ຄ່າເຊົ່າບ່ອນຂາຍຂອງ ບຸນທາດຫຼວງແພງເກີນໄປ

ການເຊົ່າຫ້ອງ ຂາຍເຄື່ອງ ໃນຕລາດນັດ ບຸນນະມັສການ ພຣະທາດຫລວງ ມີຂໍ້ຂັດ ແຍ່ງກັນ.


ກົດຟັງສຽງ

ຄ່າເຊົ່າຫ້ອງ ຂາຍເຄື່ອງ ໃນຕລາດນັດ ບຸນນະມັສການ ພຣະທາດຫລວງ ປີນີ້ ແພງກວ່າ ທຸກໆປີ ຫລາຍເທົ່າ ຈົນເຮັດໃຫ້ ຫລາຍບໍຣິສັດ ຍົກເລີກການ ວາງສະແດງ ສິນຄ້າ ເນື່ອງຈາກເຫັນວ່າ ຄ່າເຊົ່າຫ້ອງ ຂາຍເຄື່ອງ ບໍ່ສອດຄ່ອງ ກັບສະພາບ ໂຕຈິງ.

ແຫລ່ງຂ່າວທ້ອງຖິ່ນ ເປີດເຜີຍວ່າ ຜູ້ໄດ້ຮັບ ສຳປະທານ ໃນການຈັດສັນ ຫ້ອງສະແດງ ສິນຄ້າ ໄດ້ສວຍໂອກາດ ຂຶ້ນຄ່າເຊົ່າ ຫ້ອງແພງກ່າວ ຣາຄາທີ່ໄດ້ ສຳປະທານ ມາຈາກຣັຖ. ນອກຈາກນັ້ນ ກໍຍັງບັງຄັບ ໃຫ້ຜູ້ຈັບຈອງ ຈ່າຍເງິນ ກ້ອງໂຕະອີກ 3 ຫາ 4 ລ້ານ ກີບຕໍ່ຫ້ອງ.

ເຖິງຢ່າງໃດ ກໍຕາມ ທ່ານ ຄຳເສັງ ຜູ້ອຳນວຍການ “ບໍລິສັດ ຄຳເສັງຈຳກັດ” ໄດ້ອອກມາ ປະຕິເສດ ຂ່າວລື ແລະວ່າ ຄ່າເຊົ່າຫ້ອງ ຂາຍເຄື່ອງ ໃນຕລາດນັດ ບຸນທາດ ຫລວງສຳລັບປີນີ້ ມີຄວາມຍຸຕິທັມ ທີ່ສຸດ ແລະ ບໍ່ມີການສວຍ ໂອກາດ ຂຶ້ນຣາຄາ.

ຜູ້ບໍ່ປະສົງ ອອກຊື່ ທີ່ໄດ້ ພຍາຍາມ ໄປສອບຖາມ ເພື່ອຈັບຈອງ ເຊົ່າຫ້ອງຂາຍເຄື່ອງ ໃນຕລາດນັດ ໄດ້ເລົ່າສູ່ ຜູ້ສື່ຂ່າວ ເອເຊັຍເສຣີ ຟັງວ່າ:

"ຄ່າເຊົ່າບຸດ ຢູ່ທາດຫລວງ ຫັ້ນ 4 ແມັດຄູນ 4 ມັນກ໋ະ 3 ລ້ານ 5, ບາດນີ້ຄ່າໄຟ ພາຍໃນ 7 ວັນປະມານ 9 ລ້ານ ແລະ ກ໋ະຄ່າ ອະນາໄມ ອີກ ແສນ ນຶ່ງ, ມາເບິ່ງແລ້ວ ມັນກ໋ະແພງຢູ່".

ສ່ວນທ່ານຄຳເສັງ ເວົ້າອີກວ່າ ທາງບໍຣິສັດ ໄດ້ແບ່ງ ສະຖານທີ່ ວາງສະແດງ ສິນຄ້າ ອອກເປັນ 400 ກວ່າຫ້ອງມີ ພື້ນທີ່ 4 ຄູນ 4 ແມັດໃນຣາຄາ 2 ຫາ 3 ລ້ານ 5 ແສນ ຕາມທີ່ ພາກຣັຖ ໄດ້ກຳນົດໃຫ້.

ທ່ານ ຄຳເສັງ ເວົ້າສລຸບວ່າ ສຳລັບຄ່າເຊົ່າ ຫ້ອງຂາຍເຄື່ອງ ໃນຕລາດນັດ ບຸນພຣະທາດຫລວງ ປີນີ້ ຫາກໄລ່ສເລັ່ຍ ແລ້ວແມ່ນຖືກ ກວ່າປີທີ່ ຜ່ານມາ ເພາະວ່າ ປີກາຍນີ້ ຄ່າເຊົ່າຫ້ອງນຶ່ງ ຕົກຢູ່ 3 ລ້ານ 3 ແສນ ກີບ ແຕ່ລະຍະ ເວລາຄົບງັນ ມີພຽງແຕ່ 5 ມື້, ສຳລັບປີນີ້ ຄ່າເຊົ່າຫ້ອງນຶ່ງ 3 ລ້ານ 5 ແສນກີບ ແຕ່ລະຍະ ເວລາຄົບງັນມີ 7 ມື້. ສຳລັບເຂດ ວາງສະແດງສິນຄ້າ ປະເພດ ກະສິກັມ ແລະ ຖັດທະກັມ ຂອງຕ່າງປະເທດ ທີ່ຖືກເຊີນເຂົ້າ ມາຮ່ວມ ກໍບໍ່ໄດ້ ເສັຍຄ່າເຊົ່າເລີຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org