ພົບສາຣເຄມີ ຕາມຫ້ວຍຮ່ອງ
2011.04.01
ກົດຟັງສຽງ
ເຈົ້າໜ້າທີ່ຫ້ອງກາຣ ກາຊາຕ ແຂວງວຽງຈັນ ຖແລງວ່າ ທາງຄນະນັກວິຈັຍ ແລະຄົ້ນຄວົ້າ ໄດ້ພົບເຫັນ ສາຣເຄມີ ປົນເຈືອເປື້ອນເປິ ຢູ່ຕາມແຫລ່ງນ້ຳ ທັມມະຊາຕ ທີ່ເຊື່ອວ່າ ມາຈາກສາຣເຄມີ ທີ່ໃຊ້ໃນກາຣ ກະເສຕຕະກັມ ແລະ ໃນເມື່ອມີປະຊາຊົນ ນຳເອົານ້ຳໄປ ບໍຣິໂພຄ ກໍຈະເກີດມີ ກາຣເຈັບປ່ວຍຂຶ້ນ ດັ່ງເຈົ້າໜ້າທີ່ເວົ້າວ່າ:
“ຄືວ່າຂະເຈົ້າ ໃຊ້ຢາຂ້າຫຍ້າເນາະ ເວລາເຮັດສວນ ເຮັດຫຍັງ ຂະເຈົ້າໃຊ້ຢາ ຂ້າຫຍ້າ ເວລານ້ຳຝົນ ຕົກລົງມາ ນ້ຳໄຫລແຕ່ພູ ແລ້ວມາຢູ່ຫ້ວຍ ຂະເຈົ້າກໍໄປຕັກ ມາກິນເນາະ ເອົາມາບໍຣິໂພຄ ອັນນ໋າ ບາງຄັ້ງກໍເກີດ ເປັນຕຸ່ມ ຫລືວ່າຖອກທ້ອງ”.
ພ້ອມດຽວກັນນັ້ນ ຍານາງກໍວ່າ ທາງຫ້ອງກາຣໄດ້ ຮັບຣາຍງານທີ່ວ່າ ມີຊາວບ້ານແຂວງວຽງຈັນ ຈຳນວນນື່ງ ເກີດມີອາກາຣ ເຈັບປ່ວຍ ຍ້ອນນຳເອົານ້ຳ ຈາກແຫລ່ງນ້ຳ ທັມມະຊາຕ ມາບໍຣິໂພຄ ແລະໃນເມື່ອນຳເອົານ້ຳ ຈາກຫ້ວຍຮ່ອງດັ່ງກ່າວ ໄປກວດວິຈັຍເບີ່ງ ຈຶ່ງພົບເຫັນມີ ສາຣເຄມີ ປົນເຈືອຢູ່ນຳ ຊຶ່ງກໍເປັນອັນຕຣາຍ ຕໍ່ຜູ້ ບໍຣິໂພຄ. ໂດຽຂັ້ນຕົ້ນ ມັກຈະມີອາກາຣ ປວດຫົວ ວິນວຽນ ປວດຮາກ ເຈັບໜ້າເອິກ ຫັນໃຈຝືດ ມືດຫູລາຍຕາ ແລະ ອື່ນໆຫລາຍຢ່າງ ເຖິງຂັ້ນວ່າ ເປັນອັມມະພຶຕ ອັມມະພາຕ ແລະ ໂຣຄມະເຮັງ ກໍເປັນໄດ້.
ເຈົ້າໜ້າທີ່ລາວ ໄດ້ກ່າວຢ້ຳວ່າ ກາຣໃຊ້ຢາຂ້າຫຍ້າ ຂອງຊາວກະເສຕກອນ ດັ່ງກ່າວ ນອກຈາກຈະເປັນ ກາຣສ້າງຜົລກະທົບ ຕໍ່ປະຊາຊົນ ແລ້ວນັ້ນ ຍັງເປັນກາຣສ້າງ ຄວາມເດືອດຮ້ອນ ໄປເຖິງຈຳພວກສັຕລ້ຽງ ທີ່ກິນຫຍ້າ ແລະກິນນ້ຳ ໃນຫ້ວຍຮ່ອງ ທີ່ມີສາຣເຄມີ ປົນເຈືອນັ້ນ ນຳອີກ.