ນັກຂ່າວລຸ່ມນໍ້າຂອງ ອົບຮົມທີ່ບາງກອກ

ການອົບຮົມ ນັກຂ່າວ ພລັງງານ ລຸ່ມນໍ້າຂອງ ເຣີ່ມຂຶ້ນແລ້ວ ທີ່ ບາງກອກ ປະເທດໄທ ເພື່ອຊ່ວຍນໍາ ສເນີຂ່າວ ເຣື່ອງ ພລັງງານ ແລະ ເຂື່ອນ ໃນປະເທດ ລຸ່ມ ແມ່ນໍ້າຂອງ ໃຫ້ຖືກຕ້ອງ.
ມະນີຈັນ
2012.01.17

ກົດຟັງສຽງ

ມູລນິທິ ຟື້ນຟູຊີວິດ ແລະ ທັມຊາດ ແລະ ສະຖານີ ໂທຣະທັດ ໄທ ຮ່ວມກັນ ຈັດການອົບຮົມ ນັກຂ່າວ ພລັງງານ ປະເທດ ລຸ່ມແມ່ນໍ້າຂອງ ເຣີ່ມໃນວັນທີ 17 ມົກຣາ ນີ້ທີ່ໂຮງແຮມ ຊະດາ ທີ່ບາງກອກ ປະເທດໄທ ໂດຍມີ ຈຸດປະສົງ ສ້າງຄວາມເຂົ້າໃຈ ທີ່ຖືກຕ້ອງ ໃນການນໍາ ສເນີຂ່າວ ເຣື່ອງພລັງງານ ແລະ ເຂື່ອນໃນ ປະເທດ ລຸ່ມແມ່ນໍ້າຂອງ. ທ່ານ ວິທູນ ເພີ່ມພົງສາ ຈະເຣີນ ເລຂາທິການ ມູລນິທິ ຟື້ນຟູຊີວິດ ແລະ ທັມຊາດ:

"ທ່ານກ່າວວ່າ ການຈັດ workshop ໃຫ້ແກ່ ນັກຂ່າວ ພູມີພາກ ແມ່ນໍ້າຂອງ ກ່ຽວກັບ ຣະບົບໄຟຟ້າ ແລະ ການພັທນາ ຣະບົບໄຟຟ້າ ໃນພູມີພາກ ລຸ່ມນໍ້າຂອງ ເພື່ອໃຫ້ນັກຂ່າວ ເຂົ້າໃຈເຖິງ ຄວາມຊັບຊ້ອນ ຂອງ ຣະບົບໄຟຟ້າ ເຖິງຂໍ້ມູລ ພື້ນຖານ ທາງດ້ານ ວິສວະກອນ engineer ແລະ ການວາງແຜນ".

ທ່ານກ່າວເນັ້ນ ອີກວ່າ ການອົບຮົມ ຄັ້ງນີ້ ເພື່ອໃຫ້ ນັກຂ່າວ ຮູ້ເຖິງຂໍ້ມູນ ບາງຢ່າງ ທີ່ເປັນຄວາມຈິງ ກ່ຽວກັບ ການໃຊ້ ພລັງງານ ໃນປະເທດ ລຸ່ມນໍ້າຂອງ ເຖິງຂໍ້ມູນ ກ່ຽວກັບ ໂຄງການກໍ່ສ້າງ ເຂື່ອນຕ່າງໆ ໃນ ແມ່ນໍ້າຂອງ ເຖິງວິທີການ ນໍາສເນີຂ່າວ ດ້ານພລັງງານ ແລະ ຄວາມເຂົ້າໃຈ ເບື້ອງຕົ້ນກ່ຽວກັບ ພລັງງານ.

ຜູ້ເຂົ້າຮ່ວມ ອົບຮົມ ມີນັກຂ່າວ ທັງໝົດ 30 ຄົນ ຈາກ 6 ປະເທດລຸ່ມ ແມ່ນໍ້າຂອງ ຈີນ ໄທ ພະມ່າ ລາວ ກັມພູຊາ ແລະ ວຽດນາມ ກອງປະຊຸມ workshop ຊຶ່ງເຣີ່ມຂຶ້ນ ໃນວັນທີ 17 ມົກຣາ ກໍານົດ ດໍາເນີນໄປ ຮອດ ວັນທີ 20 ມົກຣາ 2012 ໂດຍມີ ວິທຍາກອນ ຈາກຫລາຍ ອົງການ ໃນບັນດາ ປະເທດລຸ່ມ ນໍ້າຂອງ ຮ່ວມໃຫ້ຂໍ້ມູລ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.