ຂົວມິຕພາບລາວ-ໄທ ຕຣຽມພ້ອມສລອງ

ພິທີເປີດ ຂົວ ມິຕພາບ ລາວ-ໄທ ຂ້າມ ແມ່ນໍ້າຂອງ ແຫ່ງທີ 3 ກໍານົດ ໃສ່ ວັນທີ 11 ເດືອນ 11 ປີ 2011
ໂພໄຊສວັດ
2011.10.20
F-Lao-Thai-third-Bridge ການກໍ່ສ້າງ ຂົວມິຕພາບ ລາວ-ໄທ ແຫ່ງທີ 3 ໃນເດືອນ ມົກກະຣາ 2011 ທີ່ສ້າງໄປໄດ້ 70%
Khun Augustine

ກົດຟັງສຽງ

ເຈົ້າໜ້າທີ່ ທາງການ ລາວ-ໄທ ໄດ້ເຫັນດີ ທີ່ຈະຈັດ ພິທີເປີດ ຂົວມິຕພາບ ຂ້າມ ແມ່ນໍ້າຂອງ ແຫ່ງທີ 3 ໃນວັນທີ 11 ເດືອນ 11 ປີ 2011 ໃນເວລາ 11 ໂມງ 11 ນາທີ ຕອນເຊົ້າ ຕາມເວລາ ທ້ອງຖິ່ນ. ອີງຕາມ ຜູ້ບໍຣິຫານ ໂຄງການ ກໍ່ສ້າງ ຂົວມິຕພາບ ລາວ-ໄທ ທ່ານ ໄຊຊະນະ ພຣະສວັດ. ຂົວຂ້າມ ແມ່ນໍ້າຂອງ ທີ່ເຊື່ອມຕໍ່ ແຂວງຄໍາມ່ວນ ສປປລາວ ແລະ ແຂວງ ນະຄອນພະນົມ ປະເທດໄທ ຊຶ່ງໃຊ້ ງົບປະມານ ໃນການ ກໍ່ສ້າງ 60 ລ້ານ ໂດລາ ສະຫະຣັຖ. ທ່ານ ໄຊຊະນະ ເວົ້າວ່າ ການກໍ່ສ້າງ ໄດ້ເລີ້ມ ແຕ່ປີ 2006 ແລະ ໄດ້ແລ້ວເສັດ 900 ມື້ ຕໍ່ມາ. ຂົວດັ່ງກ່າວ ມີຄວາມຍາວ 1,430 ແມັດ ແລະ ກວ້າງ 13 ແມັດ.

ທ່ານເວົ້າ ຕື່ມອີກວ່າ ໃນພິທີ ເປີດຂົວ ມິຕພາບ ລາວ-ໄທ ຂ້າມ ແມ່ນໍ້າຂອງ ແຫ່ງທີ 3 ຄາດວ່າ ຈະມີ ເຈົ້າໜ້າທີ່ ແລະ ບຸກຄົນ ສໍາຄັນ ທັງລາວ ແລະ ໄທ ຫລາຍກວ່າ 400 ຄົນ ເຂົ້າຮ່ວມ. ເຈົ້າໜ້າທີ່ ທາງການ ທັງລາວ ແລະ ໄທ ຄາດວ່າ ຂົວ ດັ່ງກ່າວ ຈະເປັນ ກະແຈ ດອກ ສໍາຄັນ ໃນການ ສົ່ງເສີມ ເຊື່ອມຕໍ່ ເສຖກິດ ການຄ້າ ການລົງທຶນ ການທ່ອງທ່ຽວ ການຄົມມະນາຄົມ ຂົນສົ່ງ ແລະ ການແລກປ່ຽນ ວັທນະທັມ ໃນ ພູມີພາກ ແມ່ນໍ້າຂອງ, ລະຫວ່າງ ລາວ, ໄທ, ວຽດນາມ ແລະ ພະມ້າ.

ຮ່ວມໃນ ພິທີເປີດ ຂົວມິຕພາບ ລາວ-ໄທ ດັ່ງກ່າວ ລາວ, ໄທ ແລະ ວຽດນາມ ຈະຈັດ ໃຫ້ມີ ງານສະແດງ ສິນຄ້າ ພື້ນເມືອງ ຂອງ ແຕ່ລະ ປະເທດ ຮ່ວມໄປນໍາ ລະຫວ່າງ ວັນທີ 9 ຫາ 15 ພຶສຈິກາ 2011.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.