ບັນຫາຄ່າຊົດເຊີຍ ຖືກແກ້ໄຂແລ້ວ

ຄວາມຂັດແຍ່ງ ຣະຫວ່າງ ຊາວບ້ານ ກັບ ບໍຣິສັດ ຜູ້ລົງທຶນ ເທີນຫີນບູນ ພາກຂຍາຍ ຖືກ ແກ້ໄຂແລ້ວ.
ສິດນີ
2012.10.11

ພາຍຫລັງ ທີ່ມີຂ່າວວ່າ ເຂື່ອນ ເທີນຫີນບູນ ພາກຂຍາຍ ໄດ້ສ້າງ ສຳເຣັດແລ້ວ ແລະ ໄດ້ເລີ່ມຜລິດ ໄຟຟ້າ ໃນບາງສ່ວນ ໄປແລ້ວ ແຕ່ຍັງມີເຣື່ອງ ຂັດແຍ່ງ ກັບຊາວບ້ານ ຜູ້ທີ່ຖືກ ໂຍກຍ້າຍ ບໍ່ໄດ້ຮັບຄ່າ ຊົດເຊີຍ ທີ່ເໝາະສົມນັ້ນ ມາຮອດດຽວນີ້ ເຈົ້າຫນ້າທີ່ ພລັງງານ ແລະບໍ່ແຮ່ ທ່ານນື່ງ ບອກວ່່າ ບັນຫານັ້ນ ໄດ້ຖືກແກ້ໄຂ ໄປແລ້ວ. ທ່ານກ່າວ ໃນຕອນນື່ງວ່າ:

"ມັນບໍ່ມີແລ້ວຕິ ດຽວນີ້ເຮົາໄດ້ ແກ້ໄຂໄປແລ້ວ ເອົາຂະບວນການ ໄກ່ເກັ່ຽແກ້ໄຂກັນໄປ ໂຕໃດມັນສອດຄ່ອງ ຖືກຕ້ອງ ເຮົາກໍທົດແທນໄປ ໂຕໃດມັນ ບໍ່ຈະບໍ່ແຈ້ງ ເຮົາກໍເກັບ ກຳຂໍ້ມູນ ຄືນອີກ".

ທ່ານກ່າວຕໍ່ໄປວ່າ ອາດຈະມີ ບາງສ່ວນ ທີ່ຍັງຕ້ອງ ກວດສອບ ຂໍ້ມູນເພີ້ມຕື່ມ ເພື່ອຈະໄດ້ໃຫ້ ຄ່າຊົດເຊີຍ ທີ່ເຫມາະສົມ ແຕ່ໂດຍຮວມ ຖືວ່າ ບໍ່ມີບັນຫາແລ້ວ. ໃນປັດຈຸບັນ ເຂື່ອນ ນ້ຳເທີນຫີນບູນ ພາກຂຍາຍ ກໍໄດ້ເປີດ ໃຊ້ງານແລ້ວ ແລະ ພາກສ່ວນທີສອງ ອາດຈະເປີດໃຊ້ງານ ໃນມໍ່ໆນີ້.

ກໍຣະນີ ທີ່ຊາວບ້ານ ມີຄວາມຂັດແຍ່ງ ກັບໂຄງການ ເຂື່ອນ ເທີນຫີນບູນ ພາກຂຍາຍນັ້ນ  ເປັນຍ້ອນ ຊາວບ້ານບາງຄົນ ບໍ່ພໍໃຈນຳ ຄ່າຊົດເຊີຍ ບາງຄົນໄດ້ຫນ້ອຍ ບາງຄົນ ໄດ້ຫລາຍ ແລະບາງຄົນ ຍັງບໍ່ທັນໄດ້ ຮັບເງີນ ຊົດເຊີຍເລີຍ. ຊາວບ້ານ ຜູ້ນື່ງເວົ້າວ່າ:

"ປະຊາຊົນ ຂະເຈົ້າ ກໍຕໍ່ສູ້ ຕາມທີ່ໄປເທື່ອຫລ້າສຸດ ຫາກໍມານີ້ ຊາວບ້ານ ເຂົາເຮັດເຮືອນ ບໍ່ແລ້ວ ແລ້ວກໍທາງ ບໍຣິສັດ ເຂົາກໍຊ່ອຍໄມ້ ເພີ້ມຕື່ມ".

ຊາວບ້ານ ເວົ້າຕໍ່ອີກວ່າ ການໃຫ້ຄ່າຊົດເຊີຍ ກໍຖືວ່າເປັນການ ຊ່ອຍເຫລືອທີ່ດີ ແຕ່ຍັງມີ ຊາວບ້ານບາງຄົນ ຍັງບໍ່ໄດ້ຮັບ ຄ່າຊົດເຊີຍ ຍ້ອນວ່າ ບໍ່ມີລາຍຊື່ ຢູ່ໃນບັນຊີ ຂອງ ຜູ້ທີ່ຖືກ ໂຍກຍ້າຍ ຊື່ງປັດຈຸບັນ ລາວກໍຍັງ ພຍາຍາມ ຮຽກຮ້ອງເອົາ ຄ່າຊົດເຊີຍ ນັ້ນຢູ່ ແລະ ຂໍໃຫ້ທາງການ ຊ່ອຍແກ້ໄຂ ໃນເຣື່ອງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.