນໍ້າອູ-5 ແລະ ນໍ້າອູ-6 ຢູ່ແຂວງ ຜົ້ງສາລີ ແລະ ນໍ້າອູ-2 ຈະຢູ່ແຂວງ ຫລວງພະບາງ. ທັງ 3 ເຂື່ອນ ຈະສາມາດຜລິດ ກະແສໄຟຟ້າໄດ້ 540 MW. ບໍຣິສັດ Syno-hydro  ຈາກປະເທດຈີນ ເປັນຜູ້ໄດ້ຮັບ ສັມປະທານ.

ສໍາລັບເຂື່ອນນໍ້າອູ-6 ເຈົ້າໜ້າທີ່ບອກວ່າ ກໍາລັງສືກສາ ແລະ ອອກແບບຢູ່. ຂໍ້ມູນ ຂອງກົມພະລັງງານ ແຈ້ງວ່າ ຣັຖບານ ໄດ້ເຊັນສັນຍາ ໃຫ້ບໍຣິສັດ Syno-hydro ສືກສາ ຄວາມເປັນໄປໄດ້ ໃນໂຄງການ ສ້າງເຂື່ອນໃສ່ນໍ້າອູ ທັງໝົດ 7 ແຫ່ງ ຊື່ງຈະສາມາດ ຜລິດໄຟຟ້າໄດ້ 1,100 MW. ໄຟຟ້າທີ່ຜລິດໄດ້ ຈະຂາຍໃຫ້ ປະເທດໄທ ຫລືຈີນ ແລະ ຈະໃຊ້ ພາຍໃນປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.