ນັກທ່ອງທ່ຽວເຂົ້າລາວ ເພີ້ມຂຶ້ນ

ຈໍານວນ ນັກທ່ອງທ່ຽວ ເຂົ້າມາລາວ ມີຫລາຍຂຶ້ນ ໃນໄຕຣມາດ ທໍາອິດ ຂອງປີນີ້.
ໂພໄຊສວັດ
2012.05.17
F-Thai-tourists ນັກທ່ອງທ່ຽວ ຈາກປະເທດໄທ ທີ່ເຂົ້າມາ ໃນນະຄອນຫຼວງ ວຽງຈັນ
RFA

ກະຊວງຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ສປປລາວ ເປີດເຜີຍ ໃນອາທິດນີ້ວ່າ ນັກທ່ອງທ່ຽວ ທີ່ເດີນທາງເຂົ້າມາ ຢ້ຽມຢາມລາວ ເພີ້ມຂຶ້ນ 11 ສ່ວນຮ້ອຍ ໃນໄຕຣມາດ ທໍາອິດຂອງ ປີ 2012 ນີ້.

ແຕ່ເດືອນ ມົກກະຣາ ຫາ ມີນາ 2012 ມີນັກທ່ອງທ່ຽວ ເຂົ້າມາ 846,564 ຄົນ, ເພີ້ມ ຂຶ້ນ 11.34 ສ່ວນຮ້ອຍ ທຽບໃສ່ ເວລາດຽວກັນ ໃນປີກາຍນີ້.  ນັກທ່ອງທ່ຽວຈາກ ເຂດເອເຊັຍ ມີ 78.28 ສ່ວນຣ້ອຍ ຂອງຈໍານວນ ນັກທ່ອງທ່ຽວ ທັງໝົດ ເພີ້ມຂຶ້ນ 10.92 ສ່ວນຮ້ອຍ ທັງໝົດມີ 662,713 ຄົນ.

ໃນຈໍານວນທັງໝົດນີ້ ນັກທ່ອງທ່ຽວຊາວໄທ ຫລາຍທີ່ສຸດເພີ້ມຂຶ້ນ 11.04 ສ່ວນຣ້ອຍ ຊຶ່ງມີທັງໝົດ 479,323 ຄົນ. ນັກທ່ອງທ່ຽວ ທີ່ເຂົ້າມາ ຢ້ຽມຢາມລາວ ອັນດັບສອງ ແມ່ນ ຊາວວຽດນາມ ມີທັງໝົດ 169,501 ຄົນ ເພີ້ມຂຶ້ນ 9.6 ສ່ວນຮ້ອຍ. ສ່ວນນັກທ່ອງທ່ຽວ ຈາກປະເທດ ເອເຊັຍອື່ນໆ ມີໜ້ອຍຈາກ 110 ຄົນຫາ 4,400 ຄົນ.

ນັກທ່ອງທ່ຽວ ຢູໂຣບ ຊຶ່ງຫົວໃຈຂອງ ອຸດສາຫະກັມ ທ່ອງທ່ຽວ ສປປລາວ ຫລຸດໜ້ອຍລົງ ກວ່າ ຈໍານວນ ນັກທ່ອງທ່ຽວ ຈາກເອເຊັຍ. ຫລາຍປີຜ່ານມາ ນັກທ່ອງທ່ຽວ ຈາກຝຣັ່ງເສດ ສວິສ ເຢັຽຣະມັນ ແລະອັງກິດ ເປັນຈໍານວນ ນັກທ່ອງທ່ຽວ ຣະດັບສູງ ຂອງລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.